ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ພວກຄົນໂດຍສານ ໄດ້ອອກຈາກ ກໍ່າປັ່ນນໍາທ່ຽວແລ້ວ ທີ່ທ່າເຮືອເກາະ Seychelles (ເບິ່ງວີດີໂອ)


ກໍ່າປັ່ນນໍາທ່ຽວ Costa Allegra ທີ່ຈັກຕາຍກາງທະເລ ກໍາລັງຖືກແກ່ລາກ
ຢ່າງຊ້າໆໂດຍ ເຮືອຫາປາຝຣັ່ງ.
ກໍ່າປັ່ນນໍາທ່ຽວ Costa Allegra ທີ່ຈັກຕາຍກາງທະເລ ກໍາລັງຖືກແກ່ລາກ ຢ່າງຊ້າໆໂດຍ ເຮືອຫາປາຝຣັ່ງ.

ພວກ​ຄົນ​ໂດຍສານ​ຈາກ​ກໍ່າ​ປັ່ນ​ນໍາທ່ຽວ​ສໍາລານ​ອິຕາ​ລີ​ລໍາ​ນຶ່ງທີ່​ຈັກ​ຕາຍນັ້ນ ​ໃນ​ທີ່​ສຸດ​ກໍ​ໄດ້
ຂຶ້ນຝັ່ງ ຢູ່​ທີ່​ທ່າ​ເຮືອແຫ່ງ​ນຶ່ງ​ ຂອງ​ເກາະ Seychelles ​ໃນ​ວັນ​ພະຫັດມື້​ນີ້.

ຜູ້​ໂດຍສານ​ຄົນ​ນຶ່ງ​ກ່າວ​ວ່າ ອາຫານ​ຂອງ​ເຂົາ​ເຈົ້າມີ​ນໍ້າ ​ເຂົ້າຈີ່ ​ແລະ​ໃສ້ ອົ່ວ​ອີ​ຕາ​ລີ ​ເວລາ​
ເຮືອ​ຕົກຄ້າງ​ຢູ່​ເທິງກໍ່າ​ປັ່ນ Costa Allegra.

ກໍ່າ​ປັ່ນ​ນໍ​າທ່ຽວ​ລໍາ​ດັ່ງກ່າວ ​ໄດ້​ລ່ອງ​ລອຍເປັນ​ເວລາ​ສາມ​ມື້​ໃນ​ມະຫາ​ສະ ມຸດ​ອິນ​ເດຍ ​ໂດຍ
ທີ່ບໍ່​ມີ​ໄຟຟ້າໃຊ້.

ສະພາກາ​ແດງ ​ໄດ້​ຈັດ​ຕຽມ​ການ​ຕ້ອນຮັບຜູ້​ໂດຍສານ ​ແລະ​ລູກ​ເຮືອ​ຫລາຍ​ກວ່າ 1,000
ຄົນ​ຢູ່​ເທິງ​ກໍ່າ​ປັ່ນ​ Costa Allegra ​ທີ່​ຕ້ອງພາກັນ​ທົນ​ທຸກ​ຢູ່​ກັບຄວາມ​ຮ້ອນ​ເອົ້າ ​ໂດຍປາດ​
ສະ​ຈາກເຄຶ່ອງ​ເຮັດອາຍ​ເຢັນ ​ໄຟຟ້າ ​ແລະ​ການ​ສື່ສານນັ້ນ.

ຈັກ​ຂອງກໍ່າ​ປັ່ນ​ລໍາ​ດັ່ງກ່າວ​ໄດ້​ຕາຍ ​ແລະ​ໄດ້​ລ່ອງ​ລອຍ​ຢູ່​ກາງ​ທະ​ເລ ຫຼັງ ຈາກ​ເກີດ​ໄຟ​ໄໝ້
ຢູ່​ທີ່​ຫ້ອງ​ເຄຶ່ອງຈັກ​ຂອງ​ກໍ່າ​ປັ່ນ​ເມື່ອ​ວັນ​ຈັນ​ຜ່ານ​ມາ​ນີ້. ກໍ່າ​ປັ່ນ Costa Allegra ​ໄດ້​ຖືກ
ແກ່ຢ່າງ​ຊ້າໆ​ໂດຍ​ເຮື​ອຫາ​ປາ​ຂອງຝຣັ່ງລໍາ​ນຶ່ງ ​ໄປ​ຍັງ​ທ່າ​ເຮືອ​ເກາະ Seychelles.

ພວກ​ທະຫານ​ເຮືອ​ອິຕາ​ລີ​ ກໍ​ຂຶ້ນ​ໄປ​ປະ​ຈໍາ​ການ​ຢູ່​ເທິງ​ກໍ່າ​ປັ່ນ ​ເພື່ອ​ພິທັກ​ປົກ ປ້ອງ​ບໍ່​ໃຫ້​
ພວກ​ໂຈນ​ທະ​ເລ​ບຸກ​ໂຈມ​ຕີກໍ່າ​ປັ່ນ. ພວກ​ໂຈນ​ທະ​ໂລໂຊ​ມາ​ເລຍ ​ໄດ້ທໍາ​ການ​ໂຈມ​ຕີກໍ່າ​ປັ່ນ
ຫຼາຍໆ​ບັ້ນ ​ຢູ່​ໃນ​ຂົງ​ເຂດ​ດັ່ງກ່າວ ​ບ່ອນ​ທີ່​ກໍ່າ​ປັ່ນ ທ່ອງ​ທ່ຽວ​ລຳ​ນີ້ຕາຍ​ນັ້ນ.

ພວກ​ເຈົ້າໜ້າ​ທີ່​ Seychelles ກ່າວ​ວ່າ ​ໄດ້​ມີ​ການ​ຕຽມ​ຍົນ​ໄວ້ແລ້ວ ເພື່ອ​ຈັດ​ສົ່ງ​ພວກ​ຄົນ​
ໂດຍສານ​ແລະ​ລູກ​ເຮືອ​ຄື​ນ​ໄປ​ຍັງ​ນະຄອນຫຼວງ​ໂຣມຂອງ​ອິຕາ​ລີນັ້ນ. ​ແຕ່​ແນວ​ໃດ​ກໍ​ດີ
ຫຼາຍໆ​ຄົນ​ກໍ​ຍັງ​ຍິນ​ດີ​ຮັບ​ເອົາ​ຄໍາສະ​ເໜີ​ຂອງ​ກໍ່າ​ປັ່ນ​ນໍາ​ທ່ຽວ Costa Cruises ທີ່​ຈະ​ສືບ​
ຕໍ່​ການ​ພັກຜ່ອນ​ຂອງ​ພວກ​ເຂົາ​ເຈົ້າຢູທີ່​ໂຮງ​ແຮມຄຸນ​ນະພາ​ບສູງ​ ​ໃນ​ໝູ່​ເກາະ​ດັ່ງກ່າວ.

ປາກົດ​ວ່າ​ບໍ່​ມີ​ໃຜ​ໄດ້​ຮັບ​ບາດ​ເຈັບ ​ໃນ​ເຫດການ​ໄຟ​ໄໝ້​ໃນ​ຫ້ອງ​ເຄຶ່ອງຈັກ​ຂອງ​ກໍ່າ​ປັ່ນ ​ແລະ
ເວລາ​ນີ້​ກໍ​ຍັງ​ບໍ່​ຮູ້​ສາ​ເຫດ​ເທື່ອ.

ກໍ່າ​ປັ່ນ​ນໍາ​ທ່ຽວ​ດັ່ງກ່າວ​ແມ່ນ​ດໍາ​ເນີນ​ການ​ໂດຍ​ບໍລິສັດ​ດຽວ​ກັນກັບ​ບໍລິສັດທີ່ ກຳກັບນຳກໍ່າ​ປັ່ນ Costa Concordia ທີ່​ຫຼົ້ມ​ເມື່ອ​ເດືອນ​ຜ່ານ​ມາ​ຫຼັງຈາກ​ແລ່ນຕຳ​ໂງ່ນຫີນ​ໃຕ້​ນໍ້າ ​ນອກ​ຝັ່ງ​ທະ​ເລ​ອິຕາ​ລີ ​ຊຶ່ງ​ໃນ​ອຸບັດ​ເຫດ​ຄັ້ງ​ນັ້ນ​ມີ​ຜູ້​ໂດຍສານ​ຢູ່​ເທິງ​ກໍ່າ​ປັ່ນ 4,200 ຄົນ ​ແລະ​ໃນ​ນັ້ນ​ຢ່າງ​ໜ້ອຍມີ​ຜູ້​ເສຍ​ຊີວິດ 25 ຄົນ.

XS
SM
MD
LG