ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຍານອະກາດ ຂອງ ອິສຣາແອລ ມຸ້ງໜ້າໄປຍັງ ດວງເດືອນ ເພື່ອ​ວັດ​ແທກ ສະ​ໜາມ​ແມ່​ເຫຼັກ


ຈະຫຼວດຟອລກັນ 9 ໄດ້ທະຍານຂຶ້ນ ພ້ອມກັບ ຍານອະກາດ ເບີເຣີຊີຕ ທີ່ບັນທຸກລົດສຳຫຼວດດວງເດືອນ ຂອງອິສຣາແອລ ຢູ່ທີ່ຖານສົ່ງຈະຫຼວດ ເຄປ ຄານາເວີໂ​ຣ​ລ (Cape Canaveral) ໃນລັດຟລໍຣີດາ, ວັນທີ 21 ກຸມພາ 2019.
ຈະຫຼວດຟອລກັນ 9 ໄດ້ທະຍານຂຶ້ນ ພ້ອມກັບ ຍານອະກາດ ເບີເຣີຊີຕ ທີ່ບັນທຸກລົດສຳຫຼວດດວງເດືອນ ຂອງອິສຣາແອລ ຢູ່ທີ່ຖານສົ່ງຈະຫຼວດ ເຄປ ຄານາເວີໂ​ຣ​ລ (Cape Canaveral) ໃນລັດຟລໍຣີດາ, ວັນທີ 21 ກຸມພາ 2019.

ຍານອະວະກາດ ຂອງອິສຣາແອລ ແມ່ນກຳລັງທະຍານ ຂຶ້ນໄປສູ່ດວງເດືອນ.

ຍານອະວະກາດນີ້ ໄດ້ຖືກສົ່ງຂຶ້ນໄປ ໂດຍລູກຈະຫຼວດ ຟອລກັນ 9 ໃນຄືນວັນພະຫັດ
ຜ່ານມານີ້ ຈາກຖານສົ່ງຈະຫຼວດ ທີ່ ເຄປ ຄານາເວີໂ​ຣ​ລ (Cape Canaveral) ຢູ່ທີ່
ລັດຟລໍຣີດາ ທາງພາກໃຕ້ສຸດ ຂອງສະຫະລັດ.

ນາຍົກລັດຖະມົນຕີ ອິສຣາແອລ ທ່ານ ເບັນຈາມິນ ເນຕັນຢາຮູ ໄດ້ຊົມການ ສົ່ງ​ຍານ​
ດັ່ງ​ກ່າວຂຶ້ນສົດໆ ​ຊຶ່ງ​ເປັນ​ການ​ປະ​ຕິ​ບັດ​ງານທີ່ບໍ່ມີມະນຸດ ໃນອິສຣາແອລ ຢູ່ທີ່ສູນຄວບ
ຄຸມອຸດສາຫະກຳອະວະກາດຂອງອິສຣາແອລ.

ຍານອະວະກາດຂອງອິສຣາແອລນັ້ນ ແມ່ນຄາດກັນວ່າ ຈະໄປຮອດຈຸດໝາຍປາຍທາງ
ຂອງມັນ ໃນວັນທີ 11 ເມສາ ໂດຍເຮັດໃຫ້ ອິສຣາແອລກາຍເປັນປະເທດທີສີ່ ທີ່ໄດ້ສົ່ງ
ຍານອະວະກາດ ໄປລົງຈອດຢູ່ດວງເດືອນ ​ນຳ​ໜ້າ​ໂດຍ ສະຫະລັດ ຣັດເຊຍ ແລະ ຈີນ.

ພາລະກິດດັ່ງກ່າວນີ້ ມີມູນຄ່າ 100 ລ້ານໂດລາ ທີ່ໄດ້ຮັບການສະໜັບສະໜຸນ ທາງດ້ານ
ການເງິນ ຜ່ານການບໍລິຈາກຂອງສ່ວນບຸກຄົນ.

ຊື່ຂອງຍານອະວະກາດນີ້ ເອີ້ນວ່າ ເບີເຣີຊີຕ ໃນພາສາຮີບຣູ ແປວ່າ ເຈເນຊິສ ຫຼືໝາຍ
ຄວາມວ່າ "ການເລີ້ມຕົ້ນ."

ຍານ ເບີເຣີຊີຕ ແມ່ນໄດ້ຖືກອອກແບບມາ ເພື່ອວັດແທກສະໜາມແມ່ເຫຼັກຂອງດວງ
ເດືອນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG