ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ອີຕາລີ ຈັບກຸມ ຜູ້ຕ້ອງສົງໄສ 2 ຄົນ ໃນເຫດ ໄພພິບັດ ຢູ່ທະເລ ເມດີເທີເລນຽນ


ຊາຍອົບພະຍົບ ຄົນນຶ່ງ (ຊ້າຍ) ຖືກນຳສົ່ງ ເມືອງທ່າ Catania ຂອງອີຕາລີ ໂດຍເຮືອ ຂອງໜ່ວຍຍາມຝັ່ງ ອີຕາລີ ຊື່ວ່າ Bruno Gregoretti, ວັນທີ 20 ເມສາ 2015.
ຊາຍອົບພະຍົບ ຄົນນຶ່ງ (ຊ້າຍ) ຖືກນຳສົ່ງ ເມືອງທ່າ Catania ຂອງອີຕາລີ ໂດຍເຮືອ ຂອງໜ່ວຍຍາມຝັ່ງ ອີຕາລີ ຊື່ວ່າ Bruno Gregoretti, ວັນທີ 20 ເມສາ 2015.

ບັນດາໄອ​ຍະ​ການອີ​ຕາ​ລີ ​ໄດ້​ອອກ​ຄຳ​ສັ່ງ​ໃຫ້​ຈັບ​ກຸມ ຜູ້​ລອດ​ຊີວິດ
ສອງ​ຄົນ ຈາກເຫດເຮືອອົບ​ພະຍົບຫລົ້ມ ​ເມື່ອ​ວັນ​ອາທິ​ດຜ່ານ​ມາ
ທີ່ສົງ​ໄສ​ ​ວ່າ ເປັນ​ພວກ​ຄ້າ​ມະນຸດ.

ບັນດາ​ເຈົ້າໜ້າ​ທີ່ ​ໄດ້​ລະບຸ​ໂຕ​ພວກ​ຕ້ອງ​ສົງ​ໄສ ​ໃນ​ຕອນ​ຄ່ຳ​ຄືນ
​ວັນ​ຈັນ​ວານ​ນີ້ ວ່າ​ເປັນ ກັບຕັນເຮືອ​ຂົນ​ສົ່ງຊາວ​ຕູ​ນີ​ເຊຍ ​ແລະ
ຜູ້​ຊ່ວຍ​ຄົນ​ທີ​ນຶ່ງ ທີ່ເປັນຊາວ​ຊີ​ເຣຍ. ​ເຈົ້າໜ້າ​ທີ່ ກ່າວ​ຫາ​ພວກ​ເຂົ້າ
ທັງ​ສອງ ​ວ່າ ​ໄດ້​ຄວບຄຸມ​ເຮືອ​ຂົນ​ສົ່ງ​ ທີ່​ບັນຈຸ​ຄົນເກີນກຳນົດ ຢ່າງ
​ຫລວງຫຼາຍ ​ໃນ​ເວລາ​ເຮືອລຳ​ດັ່ງກ່າວ ໄດ້ປິ້ນຂວ້ຳລົງ ຢູ່​ນອກ​ຝັ່ງ​
ຂອງ​ລີ​ເບຍ ພ້ອມ​ດ້ວຍຜູ້​ໂດຍສານຫຼາຍກວ່າ 900 ຄົນ​ຢູ່​ໃນ​ເຮືອ.

Italy Migrants Suspects
please wait

No media source currently available

0:00 0:01:21 0:00

ບັນ​ດາ​ເຈົ້າໜ້າ​ທີ່​ກ່າວ​ວ່າ ພວກ​ຕ້ອງ​ສົງ​ໄສ ​ໄດ້​ຖືກ​ພົບ​ພໍ້ຢູ່​ໃນ​ກຸ່ມ​ພວກ​ລອດ​ຊີວິດ ຈຳນວນ
27 ຄົນ ຫຼັງຈາກ​ທີ່​ໄດ້​ທຳ​ການ​ສຳພາດ ພວກ​ເຂົາ​ເຈົ້າ​ຫລັງ​ຈາກເກີດ​ເຫດ ໃນ​ອັນ​ທີ່​ປາກົດ​
ວ່າ​ ເປັນ​ໄພພິບັດ ​ທີ່​ມີອົບ​ພະ​ຍົບ​ເສຍ​ຊີວິດຫຼາຍທີ່​ສຸດ ໃນ​ທະ​ເ​ລ Mediterranean.

ເສັ້ນທາງການອົບພະຍົບ ເຂົ້າໄປຍັງ ຢູໂຣບ ຈາກປະເທດອາຟຣິກກາ ແລະ ຕາເວັນອອກກາງ
ເສັ້ນທາງການອົບພະຍົບ ເຂົ້າໄປຍັງ ຢູໂຣບ ຈາກປະເທດອາຟຣິກກາ ແລະ ຕາເວັນອອກກາງ

ນາ​ຍົກ​ລັດຖະມົນຕີ ອອສ​ເຕຣ​ເລຍ ທ່ານ Tony Abbott
ຊຶ່ງ​ລັດຖະບານ​ຂອງ​ທ່ານ ​ເມື່ອບໍ່​ນານ​ມາ​ນີ້ ​ໄດ້​ຮັບຮອງ​ເອົາ
ກົດ​ລະບຽບ​ໃໝ່ຫຼາຍຢ່າງ ກ່ຽວ​ກັບ​ຊາວ​ອົບພະຍົບ ​ທີ່ຊອກ
ຫາ​ທາງ​ຂໍ​ລີ້​ໄພ ​ໂດຍ​ກ່າວ​ຕໍ່​ບັນດາ​ນັກ​ຂ່າວ ຢູ່ນະຄອນຫລວງ
Canberra ​ໃນ​ວັນ​ອັງຄານ​ມື້​ນີ້​ວ່າ ຢູ​ໂຣບ ຄວນ​ເຮັດ​ຄື​ກັນ​
ກັບ​ຕົນ ​ເພື່ອ​ທີ່​ຈະ​ສະກັດ​ກັ້ນ ​ບໍ່​ໃຫ້​ມີ​ການ​ເສຍ​ຊີວິດ​ ຢູ່​ໃນ​
ທະ​ເລ.

ກົດ​ລະບຽບ​ໃໝ່ຕ່າງໆ ​ຂອງອອສ​ເຕຣ​ເລຍແມ່ນນຳໃຊ້ກອງທັບ
​ເຮືອໃຫ້​ ບັງຄັບໃຫ້​ເຮືອ​ຕ່າງໆ ​ທີ່​ເຕັມ​ໄປ​ດ້ວຍ​ພວກ​ທີ່​ຊອກ​ຫາ​
ທາງ​ຂໍ​ລີ້​ໄພ ອອກ​ໄປ ກ່ອນ​ທີ່​ພວກ​ເຂົາເຫຼົ່ານັ້ນຈະ​ໄປ​ຮອດ​ຝັ່ງ​ຂອງ​ອອສ​ເຕຣ​ເລຍ ດ້ວຍ​
ການ​ສົ່ງ​ພວກ​ເຂົາ ​ກັບ​ຄືນ​ໄປປະ​ເທດທີ່​ພວກ​ເຂົາ​ເດີນທາງມາ ຫຼື ສົ່ງ​ໄປ​ສູນ​ອົບ​ພະ​ຍົບ
ຕ່າງໆ ຢູ່​ໃນ​ເກາະ Nauru ​ແລະ Papua New Guinea ໃນມະຫາສະມຸດປາຊີ​ຟິກນັ້ນ.

Rocked By Migrants Deaths, Europe Debates Boosting Rescue Operation
please wait

No media source currently available

0:00 0:03:20 0:00

ທ່ານ Abbott ກ່າວ​ອີກ​ວ່າ ມີ​ພຽງ​ທາງ​ດຽວ​ທີ່​ຈະ​ຢຸດ​ຢັ້ງ ການ​ສູນ​ເສຍ​ຊີວິດ​ໄດ້ ​ແມ່ນ​ວ່າ​
ຕ້ອງ​ຢຸດ​ພວກ​ເຮືອ​ເຫຼົ່ານັ້ນ.

​ເມື່ອ​ຕອນ​ເຊົ້າວັນ​ຈັນ​ວານ​ນີ້ ຫົວໜ້າ​ສະຫະພາບ​ຢູ​ໂຣບ ​ໄດ້​ຮຽກຮ້ອງ ​ໃຫ້ ບັນດາປະມຸກ
ຂອງ​ປະ​ເທດຢູ​ໂຣບ ຈຳນວນ 28 ທ່ານ ທຳການ​ປະຊຸມ​ສຸກ​ເສີນ ​ເພື່ອ​ທີ່​ຈະ​ປະ​ເຊີນ​ໜ້າກັບ
​ວິ​ກິດ​ການ​ອົບ​ພະຍົບ ທີ່​ບໍ່​ເຄີຍ​ມີ​ມາ​ກ່ອນ. ກອງ​ປະຊຸມ​ສຸດ​ຍອດ ທີ່ນະຄອນ Brussels ນັ້ນ
ຈະ​ມີ​ຂຶ້ນ​ໃນ​ວັນ​ພະຫັດ​ທີ່​ຈະ​ມາ​ເຖິງ​ນີ້.

XS
SM
MD
LG