ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ເມສາ ໒໐໒໔

ອີຕາລີ ຈະສູ້ກັບ Costa Rica ໃນການແຂ່ງຂັນ ເຕະບານ ໂລກ ມື້ນີ້ (ສະໄລດ໌/ວີດີໂອ)


ການແຂ່ງຂັນເຕະບານໂລກຢູ່ບຣາຊີລ ຍັງດຳເນີນຕໍ່ໄປໃນວັນ
ສຸກມື້ນີ້ ໂດຍທີ່ອີຕາລີ ຈະລົງສະໜາມ ສູ້ກັບ Costa Rica ຊຶ່ງ
ເປັນການແຂ່ງຂັນທີ່ສຳຄັນ ຢູ່ໃນກຸ່ມ D.

Costa Rica ໄດ້ຊະນະອູຣູໄກວ ຢ່າງບໍ່ໜ້າເຊື່ອ 3 ປະຕູຕໍ່ 1
ຂະນະທີ່ອີຕາລີລົງສະໜາມເປີດການແຂ່ງຂັນໂດຍຊະນະອັງ
ກິດ 2 ປະຕູຕໍ່ 1. ທີມໃດຊະນະການແຂ່ງຂັນທີ່ເມືອງ Recife
ໃນວັນສຸກມື້ນີ້ແມ່ນຮັບປະກັນວ່າ ຈະໄດ້ເຂົ້າໄປຫຼິ້ນໃນຮອບ
16 ທີມ ຊຶ່ງເປັນຮອບ ທີ່ທີມໃດເສຍໄຊ ຈະຖືກຕັດອອກຈາກ
ການແຂ່ງຂັນ.

ໃນການແຂ່ງຂັນອື່ນໆນັ້ນ ສະວິສເຊີແລນຈະສູ້ກັບຝຣັ່ງໃນການແຂ່ງຂັນລະຫວ່າງກຸ່ມ E ທີ່ເມືອງ Salvador. ທັງສອງທີມ ຕ່າງກໍໄດ້ຮັບໄຊຊະນະ ໃນການແຂ່ງຂັນ ຄັ້ງທຳອິດ. ການແຂ່ງຂັນຂອງອີກຄູ່ນຶ່ງ ຢູ່ໃນກຸ່ມ E ກໍແມ່ນລະຫວ່າງ ຮອນດູຣາສ ແລະເອກວາດໍ ຢູ່ ທີ່ເມືອງ Curitiba ຊຶ່ງທີມໃດເສຍໄຊ ກໍຈະໝົດຫວັງ ໃນການທີ່ຈະໄດ້ເຂົ້າໄປ ແຂ່ງໃນ ຮອບຕໍ່ໄປ.

ການແຂ່ງຂັນໃນວັນພະຫັດວານນີ້ ໂຄລອມເບຍ ໄດ້ຊະນະ Cote d’Ivoire 2 ປະຕູຕໍ່ 1 ທີ່ນະຄອນ Brasilia ຊຶ່ງຄ້ຳປະກັນວ່າ ໂຄລອມເບຍຈະໄດ້ເຂົ້າໄປຫລິ້ນໃນຮອບ 16 ທີມ ຢ່າງແນ່ນອນ.

ສ່ວນກຣີສແລະຍີ່ປຸ່ນ ຕ່າງກໍໄດ້ຮັບຜູ້ລະຄະແນນ ໃນການແຂ່ງຂັນຢູ່ໃນກຸ່ມ C ທີ່ຕ່າງຝ່າຍ ຕ່າງບໍ່ສາມາດ ພັງປະຕູກັນໄດ້.

ໃນການແຂ່ງຂັນຂອງກຸ່ມ D ທີ່ເມືອງ Sao Paulo ນັ້ນ ອູຣູໄກວຍັງມີຄວາມຫວັງຢູ່ ທີ່ຈະໄດ້ ເຂົ້າໄປຫລິ້ນໃນຮອບ 16 ທີມ ໂດຍໄດ້ຊະນະອັງກິດ 2 ປະຕູຕໍ່ 1.
Hardy World Cup Fans Camp Along Brazil’s Beaches
please wait

No media source currently available

0:00 0:02:18 0:00
XS
SM
MD
LG