ອິສຣາແອລ ແລະກຸ່ມຮາມັສ ເລີ້ມການຢຸດຍິງເປັນເວລາ 72 ຊົ່ວ
ໂມງກັນຄືນອີກໃໝ່ ອຳນວຍໂອກາດຄັ້ງໃໝ່ໃຫ້ທັງສອງຝ່າຍທີ່
ເປັນຄູ່ສົງຄາມກັນ ໄດ້ສືບຕໍ່ການເຈລະຈາກັນ ໃຫ້ມີການຢຸດຍິງທີ່
ຍືນຍົງ ເພື່ອຍຸດຕິການສູ້ລົບກັນມາເປັນເວລານຶ່ງເດືອນ ທີ່ໄດ້ເຮັດ
ໃຫ້ປະຊາຊົນເສຍຊີວິດໄປແລ້ວ 2 ພັນຄົນ.
ອີຈິບ ໄດ້ໄກ່ເກ່ຍການຢຸດຍິງ ທີ່ມີຜົນບັງຄັບໃຊ້ ຕັ້ງແຕ່ເຊົ້າວັນຈັນ
ມື້ນີ້ເປັນຕົ້ນໄປ ແລະເປັນເຈົ້າພາບຈັດໃຫ້ມີການພົບປະເຈລະຈາ
ກັນລະຫວ່າງບັນດາຜູ້ຕາງໜ້າຂອງທັງສອງຝ່າຍທີ່ນະຄອນຫຼວງ
ໄຄໂຣ.
ທ່ານພັນກີມູນ ເລຂາທິການໃຫຍ່ສະຫະປະຊາຊາດ ໄດ້ສະແດງຄວາມຍິນດີນຳການ
ຢຸດຍິງກັນນີ້ ແລະໄດ້ສະແດງ “ຄວາມຫວັງທີ່ແຂງແຮງ” ວ່າອິສຣາແອລ ແລະກຸ່ມ
ຮາມັສ ສາມາດຕົກລົງກັນໄດ້ ເພື່ອຍຸດຕິບັນຫາຂັດແຍ້ງກັນເພື່ອຜົນປະໂຫຍດຂອງ
ພວກພົນລະເຮືອນທັງປວງ.
ທ່ານພັນກີມູນ ຍັງກ່າວເຊັ່ນກັນວ່າ ສະຫະປະຊາຊາດຕຽມພ້ອມທີ່ຈະໃຫ້ການຊ່ອຍ
ເຫຼືອ ໃນການຈັດຕັ້ງປະຕິບັດຂໍ້ຕົກລັງກັນໃດໆ ທີ່ນຳມາແຫ່ງສັນຕິພາບ ແລະໂອກາດສຳລັບ “ການສ້າງສາແລະການພັດທະນາເຂດກາຊາທີ່ຕ້ອງການທີ່ສຸດນັ້ນຄືນໃໝ່.”