ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ເອກອັກຄະລັດທະທູດອີຕາລີ ປະຈໍາ ສປປ ຄອງໂກ ເສຍຊີວິດ ໃນການດັກໂຈມຕີ ໃນວັນຈັນວານນີ້


ພາບທະຫານສາທາລະນະລັດ ປະຊາທິປະໄຕຄອງໂກ (FARDC) ກຳລັງລາດຕະເວນ ຢູ່ໃກ້ເມືອງເບີນີ ທາງພາກເໜືອ ແຂວງກີວູ.
ພາບທະຫານສາທາລະນະລັດ ປະຊາທິປະໄຕຄອງໂກ (FARDC) ກຳລັງລາດຕະເວນ ຢູ່ໃກ້ເມືອງເບີນີ ທາງພາກເໜືອ ແຂວງກີວູ.

ເອກອັກຄະລັດຖະທູດອີຕາລີ ປະຈຳສາທາລະນະລັດປະຊາທິປະໄຕຄອງໂກ ໄດ້ເສຍຊີວິດ
ຍ້ອນການໂຈມຕີ ຂະບວນລົດສະຫະປະຊາຊາດ ໃກ້ກັບເມືອງໂກມາ ໃນພາກຕາເວັນ
ອອກຂອງຄອງໂກ.

ໂຄງການອາຫານໂລກຂອງສະຫະປະຊາຊາດ (WFP) ກ່າວວ່າ ຢ່າງໜ້ອຍມີ ອີກສອງຄົນ
ໄດ້ເສຍຊີວິດ ແລະອີກຫຼາຍຄົນໄດ້ຮັບບາດເຈັບ ຈາກການໂຈມຕີ ເມື່ອວັນຈັນວານນີ້ ທີ່ໄດ້
ສັງຫານເອກອັກຄະລັດຖະທູດອີຕາລີ ທ່ານລູກາ ອັຕ-ຕານາຊຽວ.

ໂຄສົກສະຫະປະຊາຊາດກ່າວຕໍ່ ວິໂອເອວ່າ ອີກສອງຄົນທີ່ເສຍຊີວິດ ແມ່ນສັນ ຊາດອີຕາລີ
ແລະຊາວຄອງໂກທີ່ເປັນຄົນຂັບລົດໃຫ້ແກ່ອົງການ WFP. ໂຄສົກ ກ່າວວ່າ ການໂຈມຕີໄດ້
ແນໃສ່ເປົ້າໝາຍໃສ່ລົດຂອງອົງການ WFP ສອງຄັນ ທີ່ເດີນທາງປະມານ 25 ກິໂລແມັດ
ຢູ່ທາງພາກຕາເວັນອອກສຽງເໜືອ ຂອງເມືອງໂກມາ.

ຍັງບໍ່ມີກຸ່ມໃດ ອ້າງເອົາຄວາມຮັບຜິດຊອບ ໃນການໂຈມຕີຄັ້ງນີ້.

ຖະແຫຼງການຂອງອົງການ WFP ກ່າວວ່າ ຄະນະຜູ້ແທນໄດ້ເດີນທາງ ຈາກ ເມືອງໂກມາ
ໄປຢ້ຽມຢາມໂຄງການລ້ຽງອາຫານໂຮງຮຽນຂອງອົງການ WPF ໃນເມືອງຣຸຕຊຣູລູ ເວລາ
ການໂຈມຕີເກີດຂຶ້ນ. ໄດ້ມີການໃຫ້ຂໍ້ສັງເກດວ່າ ການ ໂຈມຕີ “ໄດ້ເກີດຂຶ້ນຢູ່ທາງສາຍນຶ່ງທີ່
ໄດ້ກວດແລ້ວວ່າມີຄວາມປອດໄພ ສໍາລັບ ການເດີນທາງໂດຍບໍ່ຕ້ອງມີການຄຸ້ມກັນ.”

ອົງການຂ່າວຣອຍເຕີ ທີ່ອ້າງແຫຼ່ງຂ່າວຈາກ ອຸດທະຍານແຫ່ງຊາດເວິຣັນກາ ລາຍງານວ່າ
ຂະບວນລົດໄດ້ຖືກໂຈມຕີ ໃກ້ກັບເມືອງ ກັນຢາມາໂຮໂຣ ທີ່ ເປັນສ່ວນນຶ່ງໃນການພະຍາ
ຍາມລັກພາໂຕ.

ໂຄສົກຄົນນຶ່ງຂອງເລຂາທີການໃຫຍ່ສະຫະປະຊາຊາດ ທ່ານແອນໂຕນຽວ ກິວເຕເຣສ
ກ່າວວ່າ ຫົວໜ້າອົງການສະຫະປະຊາຊາດ ໄດ້ປະນາມການ ໂຈມຕີ ແລະໄດ້ສະແດງ
ຄວາມາເສົ້າສະຫລົດໃຈຕໍ່ບັນດາຄອບຄົວຂອງຜູ້ ເສຍຊີວິດ.

ທ່ານສະແຕັບຟານ ດູຍຈາຣິກ ກ່າວຢູ່ໃນຖະແຫຼງການ ໃນວັນຈັນວານນີ້ວ່າ “ເລຂາທິການ
ໃຫຍ່ ໄດ້ຮຽກຮ້ອງໃຫ້ລັດຖະບານຂອງສາທາລະນະລັດປະຊາ ທິປະໄຕຄອງໂກ ສືບສວນ
ຢ່າງຄົບຖ້ວນ ຕໍ່ການແນເປົ້າໝາຍທີ່ໂຫດຮ້າຍໃສ່ ການປະຕິບັດງານຮ່ວມມືຢູ່ໃນສະໜາມ
ຂອງສະຫະປະຊາຊາດ ແລະນຳເອົາ ພວກກະທຳຜິດມາລົງໂທດ.”

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG