ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ພວກຊອກ​ເຮັດ​ວຽກ ​ຢູ່​ອິຕາ​ລີ 6 ຄົນ ​ຈົມນໍ້າຕາຍ (ວີດິໂອ)


ເຈົ້າໜ້າທີ່ຕໍາຫລວດກວດເບິ່ງເຮືອ ທີ່ບັນທຸກພວກຊອກເຮັດ​ວຽກ​ປະມານ 100 ຄົນ ທີ່ແລ່ນໄປຕໍາ​ໂຂ​ດຫີນ ຢູ່​ນອກຝັ່ງທະເລ ຢູ່ທ່າເຮືອຂອງເມືອງ Catania, ທາງພາກໃຕ້ຂອງອີຕາລີ ໃນວັນທີ 10 ສິງຫາ 2013.
ເຈົ້າໜ້າທີ່ຕໍາຫລວດກວດເບິ່ງເຮືອ ທີ່ບັນທຸກພວກຊອກເຮັດ​ວຽກ​ປະມານ 100 ຄົນ ທີ່ແລ່ນໄປຕໍາ​ໂຂ​ດຫີນ ຢູ່​ນອກຝັ່ງທະເລ ຢູ່ທ່າເຮືອຂອງເມືອງ Catania, ທາງພາກໃຕ້ຂອງອີຕາລີ ໃນວັນທີ 10 ສິງຫາ 2013.
ພວກ​ທີ່​ພະຍາຍາມ​ໄປ​ຊອກ​ເຮັດ​ວຽກ​ຢູ່​ອິຕາ​ລີ ຈົມນໍ້າຕາຍ 6
ຄົນ ​ເວລາເຮືອ ຂອງພວກເຂົາເຈົ້າ ແລ່ນໄປຕໍາ​ໂຂ​ດຫີນຢູ່​ນອກ​ຝັ່ງທະເລພາກໃຕ້ຂອງອີຕາລີ ໃນວັນເສົາວານນີ້.

ອີກຫລາຍກວ່າ 90 ຄົນຢູ່ໃນເຮືອ ລອດຊີວິດມາໄດ້ ດ້ວຍການ
ລອຍເຂົ້າໄປຫາຫາດຊາຍ ຢູ່ໃກ້ເມືອງ Catania ຂອງ​ເກາະ
Sicily ຫລືບໍ່ ກໍໄດ້ຖືກຊ່ວຍຊີວິດ ອອກ​ມາ​ຈາກ​ເຮືອ ໂດຍເຈົ້າ
ໜ້າທີ່ອີຕາລີ.

ທ່ານ Roberto D'Arrigo ຜູ້ບັນຊາການໜ່ວຍຍາມຝັ່ງຂອງ
ເມືອງ Catania ເວົ້າວ່າ:

"ນີ້ເປັນເຫດການທີ່ຜິດປົກກະຕິຢ່າງສິ້ນເຊີງ. ເວລາແລະສະຖານທີ່ບ່ອນເກີດເຫດ ພາໃຫ້ພວກເຮົາເຊື່ອວ່າ ພວກເຂົາເຂໍຈົ້າຄົງຫລົງທາງ ເພາະວ່າຕາມປົກກະຕິແລ້ວ ພວກມາຊອກເຮັດວຽກ ມັກຈະພາກັນໄປຍັງຊາຍຝັ່ງແລະດິນດອນ ທີ່ຢູ່ໃກ້ທີ່ສຸດ ທີ່ເຂົາເຈົ້າຫລຽວເຫັນ. ເພາະສະນັ້ນ ພວກເຮົາຈຶ່ງເຊື່ອວ່າ ຄົງມີການກະທໍາຄວາມ ຜິດພາດ ແນວໃດແນວນຶ່ງ ໃນສ່ວນຂອງພວກຂັບເຮືອ.”

ບໍ່​ເປັນ​ທີ່ຈະແຈ້ງວ່າ ພວກຄົນຊອກ​ເຮັດ​ວຽກ​ເຫຼົ່ານັ້ນມາຈາກໃສແທ້ ແຕ່ວ່າຫລາຍພັນຄົນ
ຊຶ່ງສ່ວນໃຫຍ່ມາຈາກພາກເໜືອຂອງທະວີບອາຟຣິກາ​ ໄດ້ພະຍາຍາມພາກັນຂ້າມທະເລ
​ເມດີແຕຣາເນໄປຍັງທີ່ນັ້ນ ດ້ວຍຄວາມຫວັງວ່າ ຈະໄປຫາວຽກເຮັດງານທໍາ ແລະຊີວິດທີ່
ດີກວ່າເກົ່າ ຢູ່ໃນທະວີບຢູໂຣບ.

ສ່ວນຫລາຍ ແມ່ນ​ໄດ້ຖືກສົ່ງກັບໄປຍັງປະເທດເຂົາເຈົ້າຄືນ ເວັ້ນເສຍແຕ່ວ່າ ເຂົາເຈົ້າຈະ
ສາມາດສະແດງໃຫ້ເຫັນວ່າ ເຂົາເຈົ້າມີວຽກເຮັດ ຫລືມີເງື່ອນໄຂເໝາະສົມ ທີ່ຈະໄດ້ຮັບ
ອະ​ນຸຍາດ​ໃຫ້ລີ້ໄພ.

ເບິ່ງວີດິໂອກ່ຽວກັບຂ່າວນີ້:

XS
SM
MD
LG