ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ມີ​ຢ່າງ​ນ້ອຍ 11 ຄົນ​ເສຍ​ຊີວິດ ​ໃນ​ເຫດ​ລະ​ເບີດ​ ທີ່ ນະຄອນ Istanbul ປະເທດ​ເທີ​ກີ


ຊາກລົດ​ຕູ້​ທີ່ຖືກ​ທຳລາຍ ​ໃນ​ເຫດ​ລະ​ເບີດ ​​ທີ່​ແນ​ເປົ້າ​ໝາຍ​ໃສ່​ລົດ​ເມ​ທີ່​ບັນຈຸ​ພວກ​ຕຳຫຼວດ ທີ່​ໃຈ​ກາງ​ນະຄອນ Istanbul, ​ເທີ​ກີ, 7 ມິຖຸນາ, 2016.
ຊາກລົດ​ຕູ້​ທີ່ຖືກ​ທຳລາຍ ​ໃນ​ເຫດ​ລະ​ເບີດ ​​ທີ່​ແນ​ເປົ້າ​ໝາຍ​ໃສ່​ລົດ​ເມ​ທີ່​ບັນຈຸ​ພວກ​ຕຳຫຼວດ ທີ່​ໃຈ​ກາງ​ນະຄອນ Istanbul, ​ເທີ​ກີ, 7 ມິຖຸນາ, 2016.

ມີ 11 ຄົນ ໄດ້ເສຍ​ຊີວິດ ​ຮວມທັງຕຳຫຼວດ 7 ຄົນ ແລະ​ອີກ 36 ຄົນ ​ໄດ້​ຮັບ​ບາດ​ເຈັບ​ໃນ​ເຫດ​ລະ​ເບີດ ​ໃນ​ເຂດ​ໃຈກາ​ງຂອງນະຄອນ Istanbul ​ໃນ​ຕອນ​ເຊົ້າ ​ຂອງ​ເວລາ​ໄປ​ລ້າ​ໄປ​ການ​ ​ໃນ​ວັນ​ອັງຄານ​ມື້​ນີ້ ຊຶ່ງ​ຜູ້​ປົກຄອງ​ນະຄອນ​ Istanbul ​ໄດ້​ໃຫ້ການ​ຢືນຢັນ​ນັ້ນ.

ລົດ​ຄັນ​ນຶ່ງ​ທີ່​ບັນຈຸ​ລະ​ເບີ​ດຢ່າງ​ຫຼວງ​ຫຼາຍ ​ໄດ້​ແຕກຂຶ້ນ ​ໃນ​ຂະນະ​ທີ່​ແລ່ນ​ຜ່ານ​ລົດ​ເມ ທີ່ມີ​ລາຍ​ງານ​ວ່າ ​ເຕັມ​ໄປ​ດ້ວຍ​ພວກ​ຕຳຫຼວດປາບຈາລະ​ຈົນ.

ມີ​ລົດ​ພະຍາບານຫຼາຍໆຄັນ ​ໄດ້​ຖືກ​ສົ່ງ​ໄປ​ຍັງ​ສະຖານ​ທີ່​ເກີດ​ເຫດ ທີ່​ຄຸ້ມ Vezneciler ​ໃນ​ເຂດໃຈກາງເມືອງ ​ໃກ້ໆ​ກັບມະຫາວິທະຍາ​ໄລ Istanbul ​ແລະ ທີ່​ຈະຕຸ​ລັດ Bayazit​ ຊຶ່ງເປັນ​ສະຖານ​ທີ່​ນິຍົມ​ໄປ​ຢ້ຽມ​ຂອງ​ພວກ​ນັກ​ທ່ອງ​ທ່ຽວ.

ຍັງ​ບໍ່​ມີ​ກຸ່ມໃດ ອອກ​ມາ​ອ້າງ​ເອົາ​ຄວາມ​ຮັບ​ຜິດ​ຊອບໃນ​ການ​ໂຈມ​ຕີ​ຄັ້ງນີ້ເທື່ອ ​ເຖິງ​ແມ່ນ​ວ່າເມື່ອ​ໄວໆ​ມານີ້ ກຸ່ມ​ລັດ​ອິສລາມ​ ​ແມ່ນ​ໄດ້​ທຳ​ການ​ໂຈມ​ຕີ​ໃນ​ເທີ​ກີກໍ​ຕາມ. ພັກ​ກຳມະກອນ​ຊາວ​ເຄີ​ດ ຫຼື PKK ​ໄດ້ຕົກ​ເປັນເປົ້າ​ໝາຍ​ໃສ່ ຂອງພວກ​ຕຳຫຼວ​ດ​ເທີ​ກີ ​ແລະ​ພວກ​ທະຫານ ​ ນັບ​ຕັ້ງ​ແຕ່​ເດືອນ​ກໍລະກົດປີ​ກາຍ​ເປັນ​ຕົ້ນ​ມາ ​ໃນການ​ຕໍ່ສູ້​ເພື່ອ​ຈະ​ແຍກ​ຕົວ​ອອກ​ເປັນເອກ​ກະລາດ ​ໃນ​ພາກ​ຕາ​ເວັນ​ອອກສຽງ​ໃຕ້ຂອປະ​ເທດ​ນັ້ນ.

ພະນັກງານສຸກເສີນ ຟ້າວຝັ່ງເຂົ້າໄປຊ່ອຍກູ້ໄພໃນທີ່ເຫດລະເບີດ ໃນນະຄອນ Istanbul, 7 ມິຖຸນາ, 2016.
ພະນັກງານສຸກເສີນ ຟ້າວຝັ່ງເຂົ້າໄປຊ່ອຍກູ້ໄພໃນທີ່ເຫດລະເບີດ ໃນນະຄອນ Istanbul, 7 ມິຖຸນາ, 2016.

ກະລຸນາ​ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG