ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສຫລ ຟ້ອງຊາຍໜຸ່ມ ຖືສອງສັນຊາດ ສຫລ ແລະອິສຣາແອລ ໃນຂໍ້ຫາ ກໍ່ອາຊະຍາກຳ ຍ້ອນຄວາມກຽດຊັງ


ຊາຍໜຸ່ມ ອາຍຸ 19 ປີ ຖືສອງສັນຊາດ ສະຫະລັດ ແລະອິສຣາແອລ ປົກປິດໜ້າ ຂອງຕົນ ໃນຂະນະທີ່ຖືກນຳໂຕ
ໄປຂຶ້ນສານ ທີ່ເມືອງ ຣີຊອນ ເລຊີອອນ (Rishon Lezion) ຂອງອິສຣາແອລ, ວັນທີ 23 ມີນາ 2017.
ຊາຍໜຸ່ມ ອາຍຸ 19 ປີ ຖືສອງສັນຊາດ ສະຫະລັດ ແລະອິສຣາແອລ ປົກປິດໜ້າ ຂອງຕົນ ໃນຂະນະທີ່ຖືກນຳໂຕ ໄປຂຶ້ນສານ ທີ່ເມືອງ ຣີຊອນ ເລຊີອອນ (Rishon Lezion) ຂອງອິສຣາແອລ, ວັນທີ 23 ມີນາ 2017.

ໃນວັນພຸດວານນີ້ ກະຊວງຍຸຕິທຳ ສະຫະລັດ ໄດ້ປະກາດ ກ່ຽວກັບການຟ້ອງ ບຸກຄົນທີ່ຖື
ສອງສັນຊາດ ສະຫະລັດ ແລະອິສຣາແອລ ຜູ້ນຶ່ງ ໃນຂໍ້ຫາກໍ່ອາຊະຍາກຳ ຍ້ອນຄວາມ
ກຽດຊັງ ທີ່ລວມທັງການຂົ່ມຂູ່ ຕໍ່ສູນກາງຊຸມຊົນຂອງຊາວຢິວ.

ສຳນວນຟ້ອງທີ່ຖືກຍື່ນຢູ່ໃນ 3 ແຫ່ງຄື ລັດຟລໍຣີດາ ລັດຈໍເຈຍ ແລະນະຄອນຫຼວງ
ວໍຊິງຕັນ ໄດ້ໃຫ້ລາຍລະອຽດກ່ຽວກັບຂໍ້ກ່າວຫາ ກໍແມ່ນວ່າ ທ້າວ ໄມໂກລ ຣອນ ເດວິດ
ກາດາ ອາຍຸ 19 ປີ ໄດ້ທຳການຂົ່ມຂູ່ມາແລ້ວຫຼາຍຄັ້ງ ຕະຫຼອດໄລຍະສອງສາມເດືອນ
ເມື່ອຕົ້ນປີກາຍນີ້.

ຜູ້ກ່ຽວໄດ້ຖືກກ່າວຫາໃນເບື້ອງຕົ້ນ ເມື່ອເດືອນເມສາ ປີ 2017 ຫຼັງຈາກທີ່ໄດ້ຖືກຈັບ ຢູ່
ໃນອິສຣາແອລ ບ່ອນທີ່ລາວ ຍັງຢູ່ໃນການຄວບຄຸມຂອງທາງການ.

ກະຊວງຍຸຕິທຳ ໄດ້ກ່າວໃນການກ່າວຟ້ອງໃໝ່ ວ່າ ທ້າວກາດາ ໄດ້ໃຊ້ໂທລະ ສັບ ໂທ
ໄປຂົ່ມຂູ່ ກ່ຽວກັບການວາງລະເບີດ ແລະການປະຕິບັດການໂດຍພວກມືປືນ ຢູ່ສູນກາງ
ປະຊາຄົມຊາວຢິວ ໃນທົ່ວລັດຟລໍຣີດາ ພ້ອມກັນນັ້ນ ກໍໄດ້ຂົ່ມຂູ່ດ້ວຍລະເບີດ ຢູ່ທີ່
ສະໜາມບິນສາກົນເມືອງອໍແລນໂດ ລັດຟລໍຣີດາ ແລະ ໂຮງ ຮຽນປະຖົມແຫ່ງນຶ່ງ
ໃນລັດດັ່ງກ່າວ.

ຊາຍໜຸ່ມ 2 ຄົນ ຜູ້ທີ່ໄດ້ອອກມາຈາກໂບດຢູ່ໃກ້ໆ ກຳລັງຢືນເບິ່ງ ການປະຕິບັດການຂອງຕຳຫຼວດ ຢູ່ດ້ານນອກ ພິພິທະພັນ ຂອງພວກເດັກນ້ອຍ ຊາວຢິວ (Jewish Children's Museum) ຫຼັງຈາກມີການຂົ່ມຂູ່ດ້ວຍລະເບີດ ໃນເຂດເມືອງ ບຣຸກກລິນ ຂອງລັດນິວຢອກ, ວັນທີ 9 ມີນາ 2017.
ຊາຍໜຸ່ມ 2 ຄົນ ຜູ້ທີ່ໄດ້ອອກມາຈາກໂບດຢູ່ໃກ້ໆ ກຳລັງຢືນເບິ່ງ ການປະຕິບັດການຂອງຕຳຫຼວດ ຢູ່ດ້ານນອກ ພິພິທະພັນ ຂອງພວກເດັກນ້ອຍ ຊາວຢິວ (Jewish Children's Museum) ຫຼັງຈາກມີການຂົ່ມຂູ່ດ້ວຍລະເບີດ ໃນເຂດເມືອງ ບຣຸກກລິນ ຂອງລັດນິວຢອກ, ວັນທີ 9 ມີນາ 2017.

ລາວຍັງໄດ້ຖືກກ່າວຫາວ່າ ໄດ້ໂທໄປຂົ່ມຂູ່ກ່ຽວກັບການວາງລະເບີດຕໍ່ ສັນນິບາດ
ປ້ອງກັນ ບໍ່ໃຫ້ມີການຕໍ່ຕ້ານຊາວຢິວ ຢູ່ໃນນະຄອນຫຼວງວໍຊິງຕັນ ແລະ ການສົ່ງອີເມລ
ຂົ່ມຂູ່ ໄປຫາສະຖານທູດ ອິສຣາແອລ ນຳດ້ວຍ.

ລັດຖະມົນຕີກະຊວງຍຸຕິທຳ ທ່ານ ແຈັຟ ແຊສຊັນສ໌ ໄດ້ກ່າວວ່າ ການຂົ່ມຂູ່ດ້ວຍຄວາມ
ຮຸນແຮງເຊັ່ນນັ້ນ “ເປັນການສ້າງຄວາມຢ້ານກົວໃນປະຊາຄົມຂອງຊາວຢິວ” ແລະ
ພວກຄົນອື່ນໆ ໃນທົ່ວສະຫະລັດ ແລະ ອັນນັ້ນ ແມ່ນເປັນໜ້າທີ່ຂອງກະຊວງ ທີ່ຈະເຮັດ
ໃຫ້ຊາວອາເມຣິກັນໝັ້ນໃຈວ່າ ຈະສາມາດດຳລົງຊີວິດຢູ່ໄດ້ ໂດຍປາດສະຈາກຄວາມ
ຢ້ານກົວແບບນັ້ນ.

ທ່ານແຊສຊັນສ໌ ໄດ້ກ່າວໃນຖະແຫລງການສະບັບນຶ່ງວ່າ “ເມື່ອພວກຄົນໃດນຶ່ງ ໄດ້ແນ
ເປົ້າໝາຍໃສ່ກຸ່ມຄົນດ້ວຍການກໍ່ອາຊະຍາກຳ ອີງຕາມພື້ນຖານທີ່ວ່າພວກເຂົາເຈົ້າ
ແມ່ນໃຜ ພວກເຂົາເຈົ້າເຊື່ອຖືຫຍັງ ຫຼື ວິທີທີ່ພວກເຂົາສັກກາລະບູຊາ ນັ້ນ ພວກຄົນ
ເຫຼົ່ານັ້ນ ໄດ້ແນເປົ້າໝາຍໃສ່ ພື້ນຖານຫລັກການ ເຊິ່ງປະເທດຊາດຂອງພວກເຮົາ
ໄດ້ກໍ່ຕັ້ງຂຶ້ນມາ.”

ທ້າວກາດາ ອາດຈະປະເຊີນກັບ ໂທດຈຳຄຸກ ຫຼາຍສິບປີ ຖ້າຫາກຖືກພົບເຫັນວ່າ ມີ
ຄວາມຜິດ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG