ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດຖະສະພາສະຫະລັດ ຖືກຕິຕຽນ ທີ່ໂຈະການຊ່ອຍ​ເຫລືອ ແກ່ປາ​ແລ​ສໄຕນ໌


ລັດຖະມົນຕີປ້ອງກັນປະເທດສະຫະລັດທ່ານ Leon Panetta, ແລະທ່ານ ນາຍົກລັດຖະມົນຕີອິສຣາແອລ Benjamin Netanyahu
ລັດຖະມົນຕີປ້ອງກັນປະເທດສະຫະລັດທ່ານ Leon Panetta, ແລະທ່ານ ນາຍົກລັດຖະມົນຕີອິສຣາແອລ Benjamin Netanyahu

ລັດຖະມົນຕີປ້ອງກັນປະເທດສະຫະລັດທ່ານ Leon Panetta ​ໄດ້​ຕໍາ​ນິຕິ​ຕຽນ​ສະມາຊິກ
ລັດຖະສະພາສະຫະລັດທີ່​ໄດ້ໂຈະການຊ່ອຍ​ເ​ຫຼື​ອມູນ​ຄ່າ 200 ລ້ານ​ໂດ​ລ່າສຳຫຼັບຈະນຳ
ໄປໃຊ້ ໃນ​ໂຄງການ​ພັດທະນາ​ຕ່າງໆ​ ຢູ່ໃນ​ເຂດປົກ​ຄອງ ຂອງປາ​ແລ​ສໄຕນ໌.

ທ່ານ Panetta ​ໄດ້​ກ່າວ​ໃນ​ວັນ​ຈັນ​ວານ​ນີ້​ ຢູ່ກອງ​ປະຊຸມຖະແຫຼງ​ຂ່າວທີ່ Tel Aviv ກັບ​ລັດ
ຖະມົນຕີ​ປ້ອງ​ກັນ​ປະ​ເທດ​ຂອງ Isreal, ທ່ານ Ehud Barak ​ວ່າ ເວລາ​ນີ້ບໍ່​ແມ່ນ​ເວລາ​ທີ່
ຈະມາໂຈະເງິນຊ່ອຍເຫຼືອດັ່ງ​ກ່າວ. ທ່ານ​ຍັງກ່າວ​ອີກ​ວ່າ ​ເວລານີ້​ເປັນໄລຍະທີ່​ຫົວ​ລ້ຽວ​ຫົວ​ຕໍ່​
ທີ່ສໍາ​ຄັນ​ຍິ່ງຢູ່ໃນຂົງເຂດ ໃນຂະນະທີ່ເຈົ້າໜ້າທີ່ຂອງສະຫະລັດຍັງສືບຕໍ່​ຮຽກຮ້ອງ​ໃຫ້ຝ່າຍ
ປາ​ແລ​ສໄຕນ໌ແລະ​ອິສຣາແອລ ທຳການເຈລະຈາເພື່ອໃຫ້ບັນລຸຂໍ້ຕົກລົງສັນຕິພາບນັ້ນ.

ກະຊວງ​ການ​ຕ່າງປະ​ເທດ​ຂອງ​ສະຫະລັດກ່າວ​ວ່າ ລັດຖະບານ ຂອງທ່ານ Obama ​
ກໍາລັງ​ສົນທະນາຫາລືຢ່າງຂຸ້ນຂ້ຽວ ກັບສະມາຊິກ​ລັດຖະສະພາຄົນສໍາຄັນໆ ທີ່ໄດ້ໂຈະການ
ຊ່ອຍເຫຼືອດັ່ງກ່າວ​. ລັດຖະບານ​ຂອງປາແລສ ໄຕນ໌ ​ແມ່ນໄດ້ກາງຕໍ່ອາ​ໄສ​ການ​ຊ່ອຍ​ເຫຼືອ​
ຂອງຕ່າງປະ​ເທດ​ເພື່ອຊ່ອຍປະ ກອບເປັນງົບ​ປະມານ​ປະ​ຈໍາປີຂອງຕົນນັ້ນ.

ພວກ​ເຈົ້າ​ໜ້າ​ທີ່​ຂອງອົງການ​ຊ່ອຍ​ເຫຼືອລະຫວ່າງປະເທດ​ຂອງ​ສະຫະລັດຫຼືຢູເສດໃຫ້ການ
ຢືນຢັນວ່າ ບາງໂຄງການຈະໄດ້ຮັບຜົນກະທົບຈາກການໂຈະການໃຫ້ເງິນຊ່ອຍເຫຼືອຂອງ
ສະພາດັ່ງກ່າວ, ແຕ່ວ່າບໍ່ໄດ້ບອກລາຍລະອຽດ ໃດໆໃຫ້ຊາບ. ເຈົ້າໜ້າທີ່ປາ​ແລ​ສໄຕນ໌
ປະນາມການເຄື່ອນໄຫວນີ້ວ່າ ເປັນ ການຂັດຕໍ່ການສ້າງສັນຕິພາບໂດຍເວົ້າວ່າ ມັນຈະບໍ່
ສາມາດຂັດຂວາງບໍ່ໃຫ້ພວກເຂົາເຈົ້າຊອກສະແຫວງຫາຊ່ອງທາງເພື່ອເຂົ້າເປັນສະມາຊິກ
ຂອງອົງການສະຫະປະຊາຊາດໂດຍເຕັມຂອງປະເທດປາ​ແລ​ສໄຕນ໌ໄດ້.

ສະມາຊິກລັດຖະສະພາສະຫະລັດໄດ້ໂຈະການໃຫ້ເງິນຊ່ອຍດັ່ງກ່າວເພື່ອເປັນ ການຕອບໂຕ້
ຕໍ່ການຂໍຮ້ອງຂອງທາງການປາ​ແລ​ສໄຕນ໌ ທີ່ຢາກໃຫ້ສະຫະປະ ຊາຊາດຮັບຮູ້ການເຂົ້າເປັນ
ສະມາຊິກຂອງຕົນ ຊຶ່ງໄດ້ຮັບການຄັດຄ້ານຈາກສະຫະລັດແລະອິສຣາແອລ ທີ່ກ່າວວ່າ ການເຈລະຈາກັນໂດຍກົງແມ່ນຊ່ອງທາງດຽວເທົ່ານັ້ນໄປສູ່ສັນຕິພາບໃນພາກຕາເວັນອອກກາງ.

ໃນເຊົ້າວັນຈັນວານນີ້​ທ່ານ Panetta ໄດ້ທຳການໂອ້ລົມສົນທະນາຕ່າງຫາກກັບນາຍົກ
ລັດຖະມົນຕີອິສຣາແອລທ່ານ Benjamin Netanyahu ແລະລັດ ຖະມົນຕີປ້ອງກັນປະເທດ
ທ່ານ Ehud Barak. ທ່ານຍັງໄດ້ພົບກັບປະທານາທິບໍດີຂອງປາ​ແລ​ສໄຕນ໌ທ່ານ Mahmoud
Abbas ແລະນາຍົກລັດຖະມົນຕີ ທ່ານ Salam Fayyad ອີກ. ທ່ານມີກຳນົດເດີນທາງໄປຍັງ
ອີຈິບໃນວັນອັງຄານມື້ນີ້.

XS
SM
MD
LG