ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ ໄບ​ເດັນ ກ່າວ​ວ່າ​ ການ​ຢຸດ​ຍິງ​ແມ່ນ​ຂຶ້ນຢູ່​ກັບ​ກຸ່ມ ຮາ​ມາ​ສ


ພີ່​ນ້ອງ​ຂອງ​ຊາວ​ປາ​ແລັ​ສ​ໄຕ​ນ ທີ່​ເສຍ​ຊີ​ວິດ​ໃນ​ການ​ລະ​ດົມ​ຍິງ​ຂ້າມ​ຄືນ​ໂດຍ ອິ​ສ​ຣາ​ແອ​ລ ສະ​ແດງ​ຄວາມ​ເສຍ​ໃຈ​ຢູ່​ໂຮງ​ເຢັນ​ຂອງ​ໂຮງ​ໝ​ໍ ຢູ​ໂຣບ ໃນ​ເມືອງ ຄານ ຢູ​ຮິ​ສ, ພາກ​ໃຕ້​ຂອງ​ເຂດ​ກາ​ຊາ, 5 ມີ​ນາ 2024.
ພີ່​ນ້ອງ​ຂອງ​ຊາວ​ປາ​ແລັ​ສ​ໄຕ​ນ ທີ່​ເສຍ​ຊີ​ວິດ​ໃນ​ການ​ລະ​ດົມ​ຍິງ​ຂ້າມ​ຄືນ​ໂດຍ ອິ​ສ​ຣາ​ແອ​ລ ສະ​ແດງ​ຄວາມ​ເສຍ​ໃຈ​ຢູ່​ໂຮງ​ເຢັນ​ຂອງ​ໂຮງ​ໝ​ໍ ຢູ​ໂຣບ ໃນ​ເມືອງ ຄານ ຢູ​ຮິ​ສ, ພາກ​ໃຕ້​ຂອງ​ເຂດ​ກາ​ຊາ, 5 ມີ​ນາ 2024.

ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ທ່ານ ໂຈ ໄບ​ເດັນ ໄດ້​ກ່າວ​ໃນ​ວັນ​ອັງ​ຄານ​ວານ​ນີ້​ວ່າ​ ມັນ​ຈະ​ມີ​ການ​ຢຸດ​ຍິງ 6 ອາ​ທິດ​ໃນ​ເຂດ​ກາ​ຊາ​ນັ້ນຫຼືບໍ່ ​ແມ່ນ “ຂຶ້ນ​ຢູ່​ກັບ​ກຸ່ມ​ຮາ​ມາ​ສ​ໃນ​ເວ​ລາ​ນີ້.”

ແຕ່​ໃນ​ເວ​ລາ​ດຽວ​ກັນ, ທ່ານ​ໄດ້​ກ່າວ​ວ່າ ອິ​ສ​ຣາ​ແອ​ລ ແມ່ນ “ບໍ່​ມີ​ຂໍ້​ອ້າງ” ແຕ່​ເພື່ອ​ອະ​ນຸ​ຍາດ​ໃຫ້​ການ​ຊ່ວຍ​ເຫຼືອ​ດ້ານ​ມະ​ນຸດ​ສະ​ທຳ​ຫຼາຍກວ່າ​ເກົ່າ ​ເຂົ້າ​ໄປ​ໃນ​ດິນ​ແດນ​ທີ່​ຖືກ​ທຳ​ລາຍ​ໂດຍ​ສົງ​ຄາມ​ນັ້ນ ເພື່ອ​ຊ່ວຍ​ເຫຼືອ​ຊາວ ປາ​ແລັ​ສ​ໄຕ​ນ ທີ່​ອຶດ​ຢາກ.

ທ່ານ ໄບ​ເດັນ ໄດ້​ກ່າວ​ຕໍ່​ບັນ​ດາ​ນັກ​ຂ່າວ ​ໃນ​ຂະ​ນະ​ທີ່​ທ່ານ​ເດີນ​ທາງ​ອອກຈາກ Camp David ເຊິ່ງ​ແມ່ນສະ​ຖານ​ທີ່​ພັກ​ຜ່ອນຂອງ​ປະ​ທານ​າ​ທິ​ບໍ​ດີ​ຢູ່ນອກນະ​ຄອນຫຼວງ ວໍ​ຊິງ​ຕັນ ວ່າ “ພວກ​ເຮົາ​ຕ້ອງ​ການ​ການ​ຢຸດ​ຍິງ​ນັ້ນ.”

ທ່ານ​ໄດ້​ເຕືອນ ກ່ຽວ​ກັບ ອັນ​ຕະ​ລາຍ​ທີ່​ຮ້າຍ​ແຮງ​ຍິ່ງ​ຂຶ້ນ ​ຖ້າ ອິ​ສ​ຣາ​ແອ​ລ ແລະ ກຸ່ມ​ຮາ​ມາ​ສ ບໍ່​ສາ​ມາດ​ທີ່​ຈະ​ບັນ​ລຸ​ການ​ຢຸດ​ຍິງ​ໃນ​ເຂດ​ກາ​ຊາ ພາຍ​ໃນ​ຕອນ​ເລີ່ມ​ຕົ້ນ​ເດືອນ​ສັກ​ສິດ ຣາ​ມາ​ດານ ຂອງ​ຊາວ ມຸ​ສ​ລິມ ໃນ​ອາ​ທິດ​ໜ້າ.

ທ່ານ ໄບ​ເດັນ ໄດ້​ກ່າວ​ວ່າ “ຖ້າ​ພວກ​ເຮົາ​ໄດ້​ໄປ​ຮອດ​ຈຸດ​ທີ່​ເຫດ​ການ​ນີ້ ຍັງ​ສືບ​ຕໍ່​ໄປ​ຮອດ​ບຸນ ຣາ​ມາ​ດານ, ອິ​ສ​ຣາ​ແອ​ລ ແລະ ເຈ​ຣູ​ຊາ​ແລັມ ອາດ​ມີ​ຄວາມ​ອັນ​ຕະ​ລາຍຫຼາຍໆ.”

ຄຳ​ເຫັນ​ຂອງ​ທ່ານ ໄບ​ເດັນ ໄດ້​ອອກ​ມາ​ໃນ​ຂະ​ນະ​ທີ່​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ທ່ານ ແອນ​ໂທ​ນີ ບ​ລິງ​ເຄັນ ໄດ້​ຮຽກ​ຮ້ອງ ອິ​ສ​ຣາ​ແອ​ລ ໃຫ້ “ຂະ​ຫຍາຍ​ຊ່ອງ​ທາງ​ທີ່​ເປັນ​ໄປ​ໄດ້​ທຸກ​ທາງໃຫ້ຫຼາຍ​ທີ່​ສຸດ” ເພື່ອ​ນຳ​ເອົາ​ການ​ຊ່ວຍ​ເຫຼືອ​ດ້ານ​ມະ​ນຸດ​ສະ​ທຳ​ຫຼາຍກວ່າ​ເກົ່າ​ ເຂົ້າ​ໄປ​ໃນ​ເຂດ ກາ​ຊາ, ໂດຍ​ກ່າວ​ວ່າ ​ສະ​ຖາ​ນະ​ການ​ໃນ​ປັດ​ຈຸ​ບັນ​ນີ້​ສຳ​ລັບ​ຊາວ​ປາ​ແລັ​ສ​ໄຕ​ນ໌ ​ທີ່ບໍ່​ມີ​ບ່ອນ​ຢູ່​ອາ​ໄສຫຼາຍ​ສິບ​ພັນ​ຄົນ​ແມ່ນບໍ່​ສາ​ມາດ​ຮັບ​ເອົາ​ໄດ້ ແລະ ບໍ່​ຍືນ​ຍົງ.

ທ່ານ ບ​ລິງ​ເຄັນ ໄດ້​ກ່າວ​ກ່ອນ​ການ​ປະ​ຊຸມ​ກັບ​ນາ​ຍົກ​ລັດ​ຖະ​ມົນ​ຕີ ກາ​ຕ້າ ເຊກ ໂມ​ຮຳ​ເມັດ ບິນ ອັບ​ດຸ​ລ​ຣາ​ມັນ ອາ​ລ ທາ​ນີ ຢູ່​ກະ​ຊວງ​ການ​ຕ່າງ​ປະ​ເທດ ​ວ່າ “ອິ​ສ​ຣາ​ແອ​ລ ຕ້ອງ​ຂະ​ຫຍາຍ​ທຸກ​ຊ່ອງ​ທາງ​ທີ່​ເປັນ​ໄປ​ໄດ້​ໃຫ້ຫຼາຍ​ທີ່​ສຸດ, ທຸກວິ​ທີ​ທີ່​ເປັນ​ໄປ​ໄດ້​ເພື່ອ​ນຳ​ເອົາ​ການ​ຊ່ວຍ​ເຫຼືອ​ໄປ​ໃຫ້​ຄົນ​ຜູ້​ທີ່​ຕ້ອງ​ການ​ມັນ.”

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສ​າ​ອັງ​ກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG