ບັນດາເຈົ້າໜ້າທີ່ຂອງອີຕາລີ ກ່າວວ່າ ຊາຍຊາວຕູນີເຊຍ ທີ່ເປັນຜູ້ຕ້ອງສົງໄສ ໃນ ການປະຕິບັດການໂຈມຕີ ຢູ່ທີ່ຕະຫຼາດ ຄຣິສມັສ ໃນນະຄອນເບີລິນ ໄດ້ຖືກຍິງຕາຍ ໂດຍຕຳຫຼວດ ຢູ່ທີ່ສະຖານີລົດໄຟ ໃນນະຄອນມີລານ ເມື່ອຕອນເຊົ້າວັນສຸກມື້ນີ້.
ລັດຖະມົນຕີກະຊວງພາຍໃນຂອງອີຕາລີ ທ່ານ Marco Minniti ໄດ້ກ່າວຕໍ່ກອງ
ປະຊຸມຖະແຫລງຂ່າວໃນວັນສຸກມື້ນີ້ ວ່າ ບັນດາເຈົ້າໜ້າທີ່ຕຳຫຼວດ “ບໍ່ມີຄວາມ ສົງໄສເລີຍ” ວ່າ ຊາຍທີ່ຖືກຂ້າຕາຍ ໃນການຍິງຕອບໂຕ້ກັນກັບຕຳຫຼວດນັ້ນ
ແມ່ນ ທ້າວ Anis Amri ຜູ້ຕ້ອງສົງໄສ ທີ່ສຳຄັນສຸດ ໃນການໂຈມຕີຕະຫຼາດ ຂອງ ເຢຍຣະມັນ.
ແຫລ່ງຂ່າວຂອງຕຳຫຼວດກ່າວວ່າ ຊາວຕູນີເຊຍ ອາຍຸ 24 ປີຄົນນີ້ໄດ້ຖືກເຈົ້າໜ້າທີ່ ລາດຕະເວນທຳມະດາ ບອກໃຫ້ຢຸດ ຢູ່ໃກ້ສະຖານີລົດໄຟ Sesto San Giovanni ທີ່ເປັນຊານເມືອງ ຂອງນະຄອນ ມີລານ ເມື່ອຕອນເຊົ້າວັນສຸກມື້ນີ້. ແຫລ່ງຂ່າວກ່າວ ອີກວ່າ ລາວດຶງເອົາປືນກະບອກໜຶ່ງອອກມາ ໃນເວລາທີ່ຖືກຖາມເບິ່ງເອກະສານ
ປະຈຳຕົວຂອງລາວ ຕໍ່ຈາກນັ້ນກໍໄດ້ຍິງເຈົ້າໜ້າທີ່ຕຳຫຼວດຄົນດັ່ງກ່າວ ບາດເຈັບ ກ່ອນທີ່ຜູ້ກ່ຽວເອງ ຈະຖືກຂ້າຕາຍ.
ໂຄສົກຂອງກະຊວງພາຍໃນເຢຍຣະມັນ ທ່ານ Tobias Plate ກ່າວຕໍ່ພວກນັກຂ່າວ
ທີ່ນະຄອນເບີລິນ ວ່າ ເຢຍຣະມັນຮູ້ສຶກໂລ່ງໃຈ ກ່ຽວກັບລາຍງານໃນການຍິງ ທ້າວ
Amri. ທ່ານກ່າວຕື່ມວ່າ “ມີຮ່ອງຮອຍທີ່ສະແດງໃຫ້ເຫັນເພີ້ມຂຶ້ນວ່າຜູ້ກ່ຽວ ແມ່ນ
ບຸກຄົນ ທີ່ທາງການຕ້ອງການຕົວໃນການໂຈມຕີ. ຖ້າຫາກມີການພິສູດວ່າ ເປັນ
ຄວາມຈິງ ທາງກະຊວງ ແມ່ນຮູ້ສຶກໂລ່ງໃຈ ທີ່ວ່າຜູ້ກ່ຽວ ບໍ່ໄດ້ເປັນໄພຂົ່ມຂູ່ ອີກຕໍ່
ໄປແລ້ວ.”
ທ້າວ Amri ໄດ້ຖືກປະຕິເສດ ການຂໍລີ້ໄພ ຜູ້ທີ່ໄດ້ຢູ່ພາຍໃຕ້ການສິ້ງຊອມ ຂອງ
ຕຳຫຼວດ ຫຼັງຈາກທີ່ໄດ້ຮັບຂໍ້ມູນວ່າ ລາວອາດພະຍາຍາມ ທີ່ຈະຊື້ອາວຸດ ເພື່ອທຳ ການໂຈມຕີທີ່ອາດເປັນໄປໄດ້. ແຕ່ການສືບສວນສອບສວນ ໄດ້ຖືກຍົກເລີກໄປ ເມື່ອເດືອນກັນຍາ ຜ່ານມາ.
ບັນດາເຈົ້າໜ້າທີ່ຂອງເຢຍຣະມັນ ໄດ້ກ່າວໃນວັນພະຫັດວານນີ້ ວ່າ ຕຳຫຼວດໄດ້
ພົບເຫັນ ເອກະສານປະຈຳໂຕຕ່າງໆ ແລະ ຮອຍນິ້ວມື ໃນຫ້ອງຂັບລົດບັນທຸກ.
ຄຳຮ້ອງຂໍລີ້ໄພ ຂອງຜູ້ກ່ຽວ ໄດ້ຖືກປະຕິເສດ ເມື່ອ 6 ເດືອນກ່ອນ ແຕ່ລາວ ກໍບໍ່ ໄດ້ຖືກສົ່ງກັບໄປຍັງ ຕູນີເຊຍ ຍ້ອນບັນຫາຕ່າງໆ ກ່ຽວກັບ ເອກະສານຂອງລາວ.