ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ອົງການ Moody ປະກາດ ຫຼຸດຄະແນນ ພັນທະບັດ ອີຕາລີ


ອົງການ Moody ປະກາດ ຫຼຸດຄະແນນ ພັນທະບັດອີຕາລີ ລົງສອງຂັ້ນ
ອົງການ Moody ປະກາດ ຫຼຸດຄະແນນ ພັນທະບັດອີຕາລີ ລົງສອງຂັ້ນ

ອົງການໃຫ້​ຄະ​ແນນຄວາມ​ໜ້າ​ເຊື່ອ​ຖື​ດ້ານ​ການ​ເງິນ​ຂອງນາໆ​ຊາດໄດ້​ຫຼຸດ​ຄະ​ແນ​ນພັນທະບັດ
​ຂອງ​ອີ​ຕາ​ລີ​ລົງ​ສອງ​ຂັ້ນ ​ຊຶ່ງ​ມີ​ທ່າ​ທາງ​ວ່າ ຈະ​ເຮັດ​ໃຫ້ປະ​ເທດດັ່ງກ່າວ ​ຕ້ອງ​ໄດ້​ຈ່າ​ຍດອກ​ເບ້ຍ
ແພງ​ຂຶ້ນໃນ​ການ​ກູ້​ຢືມ​ເງິນ​.

ຄະ​ແນນພັນທະບັດ​ຂອງອີ​ຕາ​ລີ​ ໃນປະຈຸ​ບັນ​ນີ້ ​ແມ່ນ​ສອງ​ຂັ້ນ ສູງ​ກວ່າ​ສະພາບ​ພັນທະບັດ​ເລ
ຫລັງ.

ນີ້​ເປັນ​ການ​ຫລຸດຄະ​ແນນ​ລົງ​ເທື່ອ​ທີ​ສອງຂອງອີ​ຕາ​ລີ​ ໃນຮອບ​ຫ້າ​ເດືອນ. ອົງການ Moody
ທີ່​ໃຫ້ບໍລິການ​ດ້ານ​ການລົງທຶນໄດ້ຫລຸດ​ຄະ​ແນ​ນພັນທະບັດ​ຂອງ​ອີ​ຕາ​ລີ ສະ​ເປ​ນ ​ແລະ​ປອກ
ຕຸຍການ ​ໃນ​ເດືອນກຸມພາ​ປີນີ້.

ອົງການ Moody ກ່າວໃນ​ວັນ​ສຸກ ມື້ນີ້​ວ່າ ການ​ຫລຸດຄະແນນ ຈາກ​ລະດັບ A3 ລົງ​ມາ​ເປັນ
Baa2 ​ໄດ້​ມີຂື້ນ​ເພາະ​ວ່າ​ເສດຖະກິດ​ທີ່​ອອ່ນ​ແອຂອງອີ​ຕາ​ລີມີຄວາມ​ຫຼໍ່​ແຫຼມ​ເປັນ​ອັນ​ຕະລາຍ
​ຈາກ​ສະພາບ​ລົ້ມລຸກຄຸກຄານ ​ທາງ​ດ້ານ​ການ​ເງິນ ຂອງກຣິສ ແລະສະ​ເປ​ນ. ອົງການໃຫ້​ຄະ
​ແນນດ້ານ​ການ​ເງິນ​ດັ່ງກ່າວເວົ້າວ່າ ​ຕົນ​ຍັງໄດ້​ພິຈາລະນາເບິ່ງ​ສະພາບ​ການ​ທີ່​ຊຸດ​ໂຊມ​ລົງ​ຂອງ​
ເສດຖະກິດອີ​ຕາ​ລີນຳ ແລະ​ມີ​ທ່າ​ທາງ​ວ່າ​ ຈະ​ຫົດ​ໂຕ​ລົງ​ປະມານ​ສອງ​ເປີ​ເຊັນ​ໃນ​ປີ​ນີ້.

ອົງການ Moody ກ່າວ​ວ່າ ການ​ຫຼຸດຄະ​ແນນ​ພັນທະບັດຂອງອີ​ຕາ​ລີອາດ​ຈະ​ມີ​ຂຶ້ນ​ອີກ​ຄັ້ງນຶ່ງ
ຖ້າ​ຫາກ​ເສດຖະກິດອີ​ຕາ​ລີ​ຍັງ​ອ່ອນ​ແອ​ລົງ​ຕື່ມ ອັດຕາການ​ຫວ່າງ​ງານ​ສູງ​ຂື້ນຫລື​ລັດຖະບານ​
ມີ​ບັນຫາ​ນຳ​ການຈັດຕັ້ງປະຕິບັດ​ການ​ປະຕິຮູບ.

XS
SM
MD
LG