ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ການໂຈມຕີ ໂຕ້ຕອບ ຂອງ ອິຣາແອລ ຍັງດໍາເນີນ ຕໍ່ໄປ (ວີດິໂອ)


ຄວັນໄຟພຸ້ງຂຶ້ນສູ່ທ້ອງຟ້າ ຈາກຕຶກອາຄານສູງ ຂອງອົງການຂ່າວ ໃນເມືອງກາຊາ, ວັນທີ 19 ພະຈິກ 2012.
ຄວັນໄຟພຸ້ງຂຶ້ນສູ່ທ້ອງຟ້າ ຈາກຕຶກອາຄານສູງ ຂອງອົງການຂ່າວ ໃນເມືອງກາຊາ, ວັນທີ 19 ພະຈິກ 2012.
ການໂຈມຕີໂຕ້ຕອບຂອງອີສຣາແອລ ເພື່ອພະຍາຍາມຍຸດຕິ
ການຍິງ ຈະຫຼວດໂຈມຕີຈາກກຸ່ມຫົວຮຸນແຮງປາແລສໄຕໃນ
ເຂດກາຊາ ໄດ້ຍືດເຍື້ອມາເປັນມື້ທີ 6 ແລ້ວ ໂດຍແພດທະຫານ
ຂອງປາແລສໄຕເວົ້າວ່າ ການ ໂຈມຕີທາງອາກາດຂອງອີສຣາ
ແອລ ໄດ້ເຮັດໃຫ້ຢ່າງໜ້ອຍ 10 ຄົນເສຍ ຊີວິດ ໃນວັນຈັນມື້ນີ້.

ພວກແພດທະຫານຍັງເວົ້າອີກວ່າ ຢ່າງໜ້ອຍມີຊາວປາແລສໄຕ
87 ຄົນ ໄດ້ຖືກສັງຫານ ນັບຕັ້ງແຕ່ເຫດການຮຸນແຮງໄດ້ລະເບີດ
ຂຶ້ນເມື່ອວັນພຸດແລ້ວນີ້ເປັນຕົ້ນມາ. ການຍິງຈະຫຼວດໂຈມຕີຈາກ
ຝ່າຍປາແລສໄຕໄດ້ ເຮັດໃຫ້ພົນລະເມືອງອີສຣາແອລ 3 ຄົນເສຍຊີວິດ.
ຊາວປາແລັສໄຕໄວ້ອາໄລແກ່ດວງວິນຍານພວກເສຍຊີວິດ ໂດຍການຫາມສົບຂອງສະມາຊິກຂອງຄອບຄົວ al-Dallu during ໃນພິທີສົ່ງສະການໃນເມືອງ Gaza ໃນວັນທີ 19 ພະຈິກ, 2012.
ຊາວປາແລັສໄຕໄວ້ອາໄລແກ່ດວງວິນຍານພວກເສຍຊີວິດ ໂດຍການຫາມສົບຂອງສະມາຊິກຂອງຄອບຄົວ al-Dallu during ໃນພິທີສົ່ງສະການໃນເມືອງ Gaza ໃນວັນທີ 19 ພະຈິກ, 2012.

ກອງທັບອີສຣາແອລເວົ້າວ່າ ໃນການໂຈມຕີຂ້າມຄືນນຶ່ງນັ້ນ
ຕົນໄດ້ແນເປົ້າໝາຍໃສ່ 80 ຈຸດໃນເຂດກາຊາ ລວມມີສໍານັກ
ງານຕໍາຫລວດຫລາຍແຫ່ງ ຂອງພວກຫົວຮຸນແຮງຮາມາສ,
ສະຖານຍິງຈະຫລວດຕ່າງໆ ແລະອຸບມຸງທີ່ໃຊ້ໂດຍພວກຫົວ
ຮຸນແຮງ ດັ່ງກ່າວ.

ທາງການທະຫານລາຍງານວ່າ ຈະຫລວດສອງສາມລູກ ແມ່ນ
ຍິງໄປຈາກເຂດກາຊາ ເຂົ້າໄປຫາອີສຣາແອລໃນວັນຈັນມື້ນີ້
ແລະກໍເວົ້າອີກ ວ່າ ລະບົບປ້ອງກັນຈະຫລວດຊື່ Iron Dome
ໄດ້ສະກັດກັ້ນ ຈະຫລວດ ຫລາຍກວ່າ 300 ລູກ ນັບຕັ້ງແຕ່ການ
ໂຈມຕີ ປ້ອງກັນໄດ້ເລີ້ມຂຶ້ນ.

ເບິ່ງວີດິໂອການຕີຕອບຄືນຂອງອິສຣາແອລຕໍ່ກຸ່ມຮາມາສ ໃນເຂດກາຊາ


XS
SM
MD
LG