ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໑໑ ພຶດສະພາ ໒໐໒໔

ອິສຣາ​​ແອ​ລ ສົ່ງ​ທະຫານ ​ເພື່ອ​ຕອບ​ໂຕ້​ ການ​ໂຈມ​ຕີ ຂອງ ຊາວປາ​ເລ​ສ​ໄຕ​ນ໌ ທົ່ວ​ປ​ະ​ເທດ


​ທະຫານ​ພິ​ເສດ ຂອງ ອິສຣາ​ແອ​ລ ຍ່າງ​ຢູ່​ນອກ​ສະ​ຖາ​ນີລົ​ດ​ເມ ​ໃຈກາງ​ນະຄອນ Jerusalem ຫຼັງ​ຈາກ​ຕຳຫຼວດ​ໄດ້​ກ່າວ​ວ່າ ​ແມ່ຍິງ​ຄົນ​ໜຶ່ງ​ ໄດ້​​ຖືກ​ແທງ​ດ້ວຍ​ມີດ​ໂດຍ​ຊາວ​ ປາ​ເລ​ສ​ໄຕ​ນ໌ ຢູ່​ນອກ​ສະຖານີ​ລົດ​ເມ.14 ຕຸລາ, 2015.
​ທະຫານ​ພິ​ເສດ ຂອງ ອິສຣາ​ແອ​ລ ຍ່າງ​ຢູ່​ນອກ​ສະ​ຖາ​ນີລົ​ດ​ເມ ​ໃຈກາງ​ນະຄອນ Jerusalem ຫຼັງ​ຈາກ​ຕຳຫຼວດ​ໄດ້​ກ່າວ​ວ່າ ​ແມ່ຍິງ​ຄົນ​ໜຶ່ງ​ ໄດ້​​ຖືກ​ແທງ​ດ້ວຍ​ມີດ​ໂດຍ​ຊາວ​ ປາ​ເລ​ສ​ໄຕ​ນ໌ ຢູ່​ນອກ​ສະຖານີ​ລົດ​ເມ.14 ຕຸລາ, 2015.

ກະຊວງ​ການ​ຕ່າງປະ​ເທດ ສະຫະລັດ ກ່າວ​ວ່າ ລັດຖະມົນຕີ​ການ​ຕ່າງ ປະ​ເທດ ທ່ານ John Kerry ບໍ່​ໄດ້ຖິ້ມໂທດໃສ່​ຝ່າ​ຍໜຶ່ງຕໍ່​ການ​ເຄື່ອນ​ໄຫວ​ໃຊ້​ມີດ​ແທງຄົນ​ໂດຍ​ຊາວ ປາ​ເລ​ສ​ໄຕ​ນ໌ ​ແລະ ການ​ໂຈມ​ຕີຫຼາຍ​ຄັ້ງ​ຕໍ່​ຄົນ ອິສຣາ​ແອ​ລ, ​ແຕ່​ທ່ານ​ພຽງ​ແຕ່​ຢາກ​ເຫັນ​ຄວາມ​ຮຸນ​ແຮງ​ດັ່ງ ກ່າວ​ນັ້ນ​ຢຸດ​ເຊົາ​ລົງ.

​ໂຄສົກກະຊວງ​ການ​ຕ່າງປະ​ເທດ​ທ່ານ John Kirby ​ໄ​ດ້ກ່າວ​ໃນ​ວັນ​ພຸດ​ວານ​ນີ້​ວ່າ ທ່ານ Kerry ຈະ​ເດີນທາງໄປ​ເຂດ​ດັ່ງກ່າວ​ ໃນ​ໄວໆ​ນີ້ເພື່ອ​ຫາ​ທາງ​ຟື້ນຟູຄວາມ​ສະ​ຫງົບ​ ​ແລະ ໃຫ້​ໂອກາດ​ໃນ​ການ​ເຈລະຈາ​ສັນຕິ​ພາບ​ອີກ​ຄັ້ງ​ໜຶ່ງ.

ທ່ານ Kirby ​ໄດ້​ກ່າວ​ວ່າ ທ່ານ​ລັດຖະມົນຕີ​ເຊື່ອ​ວ່າ ການ​ໂຈມ​ຕີ​ຫຼາຍ​ຄັ້ງຂອງ​ຊາວ ປາ​ເລ​ສນ​ໄຕ​ນ໌ ​ແລະ ​ການ​ສືບ​ຕໍ່​ເຄື່ອນ​ໄຫວ​ຕັ້ງຖິ່ນຖານ​ໃໝ່ຂອງ​ຊາວ ຢິວ ​ໄດ້​ເຮັດ​ໃຫ້ໂອກາດ​ສຳລັບ​ການ​ແກ້​ໄຂ​ບັນຫາ​ແບບ ມີ​ສອງ​ລັດ ຕົກ​ຢູ່​ໃນ​ອັນຕະລາຍ.

ອິສຣາ​ແອ​ລ ​ໄດ້​ສົ່ງ​ທະຫານ​ຫຼາຍ​ຮ້ອຍ​ຄົນ​ ກະຈາຍ​ໄປ​ທົ່ວ​ປະ​ເທດ​ເພື່ອ​ຊ່ວຍ​ເຫຼືອ​ຕຳຫຼວດ ໃນ​ການ​ຕ້ານໄພ​ຂົ່ມຂູ່​ ຈາກ​ການ​ໂຈມ​ຕີ​ຂອງ​ຊາວ ປາ​ເລ​ສ​ໄຕ​ນ໌ ​ທີ່​ໄດ້​ເຮັດໃຫ້​ຊາວ ຢິວ ຢ່າງ​ໜ້ອຍ 7 ຄົນ​ເສຍ​ຊີວິດ ​ແລະ ​ໄດ້​ແຜ່​ກະຈາຍຄວາມ​ຢ້ານ​ກົວ​ໄປ​ທົ່ວ ອິສຣາ​ແອ​ລ. ຊາວ​ ປາ
​ເລ​ສ​ໄຕ​ນ໌ 31 ຄົນ​ກໍ​ໄດ້​ເສຍ​ຊີວິດ​ໃນ​ເຫດການ​ທີ່​ເກີດ​ຂຶ້ນ​ເມື່ອ​ບໍ່​ດົນ​ມາ​ນີ້.

ຄະນະຮັບຜິດຊອບເລື່ອງ​ຄວາມ​ໝັ້ນຄົງ ຂອງລັດຖະບານອິສຣາ​ແອ​ລ ​ໄດ້​ອະນຸຍາດ​ໃຫ້​ຕຳຫຼວດ ປິດ​ກັ້ນຄຸ້ມຂອງຊາວ​ ອາຣັບ ໃນນະຄອນ Jerussalem ​ເຊິ່ງ​ເປັນທີ່ມາຂອງນັກ​ໂຈມ​ຕີ​ຫຼາຍ​ຄົນ​. ຕຳຫຼວດ​ຍັງ​ໄດ້​ຕັ້ງ​ສິ່ງ​ກີດ​ຂວາງ​ໃນ​ເຂດຂອງ​ຊາວ ປາ​ເລ​ສໄຕ​ນ໌ ທາງ​ພາກ​ຕາ​ເວັນ​ອອກ​ຂອງນະຄອນ Jerussalem ​ແລະ ກ່າວ​ວ່າຊັບ​ສິນ​ຂອງ “ພວກ​ກໍ່​ການ​ຮ້າຍ” ຈະ​ຕ້ອງ​ຖືກ​ຍຶດ​ເອົາ ​ແລະ ສິດທິ​ໃນ​ການ​ອາ​ໄສ​ຢູ່​ຢ່າງ​ຖາວອນຂອງ​ພວກ​ເຂົາ​ຈະໄດ້​ຖືກ​ຖອນ​ຄືນ.

ຫົວໜ້າ​ຄວາມ​ໝັ້ນຄົງ​ພາຍ​ໃນ​ຂອງ ອິສຣາ​ແອ​ລ ທ່ານ Gilad Erdan ​ໄດ້​ກ່າວ​ໃນ​ວັນ​ພຸດ ວານ ​ນີ້​ວ່າ ສົບ​ຂອງ​ຊາວ​ປາເລ​ສ​ໄຕ​ນ໌ ທີ່​ຖືກ​ຂ້າຕາຍ​ໃນການ​ໂຈມ​ຕີ​ຊາວ ອິສຣາ​ແອ​ລ ຈະ​ບໍ່​ຖືກ​ສົ່ງ​ກັບ​ຄືນ​ໄປ​ໃຫ້​ຄອບຄົວ​ຂອງ​ພວກ​ເຂົາ. ທ່ານ Erdan ​ໄດ້​ກ່າວ​ວ່າ ພວກ​ເຂົາ​ບໍ່​ຄວນ​ໄດ້​ຮັບ​ຄວາມ “ເຄົາລົບ​ນັບ​ຖື” ສຳລັບ​ການ​ຝັງ​ສົບ​ທີ່​ຖືກຕ້ອງຕາມ​ປະ​ເພນີ. ທ່ານ​ໄດ້​ກ່າວ​ວ່າ​ ງານ​ສົ່ງສະການ​ຂອງ​ຊາວ ປາ​ເລ​ສ​ໄຕ​ນ໌ ຫຼາຍ​ຄັ້ງ​ໄດ້​ກາຍ​ເປັນ “ການສະ​ແດງຄວາມສະ ໜັບສະໜູນ​ຕໍ່ການ​ກໍ່​ການ​ຮ້າຍ ​ແລະ ​ຍຸຍົງ​ໃຫ້​ມີ​ການ​ຄາດ​ຕະກຳ.”

US Condemns Killings in Jerusalem Amid Boiling Tensions in Mideast
please wait

No media source currently available

0:00 0:02:14 0:00

XS
SM
MD
LG