ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ສຫລ ຫາລືເພີ້ມຕື່ມ ກັບປາແລສໄຕນ໌


ລັດຖະມົນຕີການຕ່າງປະເທດສະຫະລັດທ່ານນາງ Hillary Clinton ແລະປະທານາທິບໍດີປາແລສໄຕນ໌ ທ່ານ Mahmoud Abbas ມີກຳນົດທີ່ຈະພົບປະກັນເປັນເທື່ອທີ 2 ທີ່ນະຄອນນິວຢອກໃນວັນເສົາມື້ນີ້ໃນ ຄວາມພະຍາຍາມ ເພື່ອປ້ອງກັນບໍ່ໃຫ້ການເຈລະຈາສັນຕິພາບລະຫວ່າງອິສຣາ ແອລແລະປາແລສໄຕນ໌ພັງທະລາຍລົງ. ທ່ານນາງ Clinton ແລະທ່ານ Abbas ໄດ້ພົບປະກັນ ມາເທື່ອນຶ່ງແລ້ວ ໃນມື້ ວັນສຸກວານນີ້.

ຝ່າຍປາແລສໄຕນ໌ຂູ່ວ່າ ຈະຖອນໂຕອອກຈາກການເຈລະຈາ ຖ້າອິສຣາແອລ ຫາກບໍ່ຕໍ່ອາຍຸ ຂໍ້ຫ້າມກ່ຽວກັບການກໍ່ສ້າງຕັ້ງບ້ານໃໝ່ ໃນເຂດຝັ່ງຕາເວັນຕົກ ແມ່ນໍ້າຈໍແດັນທີ່ຈະໝົດອາຍຸລົງ ໃນວັນອາທິດມື້ອື່ນນີ້. ອິສຣາແອລ ໄດ້ປະຕິເສດ ທີ່ຈະພິຈາ ລະນາ ກ່ຽວກັບການຕໍ່ອາຍຸ ຂໍ້ຫ້າມດັ່ງກ່າວ ແຕ່ກໍກ່າວ ໃນວັນສຸກວານນີ້ວ່າ ຕົນເຕັມໃຈ ທີ່ຈະພິຈາລະນາເບິ່ງ ການປະນີປະນອມ.

ເຈົ້າໜ້າທີ່ອະວຸໂສຄົນນຶ່ງ ຂອງກະຊວງ ການຕ່າງປະເທດສະຫະລັດເວົ້າວ່າ ໃນຂະນະທີ່ ລັດຖະບານສະຫະລັດ ກົດດັນໃຫ້ອິສຣາແອລ ຕໍ່ອາຍຸຂໍ້ຫ້າມທີ່ວ່ານີ້ ທ່ານນາງ Clinton ກໍຈະຮຽກຮ້ອງໃຫ້ທ່ານ Abbas ບໍ່ໃຫ້ຖອນໂຕອອກຈາກການເຈລະຈາດັ່ງທີ່ທ່ານໄດ້ຂູ່ໄວ້.

ເຈົ້າໜ້າທີ່ສະຫະລັດກ່າວວ່າ ພວກທ່ານໄດ້ສະເໜີຄວາມຄິດ ຕໍ່ຄະນະເຈລະຈາ ຂອງອິສຣາ ແອລແລະປາແລສໄຕນ໌ ກ່ຽວກັບການທັບມ້າງ ສະພາບການບໍ່ໄປບໍ່ມາ ໃນການກໍ່ສ້າງຕັ້ງ ບ້ານໃໝ່ ຂອງພວກຊາວຢິວ.

ການເຈລະຈາໂດຍກົງ ລະຫວ່າງທ່ານ Abbas ແລະນາຍົກລັດຖະມົນຕີ ອິສຣາແອລ ທ່ານ ເບັນຈະມິນ ເນຕັນຢາຮູ ໄດ້ເລີ້ມຄືນໃໝ່ ທີ່ກຸງວໍຊິງຕັນ ໃນຕົ້ນເດືອນນີ້.

XS
SM
MD
LG