ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ເກີດແຜ່ນດິນໄຫວ ໃນພາກກາງຂອງ ອິຕາລີ


ໂບດບາສິລິກາແຫ່ງເມືອງ Norcia ພັງທະລາຍຫຼັງຈາກແຜ່ນດິນ
ໄຫວຂະໜາດ 6.6 ໃນເມືອງ Norcia, 30 ຕຸລາ, 2016.
ໂບດບາສິລິກາແຫ່ງເມືອງ Norcia ພັງທະລາຍຫຼັງຈາກແຜ່ນດິນ ໄຫວຂະໜາດ 6.6 ໃນເມືອງ Norcia, 30 ຕຸລາ, 2016.

ພາກກາງປະເທດ ອິຕາລີ ໄດ້ສັ່ນສະເທືອນໂດຍແຜ່ນດິນໄຫວທີ່ຢ່າງແຮງອີກຄັ້ງໜຶ່ງ ເຊິ່ງ ເປັນຄັ້ງຫຼ້າສຸດນັບຕັ້ງແຕ່ການສັ່ນໄຫວທີ່ຮ້າຍແຮງໃນເດືອນສິງຫາທີ່ຜ່ານມາ.

ເຈົ້າໜ້າທີ່ປົກປ້ອງພົນລະເຮືອນຂອງ ອິຕາລີ ກ່າວວ່າ ແຜ່ນດິນໄຫວທີ່ມີຄວາມແຮງ 6.6 ທີ່ໄດ້ເກີດຂຶ້ນໃນຕອນເຊົ້າຂອງວັນອາທິດມື້ນີ້ ໄດ້ເຮັດໃຫ້ຕຶກຫຼາຍຫຼັງພັງລົງມາ ໃນສະ ຖານທີ່ຫຼາຍແຫ່ງທົ່ວພື້ນທີ່. ແລະມີລາຍງານກ່ຽວກັບ ການໄດ້ຮັບບາດເຈັບເລັກນ້ອຍ.

ໂບດບາສິລິກາສະໄໝສັດຕະວັດທີ 14 ແຫ່ງ St. Benedict ໃນເມືອງ Norcia ທີ່ຕັ້ງຢູ່ໃນ ເມືອງເທິງພູ Umbrian ໄດ້ຖະຫຼົ່ມລົງມາ, ເຫຼືອໄວ້ພຽງແຕ່ສ່ວນໜ້າຂອງໂບດເທົ່ານັ້ນ. ບັນດາພະ Benedict ໄດ້ສວດມົນຢູ່ຕໍ່ໜ້າຊາກຫັກພັງດັ່ງກ່າວ.

ທ່ານ Michele Franchi ຮອງເຈົ້າຄອງເມືອງ Arquata del Tronto ໄດ້ກ່າວຕໍ່ໂທລະ ພາບ Rai ວ່າ “ແຜ່ນດິນໄຫວໃນຕອນເຊົ້າມື້ນີ້ໄດ້ສົ່ງຜົນກະທົບຕໍ່ສອງສາມຢ່າງທີ່ຍັງ ຄົງຢືນຢູ່. ພວກເຮົາຕ້ອງໄດ້ເລີ່ມໄປຕັ້ງແຕ່ພື້ນຖານຂອງມັນ.”

ການສັ່ນສະເທືອນຂອງແຜ່ນດິນໄຫວໃນວັນອາທິດມື້ນີ້ ສາມາດຮູ້ສຶກໄດ້ເຖິງເມືອງ Bozano, ທີ່ຕັ້ງຢູ່ໃກ້ກັບເຂດຊາຍແດນຕິດກັບປະເທດ ອອສເຕຣຍ ແລະ ໄກລົງໄປພາກ ໃຕ້ຮອດພາກພື້ນ Puglia ຢູ່ປາຍແຫຼມສຸດຂອງແຫຼມ ອິຕາລີ.

ຈຸດສູນກາງຂອງແຜ່ນດິນໄຫວລະດັບຕື້ນນີ້ແມ່ນ 6 ກິໂລແມັດທາງພາກເໜືອຂອງເມືອງ Norcia, ແລະ ຮູ້ສຶກເຖິງແຮງສັ່ນສະເທືອນໄດ້ໃນນະຄອນຫຼວງ Rome ທີ່ຕັ້ງຢູ່ 117 ກິໂລແມັດຫ່າງອອກໄປ.

ພາກພື້ນດັ່ງກ່າວໄດ້ສັ່ນສະເທືອນດ້ວຍແຜ່ນດິນໄຫວຂະໜາດນ້ອຍ ນັບຕັ້ງແຕ່ໄດ້ເກີດ ແຜ່ນດິນໄຫວຄັ້ງໃຫຍ່ເມື່ອເດືອນສິງຫາທີິ່ຜ່ານມາ ທີ່ໄດ້ເຮັດໃຫ້ປະຊາຊົນເກືອບ 300 ຄົນເສຍຊີວິດ. ແຜ່ນດິນໄຫວຂະໜາດແຮງໄດ້ເກີດຂຶ້ນໃນພາກພື້ນດັ່ງກ່າວໃນວັນພຸດທີ່ ຜ່ານມາ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG