ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໑ ມີນາ ໒໐໒໓

ຊາວອີຕາລີ ປ່ອນບັດ ເລືອກຕັ້ງເອົາ ຜູ້ນໍາຄົນໃໝ່


ຜູ້ສະມັກເລືອກຕັ້ງ ທີ່ນໍາໜ້າ ທ່ານ Pier Luigi Bersani ສັງກັດພັກ ປະຊາທິປະໄຕ ສະແດງຄວາມຂອບໃຈ ຕໍ່ຜູ້ສະໜັບສະໜູນ.
ຊາວອີ​ຕາ​ລີ ພາກັນໄປປ່ອນ​ບັດ​ໃນ​ວັນ​ອາທິດ​ມື້​ນີ້ ​ເພື່ອ​ເລືອກ​
ເອົາ​ຜູ້​ນໍາ​ຄົນ​ໃໝ່ຂອງ​ເຂົາ​ເຈົ້າ ​ໃນ​ຂະນະ​ທີ່​ປະ​ເທດ​ຊາດ​ພະ
ຍາຍາມ​ຖີບ​ໂຕ​ອອກ​ຈາກສະພາວະ​ເສດຖະກິດຖົດຖອຍ​ຢ່າງ​
ໜັກ​ນັ້ນ.

ການ​ເລືອກ​ຕັ້ງແຫ່ງ​ຊາດ ມີ​ຂື້ນ​ໃນ​ວັນ​ອາທິດ​ມື້​ນີ້ ​ແລະ​ວັນ​ຈັນ
ມື່ອື່ນ ໂດຍ​ມີ​ບັນດາ​ປະ​ເທດ​ສະມາຊິກອື່ນໆ​ຂ​ອງເຂດ​ຢູ​ໂຣ
ພາກັນ​ຈັບ​ຕາ​ເບິ່ງ​ຢ່າງ​ໃກ້​ຊິດ​ ​ຜົນ​ການ​ເລືອກ​ຕັ້ງຢູ່​ໃນ​ປະ​ເທດ​
ສະມາຊິກ​ທີ່​ມີເສດຖະກິດໃຫຍ່​ອັນ​ດັບສາມ ຂອງ​ເຂດ​ຢູ​ໂຣ​ນັ້ນ.

ການ​ຢັ່ງ​ຫາງ​ສຽງເທື່ອ​ຫລ້າສຸດ ​ສະ​ແດງ​ໃຫ້​ເຫັນ​ວ່າ ພັກ​ປະຊາ
ທິປະໄຕ ​ແລະ​ຜູ້​ນໍາ​ພັກ ທ່ານ Pier Luigi Bersani ມີ​ຄະ​ແນນ
ນໍາ​ໜ້າ​ຢ່າງ​ໝິ່ນໆ ​ແຕ່​ອາດ​ຈະ​ບໍ່​ໄດ້ສຽງສ່ວນ​ຫລາຍ​ທີ່​ຕ້ອງການ​ ​ເພື່ອ​ທີ່​ຈະຊຸກ​ຍູ້ໃຫ້​ສະ​ພາ​ຮັບຜ່ານ​ການ​ປະຕິ​ຮູບ​ເສດຖະກິດ​ຂອງ​ເຂົາເຈົ້ານັ້ນ.

ຕິດຕາມ​ມາ​ຢ່າງ​ໃກ້​ຊິດ​ແມ່ນ ອະດີດ​ນາຍົກລັດຖະມົນຕີ Silvio Berlusconi​. ມະຫາເສດ
ຖີພັນ​ລ້ານ ທີ່ພະຍາຍາມ​ຊອກ​ຫາ​ທາງ ກັບ​ຄືນມາຫລິ້ນ​ການ​ເມືອງ​ອີກ ຊຶ່ງບໍ່​ຊົງຈະເປັນໄປ
ໄດ້ ​ໃນ​ຂະນະ​ທີ່ທ່ານກໍາລັງ​ປະ​ເຊີນ​ໜ້າ​ກັບ​ການຖືກ​ດໍາ​ເນີນ​ຄະດີ ​ໃນຫລາຍໆຂໍ້​ຫານັບ​ຕັ້ງ​
ແຕ່​ການ​ສໍ້ໂກງ ​ໄປ​ຫາການ​ຮ່ວມ​ເພດ​ກັບ​ໂສ​ເພນີ ໄວເດັກ​.

ນັກ​ຕະລົກ ທີ່​ຫັນ​ມາ​ຫລິ້ນການ​ເມຶ​ອງ ທ່ານ Beppe Grillo ​ໄດ້​ດຶງດູດ​ຝູງ​ຊົນຢ່າງຫລວງ
ຫລາຍ​ ​ໄປ​ຮ່ວມ​ໃນ​ການ​ໂຮມ​ຊຸມນຸມ​ໂຄສະນາ​ຫາ​ສຽງ​ຂອງ​ລາວ. ການ​ໄດ້​ຄະ​ແນນ​ດີຂອງ​
ຂະ​ບວນການ​ປະ​ທ້ວງ​ຂອງ​ລາວ ອາດ​ຈະ​ເຮັດ​ໃຫ້ບໍ່​ມີຜູ້​ຊະນະຢ່າງ​ແຈ້ງ​ຂາວ​ໃນ​ການ​ເລືອກ
ຕັ້ງ​ ສະພາຂອງ​ອິຕາ​ລີ​ຄັ້ງ​ນີ້ ຊຶ່ງ​ຈະ​ນໍາ​ໄປ​ສູ່ສົງຄາມ​ການ​ເມືອງ​ ໃນ​ການປະກອບລັດຖະບານ
ປະສົມຂື້ນ​ມາ.

ນາຍົກລັດຖະມົນຕີຄົນປັດ​ຈຸ​ບັນ ທ່ານ Mario Monti ມີ​ຄະ​ແນນ​ນິຍົມໜ້ອຍ​ຫລາຍ ຈາກ
​ກາ​ນຢັ່ງ​ສຽງ​ຂອງ​ມະຫາຊົນ.

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG