ບັນດາເຈົ້າໜ້າທີ່ສາທາລະນະສຸກ ປາແລັສໄຕນ໌ ກ່າວໃນວັນຈັນມື້ນີ້ວ່າ ການໂຈມຕີທາງອາກາດຂອງອິສຣາແອລ ໄດ້ເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 22 ຄົນ ຢູ່ໃນເມືອງຣາຟາ ທີ່ຕັ້ງຢູ່ທາງພາກໃຕ້ຂອງແຫຼມກາຊາ.
ຜູ້ທີ່ເຫັນເຫດການ ແລະບັນດາແພດໝໍກ່າວວ່າ ການໂຈມຕີທາງອາກາດ ໄດ້ກະທົບໃສ່ເຮືອນສາມຫລັງໃນເມືອງຣາຟາ.
ປັດຈຸບັນ ເຂດທີ່ຕັ້ງຢູ່ລຽບຕາມເຂດຊາຍແດນລະຫວ່າງເຂດ ກາຊາ ແລະ ປະເທດອີຈິບ ແມ່ນມີພົນລະເມືອງຫຼາຍກວ່າເຄິ່ງນຶ່ງຂອງເຂດກາຊາ ໃນຂະນະທີ່ປະຊາຊົນຊອກຫາບ່ອນລີ້ໄພຈາກການຕໍ່ສູ້ທະຫານຂອງ ອິສະຣາແອລ ທີ່ແນເປົ້າເພື່ອກຳຈັດກຸ່ມຫົວຮຸນແຮງຮາມາສ.
ກອງທັບອິສຣາແອລກ່າວໃນວັນຈັນມື້ນີ້ວ່າ ເຮືອບິນລົບຂອງຕົນໄດ້ທໍາການໂຈມຕີໃສ່ພວກຫົວຮຸນແຮງເຮັສໂບລລາ ໃນພາກໃຕ້ຂອງເລບານອນ.
ເຈົ້າໜ້າທີ່ຮາມາສ ມີກໍານົດສຳລັບການເຈລະຈາຄັ້ງຫລ້າສຸດກ່ຽວກັບຂໍ້ສະເໜີຢຸດຍິງຂອງອິສຣາແອລໃນວັນຈັນມື້ນີ້ຢູ່ປະເທດອີຈິບ ທີ່ຈະລວມມີການຢຸດຍິງເປັນໄລຍະເວລາຫຼາຍອາທິດ ແລະ ການປ່ອຍໂຕປະກັນທີ່ຖືກຈັບໂດຍກຸ່ມຮາມາສ ຢູ່ບໍລິເວນເຂດກາຊາ.
ປະທານາທິບໍດີສະຫະລັດ ທ່ານໂຈ ໄບເດັນ ແລະນາຍົກລັດຖະມົນຕີ ອິສຣາແອລ ທ່ານເບັນຈາມິນ ເນຕັນຢາຮູ ໄດ້ລົມກັນທາງໂທລະສັບໃນວັນ ອາທິດວານນີ້ ກ່ຽວກັບສົງຄາມເປັນເວລາເກືອບ 7 ເດືອນ ລະຫວ່າງ ອິສຣາແອລ ແລະພວກຫົວຮຸນແຮງຮາມາສ ຢູ່ໃນຂົງເຂດກາຊາ, ແຕ່ທຳນຽບ ຂາວບໍ່ໄດ້ໃຫ້ສັນຍານໃດໆໃນທັນທີ ສໍາລັບການຢຸດຍິງທີ່ກຳລັງຈະເກີດຂຶ້ນ.
ຖະແຫຼງການສະບັບນຶ່ງຂອງທຳນຽບຂາວກ່າວວ່າ ຜູ້ນໍາທັງສອງປະເທດ “ໄດ້ທົບທວນການເຈລະຈາທີ່ຍັງຄົງເກີດຂຶ້ນຢ່າງຕໍ່ເນື່ອງ ເພື່ອຮັບປະກັນໃຫ້ມີການປ່ອຍໂຕປະກັນ ພ້ອມກັບການຢຸດຍິງຢູ່ໃນຂົງເຂດກາຊາໃນທັນທີ.”
ການເຈລະຈາໄດ້ດຳເນີນມາເປັນເວລາຫລາຍເດືອນກ່ຽວກັບວິທີທີ່ຈະຢຸດເຊົາການປະທະກັນ, ແຕ່ອິສຣາແອລ ແລະກຸ່ມຮາມາສ ຍັງຄົງຫາທາງອອກບໍ່ໄດ້ໃນການເຈລະຈາທີ່ນຳໜ້າໂດຍ ສະຫະລັດ, ອີຈິບ ແລະ ກາຕ້າ.
ຟໍຣັມສະແດງຄວາມຄິດເຫັນ