ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜົນການເລືອກຕັ້ງ ຂັ້ນສຸດທ້າຍ ຢູ່ ອິສຣາແອລ ຢືນຢັນເຖິງສະພາບການ ບໍ່ໄປບໍ່ມາ ທາງດ້ານການເມືອງ


ນາຍົກລັດຖະມົນຕີ ທ່ານ ເບັນຈາມິນ ເນຕັນຢາຮູ ກ່າວຄຳປາໄສຕໍ່ຜູ້ສະໜັບສະໜູນຂອງທ່ານ ຫຼັງຈາກການສຳຫຼວດຄວາມຄິດເຫັນຄັ້ງທຳອິດສຳລັບການເລືອກຕັ້ງສະພາແຫ່ງຊາດຂອງ ອິສຣາແອລ ຢູ່ສຳນັກງານໃຫຍ່ ພັກລີຄູດ ຂອງທ່ານໃນນະຄອນ ເຈຣູຊາແລັມ. 24 ມີນາ, 2021.
ນາຍົກລັດຖະມົນຕີ ທ່ານ ເບັນຈາມິນ ເນຕັນຢາຮູ ກ່າວຄຳປາໄສຕໍ່ຜູ້ສະໜັບສະໜູນຂອງທ່ານ ຫຼັງຈາກການສຳຫຼວດຄວາມຄິດເຫັນຄັ້ງທຳອິດສຳລັບການເລືອກຕັ້ງສະພາແຫ່ງຊາດຂອງ ອິສຣາແອລ ຢູ່ສຳນັກງານໃຫຍ່ ພັກລີຄູດ ຂອງທ່ານໃນນະຄອນ ເຈຣູຊາແລັມ. 24 ມີນາ, 2021.

ຜົນການນັບຄະແນນຂັ້ນສຸດທ້າຍໃນວັນພະຫັດວານນີ້ ຂອງການເລືອກຕັ້ງ ສະແດງໃຫ້ເຫັນສະ ພາບການບໍ່ໄປບໍ່ມາ ທາງດ້ານການເມືອງຂອງ ອິສຣາແອລ ອີກຄັ້ງນຶ່ງ, ໂດຍທີ່ນາຍົກລັດຖະມົນຕີ ເບັນຈາມິນ ເນຕັນຢາຮູ ແລະ ຄູ່ແຂ່ງຂອງທ່ານບໍ່ໄດ້ຮັບຄະແນນສຽງສ່ວນຫຼາຍ.

ການປ່ອນບັດໃນວັນອັງຄານຜ່ານມາ ຊຶ່ງເປັນຄັ້ງທີ 4 ໃນຮອບ 2 ປີ ແມ່ນຖືກເບິ່ງກັນຢ່າງກວ້າງ ຂວາງວ່າເປັນການລົງປະຊາມະຕິ ກ່ຽວກັບຄວາມເໝາະສົມຂອງທ່ານ ເນຕັນຢາຮູ ທີ່ຈະປົກຄອງປະເທດໃນຂະນະທີ່ພວມມີການດຳເນີນຄະດີກ່ຽວກັບການສໍ້ລາດບັງຫຼວງຢູ່. ທ່ານໄດ້ນຳພາໃຫ້ມີການສັກຢາວັກຊີນທີ່ສຳເລັດຜົນເປັນຢ່າງສູງ ອັນເປັນຈຸດສູນກາງໃນການໂຄສະນາຫາສຽງ ແຕ່ໄດ້ຖືກຕ້ອງຕິໃນການເອົາບາດກ້າວທີ່ຜິດພາດໃນຕອນຕົ້ນໆຂອງໂຣກລະບາດທີ່ໄດ້ປະຕິເສດ ບໍ່ຍອມລາອອກຫຼັງຈາກໄດ້ຖືກຟ້ອງ.

ຄະນະກຳມາທິການເລືອກຕັ້ງເວົ້າວ່າ, ດ້ວຍບັດຄະແນນສຽງ 100 ເປີເຊັນໄດ້ຖືກນັບແລ້ວນັ້ນ, ພັກລີຄູດ ນິຍົມຂວາຂອງທ່ານ ເນຕັນຢາຮູ ແລະ ພັນທະມີດດັ້ງເດີມຂອງທ່ານ ໄດ້ຊະນະ 52 ບ່ອນ ນັ່ງໃນສະພາ ຄະເນັສເຊັດ ຂອງ ອິສຣາແອລ. ພັກ ອາຣັບ ອິສລາມ ທີ່ມີອຸດົມຄະຕິແຕກຕ່າງກັນຢ່າງຫຼວງຫຼາຍ ເພື່ອຂັບໄລ່ທ່ານອອກຈາກຕຳແໜ່ງນັ້ນໄດ້ຊະນະ 57 ບ່ອນນັ່ງ.

ພັກຝ່າຍຂວາ ທີ່ນຳພາໂດຍ ນາຟຕາລີ ເບັນເນັດ, ເຊິ່ງແມ່ນອະດີດພັນທະມິດຂອງທ່ານ ເນຕັນຢາຮູ ຊະນະ 7 ບ່ອນນັ່ງ ແລະ ພັກອາຣັບ ອິສລາມ ທີ່ນຳ ພາໂດຍທ່ານ ແມນຊົວ ອັບບາສ ໄດ້ຊະນະ 4 ບ່ອນນັ່ງ. ທັງສອງແມ່ນບໍ່ມີໃຜບັນລຸຜົນສຳເລັດ. ຖ້າບໍ່ມີພັກໃດສາມາດຮວບຮວມສຽງສ່ວນຫຼາຍ 61 ບ່ອນ ນັ່ງ ໃນການເຈລະຈາອາທິດຂ້າງໜ້າແລ້ວ ອິສຣາແອລ ກໍຈະຈັດການເລືອກຕັ້ງເປັນຄັ້ງທີ 5 ພາຍ ໃນປະມານ 2 ປີ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG