ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະໜາມບິນ ນະຄອນອິສຕັນບູລ ເປີດຄືນແລ້ວ ບໍ່ເທົ່າໃດຊົ່ວໂມງ ຫຼັງຈາກການໂຈມຕີ


ຜູ້ໂດຍສານລໍຖ້າຖ້ຽວບິນ ທີ່ສະໜາມບິນ​ Ataturk ໃນນະຄອນອິສຕັນບູນ ຊຶ່ງເປັນສະໜາມບິນ ທີ່ໃຫຍ່ທີ່ສຸດ ຂອງເທີກີ ຫລັງຈາກການໂຈມຕີ ໃນມື້ວານນີ້.
ຜູ້ໂດຍສານລໍຖ້າຖ້ຽວບິນ ທີ່ສະໜາມບິນ​ Ataturk ໃນນະຄອນອິສຕັນບູນ ຊຶ່ງເປັນສະໜາມບິນ ທີ່ໃຫຍ່ທີ່ສຸດ ຂອງເທີກີ ຫລັງຈາກການໂຈມຕີ ໃນມື້ວານນີ້.

ນະຄອນ​ອິສຕັນ​ບູລ​ໄດ້​ເປີດ​ສະໜາມ​ບິນ​ນາໆ​ຊາດ Ataturk ຄືນ​ແລ້ວ​ຢ່າງ​ເຕັມອັດຕາ​ ໃນວັນ​ພຸດ​ມື້ນີ້ ຫຼັງ​ຈາກ​ການ​ໂຈມ​ຕີ​ສະຫລະ​ຊີບທີ່​ເຮັດ​ໃຫ້ 41 ຄົນ​ເສຍຊີວິດ​ແລະ 200 ກວ່າຄົນ​ໄດ້​ຮັບ​ບາດ​ເຈັບ​ໃນ​ແລງ​ວັນ​ອັງຄານ​ວານ​ນີ້.

Turkey Explosions
please wait
Embed

No media source currently available

0:00 0:02:46 0:00

ສະໜາມ​ບິນ​ຂອງ​ພວກ​ເຮົາ​ໄດ້ເປີດ​ຄືນ​ແລ້ວ ສຳລັບ​ຖ້ຽວ​ບິນ​ຕ່າງ​ໆ​ແລະ​ເຮືອບິນເລີ້ມ ​ອອກ​ເດີນທາງ ແຕ່​ເວລາ​ 2 ​ໂມງ 20 ຕາມ​ເວລາ​ທ້ອງ​ຖິ່ນ ​ເປັນຕົ້ນ​ໄປ ນັ້ນຄື​ຄຳເວົ້າ ຂອງນາຍົກລັດຖະມົນຕີເທີກີ ທ່ານ Binali Yildirim ທີ່​ໄດ້​ກ່າວ​ຢູ່​ໃນຖະ​ແຫຼງການ​ທີ່ ສະໜາມ​ບິນ​ໃນ​ວັນ​ພຸດ​ມື້ນີ້.

ສາຍ​ການບິນ​ເທີ​ກີ​ກ່າວ​ວ່າ ຕົນ​ໄດ້​ເລີ້ມການ​ເດີນທາງ​ຂອງ​ທຸກ​ຖ້ຽວ​ບິນແລະ​ວໍ​ຊິງ​ຕັນ ກໍໄດ້ຍົກ​ເລີກ​ການ​ຫ້າມ ​ບໍ່​ໃຫ້ຖ້ຽວ​ບິນ​ຢຸດ​ແວ່ລະຫວ່າງ​ສະຫະລັດ ​ແລະ​ສະໜາມ​ບິນ Ataturk ​ໃນ​ນະຄອນ​ອິສຕັນ​ບູລ ​ໃນ​ຕອນ​ແລງ​ວັນ​ອັງຄານ​ວານ​ນີ້.

Eyewitnesses Describe Chaos at Istanbul Airport
please wait

No media source currently available

0:00 0:01:59 0:00
ລິງໂດຍກົງ

ຢ່າງ​ໜ້ອ​ຍ 10 ຄົນ​ຂອງ​ພວກ​ທີ່​ເສຍ​ຊີວິດ​ແມ່ນ​ຊາວ​ຕ່າງປະ​ເທດແລະ 109 ຄົນຂອງ​ຈຳນວນ​ຜູ້​ບາດ​ເຈັບ​ທັງ​ໝົດ 239​ ຄົນໄດ້​ອອກ​ຈາກ​ໂຮງໝໍ​ແລ້ວ​ໃນວັນ​ພຸດ​ມື້ນີ້ອີງ​ຕາມ ​ເຈົ້າແຂວງ​ອິສຕັນ​ບູລ.

ມີ​ລາຍ​ງານ​ວ່າ ພວກ​ໂຈມ​ຕີ​ສະຫລະ​ຊີບ​ທັງ 3 ຄົນ ​ໄດ້​ຍິງ​ຕຳຫຼວດຫລາຍ​ຄົນ ກ່ອນ​ທີ່ ​ຈະບີບ​ຄະ​ນວນ​ລະ​ເບີດ​ໃຫ້​ແຕກ​ຂຶ້ນທີ່​ຕຶກ​ອາຄານ​ຜູ້​ໂດຍສານ​ເດີນທາງໄປ​ຮອດ.

ຜູ້​ເຫັນ​ເຫດການ​ຄົນ​ນຶ່ງ ກ່າວ​ຕໍ່​ວີ​ໂອ​ເອພະ​ແນ​ກພາສາ​ເທີ​ກີ​ວ່າ ມີ​ລະ​ເບີດ​ນ້ອຍ 2 ລູກ ​ແຕກ​ຂຶ້ນກ່ອນແລະ​ຫລັງ​ຈາກ​ນັ້ນກໍ​ແມ່ນ​ລະ​ເບີດ​ຂະໜາດ​ແຮງ. ຜູ້​ຄົນ​ໄດ້​ພາກັນ​ແຕກ​ກະຈັດກະຈາຍ​ໄປ​ທົ່ວ​ທຸກ​ແຫ່ງ. ພວກ​ເຂົາ​ເຈົ້າບໍ່​ຮູ້ຈັກ​ວ່າ​ຈະ​ໄປ​ໃສ. ພວກ​ເຮົາ​ກຳລັງລໍ ຖ້ານ້ອງ​ສາວ​ຂອງ​ຂ້ອຍແຕ່​ບໍ່​ສາມາດ​ພົບ​ເຫັນ​ນາງ. ພວກ​ເຮົາ​ກຳລັງລໍຖ້າ​ນາງ​ຢູ່.

ຜູ້​ເຫັນ​ເຫດການ​ຄົນທີ​ສອງກໍ​ພະຍາຍາມ​ທີ່​ຈະ​ບັນ​ລະ​ຍາຍ​ເຖິງ​ຄວາມ​ວຸ້ນວາຍ​ທີ່​ໄດ້​ເກີດ​ຂຶ້ນ.​ ຢູ່​ໃນ​ທາງ​ນຶ່ງ​ນັ້ນ ສຽງ​ປືນ​ດັງ​ຂຶ້ນ ສ່ວນອີກ​ທາງ​ນຶ່ງ​ກໍ​ແມ່ນ​ສຽງ​ລະ​ເບີດ​ແລະ​ຜູ້​ຄົນ​ພາ ກັນ​ແລ່ນ​ອອກ​ໜີ​ຢ່າງ​ວ່ອງ​ໄວ​ເທົ່າ​ທີ່​ສາມາດ​ເຮັດໄດ້​ແລະ​ມີຜູ້​ຄົນ​ບາດ​ເຈັບ​ເລືອດ​ອອກ​ຢູ່ ແຄມ​ທາງ​ຍ່າງ.

​ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG