ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ອຸບັດຕິເຫດ ຕູ້ສາຍເຄເບິລ ລອຍຟ້າ ໃນປະເທດ ອິຕາລີ ສັງຫານ 14 ຄົນ, ສອງຄົນແມ່ນເດັກນ້ອຍ


ເຈົ້າໜ້າທີ່ຕຳຫຼວດ ຄຳນັບ ໃນຂະນະທີ່ລົດຂົນສົບແລ່ນຜ່ານ, ຢູ່ຖະໜົນທີ່ນຳໄປສູ່ ຕູ້ສາຍເຄເບິລໄຟຟ້າ ສເຕຣຊາ-ມັອດຕາໂຣເນ ຫຼັງຈາກມັນໄດ້ພັງລົງສູ່ພື້ນດິນ, ໃກ້ກັບເມືອງ ສເຕຣຊາ, ປະເທດ ອິຕາລີ. 23 ພຶດສະພາ, 2021.
ເຈົ້າໜ້າທີ່ຕຳຫຼວດ ຄຳນັບ ໃນຂະນະທີ່ລົດຂົນສົບແລ່ນຜ່ານ, ຢູ່ຖະໜົນທີ່ນຳໄປສູ່ ຕູ້ສາຍເຄເບິລໄຟຟ້າ ສເຕຣຊາ-ມັອດຕາໂຣເນ ຫຼັງຈາກມັນໄດ້ພັງລົງສູ່ພື້ນດິນ, ໃກ້ກັບເມືອງ ສເຕຣຊາ, ປະເທດ ອິຕາລີ. 23 ພຶດສະພາ, 2021.

ຢ່າງໜ້ອຍ 14 ຄົນ, ລວມທັງເດັກນ້ອຍ 2​ ຄົນ ໄດ້ເສຍຊີວິດເມື່ອວັນອາທິດວານນີ້ ຢູ່ພາກເໜືອຂອງປະເທດ ອິຕາລີ ເວລາທີ່ຕູ້ສາຍເຄເບິລລອຍຟ້າທີ່ໄດ້ຮັບຄວາມນິຍົມໂດຍນັກທ່ອງທ່ຽວໄດ້ຕົກລົງມາ 20 ແມັດສູ່ພື້ນດິນ.

ເດັກນ້ອຍອາຍຸສອງປີໄດ້ເສຍຊີວິດໃນທັນທີ, ແລະ ຄົນນຶ່ງອາຍຸ 9 ປີ ໄດ້ເສຍ ຊີວິດຢູ່ໂຮງໝໍ ຫຼັງ ຈາກຫົວໃຈຢຸດເຕັ້ນຢ່າງກະທັນຫັນສອງຄັ້ງ.

ເດັກນ້ອຍອີກຄົນນຶ່ງ, ອາຍຸ 5 ປີແມ່ນໄດ້ຮັບບາດເຈັບສາຫັດ ແຕ່ຮູ້ສຶກຕົວ ແລະ ເວົ້າໄດ້. ລາວໄດ້ຮັບການປິ່ນປົວຢູ່ໂຮງໝໍເດັກນ້ອຍ ເຣຈິນາ ມາເກຣິຕາ ໃນເມືອງ ຕູຣິນ.

ຜູ້ໂດຍສານບາງຄົນໄດ້ຄາຢູ່ໃນຕູ້ນັ້ນໃນຂະນະທີ່ຄົນອື່ນໄດ້ຟົ້ງອອກໃນລະຫວ່າງອຸບັດຕິເຫດ.

ຜູ້ໂດຍສານຈຳນວນເຄິ່ງນຶ່ງແມ່ນຄົນຕ່າງປະເທດ, ອີງຕາມການກ່າວຂອງບັນດາເຈົ້າໜ້າທີ່ ອິຕາລີ. ອົງການຂ່າວ ANSA ຂອງອີຕາລີໄດ້ເປີດເຜີຍຊື່ຂອງຜູ້ເຄາະຮ້າຍໃນເວັບໄຊ້ຂອງເຂົາ ເຈົ້າ.

ຕູ້ສາຍເຄເບິລໄຟຟ້າ ສເຕຣຊາ-ມັອດຕາໂຣເນ (Stresa-Mottarone) ຈະເດີນທາງລະຫວ່າງເມືອງບ້ານພັກຕາອາກາດ ສເຕຣຊາ ຢູ່ແຄມຝັ່ງຂອງທະເລສາບ ມາຈີອໍເຣ (Maggiore) ໄພຫາຈອມພູ ມັອດຕາໂຣເນ ໃນພາກພື້ນ ປີເອມັອນ ຂອງ ອິຕາລີ. ການເດີນທາງໃຊ້ເວລາປະມານ 20​ ນາທີ.

ຮູບພາບຢູ່ຈຸດເກີດເຫດໄດ້ສະແດງໃຫ້ເຫັນຕູ້ເຄເບິລໄຟຟ້າເປ່ເພເສຍຫາຍຢູ່ຈ້າຍພູທີ່ສາມາດແນມເຫັນທະເລສາບດັ່ງກ່າວ.

ເຈົ້າຄອງເມືອງ ເຕຣຊາ ທ່ານນາງ ມາແຊລລາ ເຊເວຣີໂນ ໄດ້ເອີ້ນມັນວ່າເປັນ “ທີ່ເປັນຕາຢ້ານຫຼາຍ,” ແລະ ໄດ້ກ່າວວ່າອຸບັດຕິເຫດນັ້ນອາດມີສາເຫດມາຈາກສາຍເຄເບິລຂາດ ແລະ ເບກສຸກ ເສີນລົ້ມແຫຼວ.”

ທ່ານນາງ ເຊເວຣີໂນ ໄດ້ກ່າວວ່າ ຕູ້ໄຟຟ້າດັ່ງກ່າວໄດ້ພື້ນສອງ ຫຼື ສາມຄັ້ງຫຼັງຈາກໄດ້ຕົກລົງສູ່ພື້ນດິນ ກ່ອນທີ່ຈະຖືກຢຸດໂດຍຕົ້ນໄມ້. ຜູ້ໂດຍສານບາງຄົນໄດ້ຄາຢູ່ໃນຕູ້ໃນຂະນະທີ່ຄົນອື່ນໆໄດ້ຟົ້ງອອກມາຂ້າງນອກໃນລະຫວ່າງອຸບັດຕິເຫດ.

ນາຍົກລັດຖະມົນຕີ ອິຕາລີ ທ່ານ ມາຣີໂອ ດຣາກີ ໄດ້ສະແດງຄວາມເສຍໃຈຕໍ່ບັນດາຜູ້ເຄາະຮ້າຍ “ໂດຍສະເພາະກັບເດັກນ້ອຍທີ່ໄດ້ຮັບບາດເຈັບສາຫັດ ແລະ ຄອບຄົວຂອງເຂົາເຈົ້າ.”

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG