Ariel Sharon ໄດ້ເຖິງແກ່ອະສັນຍະກໍາໄປແລ້ວ ຫລັງຈາກ
ໄດ້ຕົກຢູ່ໃນສະພາບເປັນໂຄມ່າ ບໍ່ຮູ້ສຶກໂຕ ນັບຕັ້ງແຕ່ເປັນລົມ
ສາລະບາດຕິດຕໍ່ກັນຫລາຍຄັ້ງ ໃນປີ 2006. ຜູ້ສື່ຂ່າວວີໂອເອ
Scott Bobb ມີລາຍງານກ່ຽວກັບຊີວະປະຫວັດຫຍໍ້ ຂອງມື້ລາງ
ຜູ້ນໍາອິສຣາແອລທ່ານນີ້ ທີ່ໄດ້ປະມູນເຊື້ອມໍລະດົກ ທັງທີ່ດີແລະ
ບໍ່ດີປະປົນກັນໄວ້ເບື້ອງຫລັງ ດັ່ງດາຣາຈະນໍາມາສະເໜີທ່ານ.
ອະດີດນາຍົກລົດຖະມົນຕີ Ariel Sharon ໄດ້ເຖິງແກ່ອະສັນ
ຍະກໍາໄປ ເມື່ອວັນເສົາທີ່ ຜ່ານມາ ລວມອາຍຸໄດ້ 85 ປີ ຫລັງ
ຈາກໄດ້ ນອນຢູ່ໃນສະພາບບໍ່ຮູ້ສຶກໂຕ ມາເປັນເວລາ 7-8 ປີ.
ທ່ານ Shlomo Noy ຜູ້ອໍານວຍການຄົນນຶ່ງຂອງ ສູນກາງການແພດ Chaim Sheba Medical Center ເປັນຜູ້ປະກາດຂ່າວການເສຍຊີວິດ ຂອງອະດີດຜູ້ນໍາທະຫານແລະ ການເມືອງອິສຣາແອລ ທີ່ໄດ້ ຮັບໃຊ້ປະເທດຊາດ ມາເປັນເວລາດົນນານ.
"ສູນກາງການແພດ Chaim Sheba Medical Center ທີ່ Tel Hashomer
ຂໍປະກາດ ດ້ວຍຄວາມເສົ້າເສຍໃຈວ່າ ອະດີດນາຍົກລັດຖະມົນຕີອິສຣາແອລ
ທ່ານ Ariel Sharon ໄດ້ເສຍຊີວິດໄປແລ້ວ. ພວກເຮົາໄດ້ລົງຄວາມເຫັນວ່າ ທ່ານໄດ້ສິ້ນໃຈໄປ ເມື່ອນຶ່ງຊົ່ວໂມງຜ່ານມານີ້ເອງ. ທ່ານ Sharon ໄດ້ຮັບການ
ຮັກສາພະຍາບານມາ ເປັນເວລາດົນກ່ວາ 7 ປີ ຢູ່ທີ່ໂຮງໝໍຟື້ນຟູຂອງສູນກາງ
ການແພດນີ້. ມື້ນີ້ ທ່ານໄດ້ຈາກໄປດ້ວຍຄວາມສະຫງົບ ໂດຍມີພັນລະຍາແລະ
ຄອບຄົວຂອງທ່ານ ຢູ່ຄຽງຂ້າງທ່ານ."
ທ່ານ Sharon ໄດ້ຕົກຢູ່ໃນສະພາບ coma ບໍ່ຮູ້ສຶກໂຕຫຍັງເລີຍ ຫລັງຈາກເປັນລົມສາ
ລະບາດ ຫລື stroke ເມື່ອ 8 ປີກ່ອນ. ອາການຂອງທ່ານເລີ້ມຊຸດໂຊມລົງ ເມື່ອຫລາຍ
ອາທິດຜ່ານມາ ເຖິງແມ່ນພວກນາຍແພດຈະກ່າວວ່າ ທ່ານໄດ້ພະຍາຍາມຕໍ່ສູ້ຄືນ ຢ່າງ
ກ້າຫານ ກໍຕາມ.
ບັນດາລັດຖະມົນຕີໃນຄະນະລັດຖະບານອິສຣາແອລ ຕ່າງກໍໄດ້ອອກ ຄໍາຖະແຫລງ ສະແດງຄວາມເສົ້າສະລົດໃຈ ນໍາການເສຍຊີວິດຂອງທ່ານ ແລະສັນລະເສີນທ່ານວ່າ ເປັນຜູ້ປົກປ້ອງທີ່ຍິ່ງໃຫຍ່ຂອງລັດ ຂອງຊາວຍິວ.
ສ່ວນບັນດາຜູ້ນໍາປາແລສຕາຍ ກໍໄດ້ພາກັນກ່າວເຖິງ ການສິ້ນຊີວິດຂອງທ່ານ Sharon ໂດຍບໍ່ມີຄວາມເສຍໃຈແຕ່ປະການໃດເລີຍ ເວົ້າວ່າທ່ານເປັນຕົ້ນເຫດເຮັດໃຫ້ຫລາຍໆຄົນ
ເສຍຊີວິດ ແລະສ້າງຄວາມທຸກທໍລະມານ ໃຫ້ປະຊາຊົນຂອງເຂົາເຈົ້າຢ່າງຫລວງຫລາຍ.
ທ່ານ Sharon ເປັນຜູ້ນໍາ ທີ່ເຂ້ມແຂງແລະມີຈິດໃຈເປັນເອກກະລາດ ທີ່ໄດ້ຮັບຄວາມຊຶ່ນ
ຊົມ ແລະນິຍົມຊົມຊອບຈາກຊາວອິສຣາແອລ ຫລາຍໆຄົນແຕ່ກໍໄດ້ຮັບການຕໍາໜິຕິຕຽນ
ຈາກເພື່ອoຮ່ວມຊາດຂອງທ່ານ ອີກຫລາຍໆຄົນ ເຊັ່ນກັນ ຂະນະທີ່ຊາວປາແລສຕາຍ
ພາກັນ ດູຖູກຢຽດຢາມ ແລະ ກຽດຊັງທ່ານ.
ທ່ານໄດ້ດໍາລົງຕໍາແໜ່ງເປັນນາຍົກລັດຖະມົນຕີອິສຣາແອລ ຕັ້ງແຕ່ປີ 2001 ຈົນຮອດ
ເວລາທ່ານເປັນລົມສາລະບາດ ຫລື stroke ໃນປີ 2006. ທ່ານເປັນລັດຖະມົນຕີປ້ອງກັນ
ປະເທດ ເວລາອິສຣາແອລເຂົ້າບຸກລຸກ ເລບານອນ ປະເທດເພື່ອນບ້ານໃນປີ 1982 ແລະ
ຖືກຖືວ່າ ມີສ່ວນຮັບຜິດຊອບເປັນບາງສ່ວນ ທີ່ບໍ່ໄດ້ປ້ອງກັນການເຂັ່ນຂ້າຊາວປາແລສຕາຍ
ຫລາຍຮ້ອຍຄົນ ໂດຍພວກທະຫານບ້ານຊາວຄຣິສເລບານອນ ທີ່ເປັນພັນທະມິດກັບອິສ
ຣາແອລ ຢູ່ສູນອົບພະຍົບສອງແຫ່ງນອກນະຄອນຫລວງເບຣຸຕ ຂອງເລບານອນນັ້ນ. ການສອບສວນຂອງລັດຖະບານ ໄດ້ຍັງຜົນໃຫ້ທ່ານ Sharon ຕ້ອງລາອອກຈາກຕໍາແໜ່ງ
ລັດຖະມົນຕີປ້ອງກັນປະເທດ.
ໃນຕອນທີ່ເປັນລັດຖະມົນຕີກະຊວງເຄຫາສະຖານແລະຕັ້ງຖິ່ນຖານ ໃນຊຸມປີ 1990 ນັ້ນ ທ່ານໄດ້ເປັນຜູ້ສະໜັບສະໜຸນຢ່າງແຮງກ້າ ໃຫ້ຊາວຍິວໄປຕັ້ງຖິ່ນຖານ ຢູ່ໃນດິນແດນຂອງປາແລສຕາຍ. ແຕ່ວ່າ ໃນບັ້ນສຸດທ້າຍແລ້ວ ທ່ານກໍໄດ້ສັ່ງໃຫ້ທະຫານອິສຣາແອລ
ຖອນອອກໄປຈາກເຂດກາຊາ ແຕ່ຝ່າຍດຽວ ແລະໃຫ້ທັບມ້າງທໍາລາຍບ່ອນຕັ້ງຖິ່ນຖານຂອງຊາວຍິວ ຢູ່ທີ່ນັ້ນຖີ້ມໝົດ ໃນປີ 2005.
ນັກວິ ເຄາະຄົນນຶ່ງກັບກຸ່ມນິຍົມອິສຣາແອລ ທີ່ຊື່ວ່າ The Israeli Project ທ່ານ Omri Ceren ມີຄວາມເຫັນວ່າ ແມ່ນແຕ່ສັດຕູຂອງທ່ານ Sharon ເອງ ກໍຍັງອົດບໍ່ໄດ້ທີ່ຈະບໍ່ຮູ້
ສຶກນິຍົມຊົມຊອບ ໃນຄວາມສາມາດດ້ານການທະຫານຂອງທ່ານ ແຕ່ວ່າທ່ານ Sharon
ເປັນບຸກຄົນທີ່ມັກສ້າງຄວາມຂັດແຍ້ງ.
ທ່ານ Ceren ເວົ້າວ່າ “ທ່ານ Sharon ໄດ້ຖືກຮັບຮູ້ໃນຫລາຍໆທາງວ່າ ບຸກຄົນ
ທີ່ອາດສາມາດເຮັດໃຫ້ມີການຕົກລົງສັນຕິພາບກັນໄດ້. ແນ່ນອນວ່າ ແນວຄິດ
ອັນນີ້ບໍ່ມີຢູ່ໃນຈິດໃຈຂອງຊາວອາຣັບທົ່ວ ໄປ ແຕ່ອະດີດລັດຖະມົນຕີຕ່າງປະ
ເທດສະຫະລັດ ທ່ານນາງ Condoleeza Rice ເຄີຍໄດ້ກ່າວວ່າ ຖ້າຫາກທ່ານ
Sharon ບໍ່ໄດ້ເປັນລົມສາລະບາດ ທີ່ເຮັດໃຫ້ທ່ານຕ້ອງຕົກຢູ່ໃນສະພາບເປັນ
ໂຄມ່ານັ້ນແລ້ວ ທ່ານນາງເຊື່ອວ່າ ອິສຣາແອລກັບປາແລສຕາຍກໍອາດຈະໄດ້
ບັນລຸຂໍ້ຕົກລົງສັນຕິພາບກັນແລ້ວກໍໄດ້. ສະນັ້ນ ມັນກໍຂຶ້ນຢູ່ກັບວ່າ ທ່ານເບິ່ງ
ຈາກມຸມມອງໃດ.”
ແຕ່ຝ່າຍປາແລສຕາຍຄັດຄ້ານ ທ່າອ່ຽງໃນການມັກໃຊ້ກໍາລັງຂອງທ່ານ Sharon.
ທ່ານ Sharon ເກີດເມື່ອປີ 1928 ໃນປະຊາຄົມຊາວໄຮ່ຊາວສວນ ໃກ້ນະຄອນຫລວງ Tel Aviv. ທ່ານໄດ້ເຂົ້າຮ່ວມກັບໜ່ວຍໃຕ້ດິນຂອງຊາວຍິວ ໃນຊຸມປີ 1940 ຕອນທີ່ດິນແດນອິສຣາແອລຍັງຢູ່ ໃຕ້ການດູແລຂອງອັງກິດ. ຕໍ່ມາ ຫລັງຈາກທີ່ມີການສ້າງຕັ້ງລັດອິສຣາແອລຂຶ້ນແລ້ວ ທ່ານກໍໄດ້ຮ່ວມຕໍ່ສູ້ໃນສົງຄາມ 4 ບັ້ນ ລະຫວ່າງອິສຣາແອລກັບ ຝ່າຍອາຣັບ ຈາກປີ 1948 ຫາ 1973.
ໃນປີ 2000 ທ່ານ Sharon ໄດ້ໄປຢ້ຽມຢາມສະຖານທີ່ສັກສິດທາງສາສະໜາ ທີ່ເອີ້ນວ່າ Temple Mount ຫລື Haram al-Sharif ອັນເປັນທີ່ສັກກາລະບູຊາຂອງທັງຊາວມຸສລິມ
ແລະຊາວຍິວໃນນະຄອນ Jerusalem ນັ້ນ ຊຶ່ງໄດ້ສ້າງຄວາມໂກດແຄ້ນໃນໝູ່ຊາວມຸສລິມ
ກໍຄືຊາວປາແລສຕາຍ ແລະໄດ້ກະຕຸ້ນໃຫ້ເກີດການລຸກຮືຂຶ້ນ ທີ່ເອິ້ນວ່າ Intifada ເປັນຄັ້ງ
ທີສອງ. ແລະນັ້ນໄດ້ນໍາໄປສູ່ການກໍ່ການຮ້າຍໂຈມຕີພົນລະເຮືອນຊາວຍິວ ແລະການໂຈມຕີ
ແກ້ແຄ້ນຄືນຢ່າງໂຫດຮ້າຍ ໂດຍກໍາລັງຮັກສາຄວາມປອດໄພຂອງອິສຣາແອລ ຊຶ່ງໂຮມທັງ
ການປະຕິບັດງານທາງທະຫານ ຢູ່ໃນເຂດກາຊາ ທີ່ໄດ້ສົ່ງຜົນໃຫ້ຊາວປາແລສຕາຍ ເສຍ
ຊີວິດໄປຫລາຍກ່ວາ 1 ພັນຄົນ ແລະຊາວອິສຣາແອລ 13 ຄົນ.
ທ່ານ Sharon ໄດ້ເປັນສະມາຊິກຂອງພັກ Likud ຫົວນິຍົມແນວທາງເດີມ ມາເປັນເວລາ
ດົນນານ ແຕ່ທ່ານໄດ້ແຍກອອກໄປໃນປີ 2005 ແລະໄດ້ຕັ້ງພັກ Kadima ທີ່ນິຍົມສາຍກາງ
ຂຶ້ນມາ ເພື່ອກຽມລົງແຂ່ງຂັນໃນການເລືອກຕັ້ງຄັ້ງເດືອນມີນາ ປີ 2006 ແຕ່ທ່ານມາເປັນລົມສາລະບາດຂັ້ນຮ້າຍແຮງເສຍກ່ອນ ໃນເດືອນມັງກອນ ເຖິງຂັ້ນທີ່ນາຍແພດຕ້ອງໄດ້ສັກຢາໃຫ້ທ່ານຢູ່ໃນສະພາບໂຄມ່າ ແລະທ່ານກໍບໍ່ເຄີຍຟື້ນຄືນມາຮູ້ສຶກໂຕ ຢ່າງເຕັມທີ່ອີກເລີຍ.
Some Twitter Comments on Sharon, From Rage to Praise:
A lion of Israel has died. RIP Ariel Sharon, who fought the good fight: http://t.co/A3f0hW5Fkp
— Carol Platt Liebau (@CPLiebau) January 11, 2014
The King of Israel, Ariel Sharon - Dead at 85. REST IN PEACE http://t.co/b2OfT8CLd8
— Bernard B. Kerik (@BernardKerik) January 11, 2014
Our region will never find peace so long its people make heroes out of monsters. Be it Assad or Gaddafi or Saddam or, yes, Sharon.
— Iyad El-Baghdadi (@iyad_elbaghdadi) January 11, 2014
It's a shame that Sharon has gone to his grave w/o facing justice for his role in the Sabra and Shatilla massacres. http://t.co/URPvpZWQNP
— Kenneth Roth (@KenRoth) January 11, 2014
In the first raid Sharon led in 1953 in Qibya, his unit "demolished 45 houses & a school & killed 69 people", more than 1/2 women & children
— Glenn Greenwald (@ggreenwald) January 11, 2014
"Israel has today lost an important leader". Read the PM's statement on the death of Ariel Sharon http://t.co/qGRfiIJbHy #Sharon
— UK Prime Minister (@Number10gov) January 11, 2014
A mass murderer can be kept alive by expensive life support machines but a Palestinian baby will die from lack of basic medicines. #Sharon
— Naveed (@Seditious_Medic) January 11, 2014
#UNSG saddened by the death of former PM of #Israel Ariel Sharon: http://t.co/0NyDAv3nGC
— UN Spokesperson (@UN_Spokesperson) January 11, 2014
To follow the conversation yourself, head to Twitter.com. And be sure to follow the Voice of America at @VOA_News .
Some information for this report was provided by AP, AFP and Reuters.