ກອງທັບ ອິສຣາແອລ ກ່າວວ່າ ຕົນໄດ້ພົບ ແລະ ທຳລາຍອຸມົງ ແຫ່ງທີຫົກ ແລະໃຫຍ່
ສຸດ ທີ່ພວກຫົວຮຸນແຮງ ເຮັສໂບລລາ ໄດ້ຂຸດສຳລັບການໂຈມຕີຂ້າມເຂດຊາຍແດນ.
ໂຄສົກກອງທັບ ທ່ານ ໂຈນາຕັນ ຄອນຣີກັສ ກ່າວໃນວັນອາທິດມື້ນີ້ວ່າ ການຄົ້ນພົບ
ເທື່ອຫຼ້າສຸດນີ້ ໄດ້ຖືກພົບເຫັນຢູ່ກ້ອງເຮືອນຂອງຊາວເລບານອນ ແລະເລິກເຂົ້າໄປໃນ
ດິນແດນຂອງ ອິສຣາແອລ.
ອິສຣາແອລໄດ້ເລີ້ມການປະຕິບັດການປ້ອງກັນພາກເໜືອ ໃນເດືອນທັນວາປີກາຍນີ້
ເພື່ອກວດຄົ້ນ ແລະທຳລາຍອັນທີ່ເຂົາເຈົ້າເວົ້າວ່າ ເປັນເຄືອຂ່າຍອຸມົງທີ່ກວ້າງໃຫຍ່
ຂອງພວກ ເຮັສໂບລລາ ໃນ ເລບານອນ, ທີ່ອອກແບບເພື່ອໃຫ້ພວກຫົວຮຸນແຮງລັກ
ຂ້າມຊາຍແດນເຂົ້າໄປສູ່ ອິສຣາແອລ ແລະ ດຳເນີນການໂຈມຕີ.
ໂຄສົກກອງກຳລັງປ້ອງກັນ ອິສຣາແອລ ນາຍພົນຈັດຕະວາໂຣນັນ ມາເນີລິສ ກ່າວ
ວ່າ “ໄພຂົ່ມຂູ່ຈາກອຸມົງໄດ້ຖືກກວດລ້າງໄປແລ້ວ.”