ສະມາຊິກຄະນະທຳງານຂອງວ່າທີ່ປະທານາທິບໍດີ ດໍໂນລ ທຣຳ ກຳລັງວາງແນວທາງຖອນ ສະຫະລັດ ອອກຈາກການເປັນສະມາຊິກອົງການອະນາໄມໂລກ ຫຼື WHO (World Health organization) ທັນທີຫຼັງຈາກເຂົ້າຮັບຕຳແໜ່ງໃນວັນທີ 20 ມັງກອນ ໂດຍອ້າງອີງຈາກຜູ້ຊ່ຽວຊານດ້ານກົດໝາຍສຸຂະພາບ.
ທ່ານ ລໍເຣນ ກອນຕິນ ສາສະດາຈານດ້ານສາທາລະນະສຸກລະຫວ່າງປະເທດ ທີ່ມະຫາວິທະຍາໄລ ຈອດຈທາວນ໌ ໃນນະຄອນຫຼວງ ວໍຊິງຕັນ ແລະ ເປັນຜູ້ອຳນວຍການສູນກາງການປະສານງານ ກ່ຽວກັບ ກົດໝາຍສາທາລະນະສຸກແຫ່ງຊາດ ແລະ ໂລກຂອງ WHO ກ່າວວ່າ “ທ່ານ ທຣຳ ມີແຜນຈະຖອນ ສະຫະລັດ ທັນທີ, ບາງເທື່ອອາດເປັນວັນທຳອິດເລີຍ ຫຼື ໃນໄລຍະຕົ້ນທີ່ເຂົາຮັບຕຳແໜ່ງ.”
ສາສະດາຈານ ກອນຕິນ ກ່າວວ່າ “ສະຫະລັດ ຈະສູນເສຍອິດສະຫຼະພາບ ແລະ ບາລະມີໃນວົງການສາທາລະນະສຸກໂລກ ແລະ ຈີນ ຈະເຂົ້າມາປິດຊ່ອງຫວ່າງບ່ອນນີ້ແທນ ຫາກເປັນເຊັ່ນນັ້ນອົງກອນນີ້ຈະອ່ອນແອລົງຢ່າງຫຼວງຫຼາຍ.”
ສື່ມວນຊົນ Financial Times ເປັນສື່ມວນຊົນທຳອິດທີ່ລາຍງານເລື່ອງນີ້ ໂດຍອ້າງອີງຜູ້ຊ່ຽວຊານສອງຄົນ ນຶ່ງໃນນັ້ນຄື ທ່ານ ອາຊິສ ຈາ ອະດີດຜູ້ປະສານງານການຮັບມືໂຄວິດ-19 ຂອງທຳນຽບຂາວ.
ທາງອົງການຂ່າວ ຣອຍເຕີ ກໍພະຍາຍາມຕິດຕໍ່ໄປຍັງຄະນະທຳງານຂອງທ່ານ ທຣຳ ເພື່ອຂໍຄວາມເຫັນໃນເລື່ອງນີ້ ແຕ່ບໍ່ໄດ້ຮັບການຕິດຕໍ່ກັບໃນຂະນະທີ່ກຳລັງຕີພິມລາຍງານນີ້.
ຫາກແຜນການດັ່ງກ່າວເປັນຄວາມຈິງ ຈະຖືເປັນການປ່ຽນແປງຄັ້ງໃຫຍ່ໃນວົງການສາທາລະນະສຸກໂລກ ແລະ ຈະເຮັດໃຫ້ ອາເມຣິກາ ໂດດດ່ຽວຈາກຄວາມຮ່ວມມືລະຫວ່າງປະເທດ ເພື່ອຮັບມືການລະບາດຂອງໂຣກຮ້າຍແຮງຕ່າງໆ.
ທີ່ຜ່ານມາ ທ່ານ ທຣຳ ມັກອອກມາວິພາກວິຈານການເຮັດວຽກຂອງອົງການ WHO ຫຼາຍຄັ້ງ ແລະ ທ່ານຍັງສະເໜີຊື່ຜູ້ທີ່ບໍ່ເຫັນດີກັບ WHO ຫຼາຍຄົນໃຫ້ນັ່ງໃນຕຳແໜ່ງສຳຄັນດ້ານສາທາລະນະສຸກໃນຄະນະລັດຖະບານຊຸດໃໝ່ ລວມເຖິງ ທ່ານ ໂຣເບີດ ເອັຟ ເຄັນເນດີ ຜູ້ທີ່ມີແນວຄິດຕໍ່ຕ້ານຢາວັກຊີນ ໃຫ້ຢູ່ໃນຕຳແໜ່ງລັດຖະມົນຕີວ່າການກະຊວງສາທາລະນະສຸກ ແລະ ບໍລິການປະຊາຊົນ ເຮັດໜ້າທີ່ເບິ່ງແຍງໜ່ວຍງານດ້ານສາທາລະນະສຸກຕ່າງໆໃນ ສະຫະລັດ ລວມທັງສະຖາບັນຄວບຄຸມ ແລະ ປ້ອງກັນໂຣກ ສະຫະລັດ ແລະ ອົງການອາຫານ ແລະ ຢາ.
ຟໍຣັມສະແດງຄວາມຄິດເຫັນ