ບັນດາເຈົ້າໜ້າທີ່ຈໍແດນ ກ່າວວ່າ ຈະຫລວດລູກນຶ່ງໄດ້ຕົກ
ໃສ່ທ່າກໍ່າປັ່ນ Aquaba ໃນທະເລແດງ ເຮັດໃຫ້ 1 ຄົນ
ເສຍຊີວິດແລະບາດເຈັບ 4 ຄົນ. ລູກຈະຫລວດໄດ້ຕົກໃສ່
ຖະໜົນສາຍນຶ່ງ ຢູ່ຕໍ່ໜ້າໂຮງແຮມ Intercontinental
ແລະລົດຕັກຊີຄັນນຶ່ງໄດ້ຖືກທໍາລາຍ ແລະຄົນຂັບຕັກຊີ
ເສຍຊີວິດ.
ທາງຝ່າຍຕໍາຫລວດອີສຣາແອລ ກໍກ່າວວ່າຈະຫລວດຫລາຍ ລູກໄດ້ຖືກຍິງມາໃສ່ເມືອງ Eilat ໃນພາກໃຕ້ອິສຣາແອລ ແຕ່ລາຍງານບໍ່ໄດ້ແຈ້ງໃຫ້ຊາບ ກ່ຽວກັບຄວາມເສຍຫາຍ ແລະຜູ້ບາດເຈັບຫລືລົ້ມຕາຍ. ສອງຫົວເມືອງນີ້ຕັ້ງຢູ່ຫ່າງກັນບໍ່ເທົ່າໃດຫລັກກິໂລແມັດ ເລາະຕາມຊາຍແດນລະຫວ່າງອີສຣາແອລ ກັບຈໍແດນນັ້ນ. ທາງການກຳລັງທຳການສືບສວນວ່າ ພວກໃດເປັນຜູ້ຍິງຈະຫລວດເຫລົ່ານີ້ ແລະຍິງມາຈາກໃສ.
ບັນດາເຈົ້າໜ້າທີ່ຮັກສາຄວາມປອດໄພຂອງອີຈິບ ໄດ້ປະຕິເສດຕໍ່ການສັນນິຖານທີ່ວ່າລູກຈະ
ຫລວດເຫລົ່ານີ້ ຍິງມາຈາກແຫລມ Sinai ທີ່ຕັ້ງຢູໃກ້ໆກັນນັ້ນ.
ນັບວ່າເປັນເທື່ອທີສອງໃນປີນີ້ ທີ່ເຂດດັ່ງກ່າວໄດ້ຕົກເປັນເປົ້າຂອງການໂຈມຕີ. ໃນເດືອນ
ເມສາຜ່ານມາ ກໍໄດ້ມີການຍິງຈະຫລວດລູກນຶ່ງໃສ່ທ່າເຮືອ Aquaba ແຕ່ບໍ່ມີຜູ້ໃດໄດ້ຮັບ
ບາດເຈັບ.