ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທະຫານອິສຣາແອລ ສັງຫານ ຊາວປາແລສໄຕນ໌ ສອງຄົນ ທີ່ພະຍາຍາມ ໃຊ້ມີດແທງເຂົາເຈົ້າ


ພໍ່ແມ່ຂອງຊາວປາແລສໄຕນ໌ ທ້າວ Mohanad Al-Halabi ກຳລັງກວດເບິ່ງເຮືອນຊານ ທີ່ຖືກທະຫານອິສຣາແອລທຳລາຍ.
ພໍ່ແມ່ຂອງຊາວປາແລສໄຕນ໌ ທ້າວ Mohanad Al-Halabi ກຳລັງກວດເບິ່ງເຮືອນຊານ ທີ່ຖືກທະຫານອິສຣາແອລທຳລາຍ.

ທະຫານ​ອິນຣາ​ແອ​ລ ກ່າວ​ວ່າ ຊາວ​ປາ​ແລ​ສ​ໄຕ​ນ໌ສອງ​ຄົນ​ໄດ້
​ຖືກ​ຍິງ​ຕາຍ ຫລັງ​ຈາກ​ພະຍາຍາມ​ແທງພວກ​ທະຫານ​ທີ່​ດ່ານ
​ກວດ​ແຫ່ງ​ນຶ່ງໃນເຂດ​ແຄມ​ຝັ່ງ​ຕາເວັນ ຕົກຂອງ​ແມ່​ນໍ້າຈໍ​ແດັນ.

​ໂຄສົກ​ຍິງ​ຄົນ​ໜຶ່ງ​ກ່າວ​ວ່າ ການ​ໂຈມ​ຕີນີ້​ເກີດ​ຂື້ນ​ຢູ່​ທາງ​ພາ​ກ
​ເໜືອ​ຂອງຮ່ອມ​ພູ​ ຈໍ​ແດັນ.

ນີ້​ແມ່ນ​ເທື່ອ​ຫລ້າ​ສຸດ ​ຂອງການ​ໂຈມ​ຕີ​ທີ່​ມີ​ມາ​ເປັນ​ລຳດັບ
​ໃນ​ສາມ​ເດືອນ​ທີ່​ຜ່ານ​ມາ ຮວມທັງ​ການ​ໃຊ້​ມີດແທງ ​ໃຊ້​ປືນ​ຍິງ
​ແລະ​ຂັບ​ລົດ​ເຂົ້າ​ຕໍາໂດຍຊາວ​ປາ​ແລ​ສ​ໄຕ​ນ໌ ທີ່​ແນ​ໃສ່​ກຳລັງ
​ອິສຣາ​ແອລ.

​ນອກ​ນັ້ນ​ແລ້ວ ໃນ​ວັນ​ເສົາ​ມື້​ນີ້​ ອິສຣາ​ແອ​ລ​ໄດ້​ມ້າງເຮືອນ​ທີ່​ເຄີຍ​ເປັນ​ບ່ອນຢູ່ຂອງ​ຊາວ
​ປາ​ແລ​ສ​ໄຕ​ນ໌ຄົນ​ໜຶ່ງທີ່​ໄດ້​ຖືກຍິ​ງຕາຍ​ໃນ​ວັນ​ທີ 3 ​ເດືອນ​ຕຸລາຜ່ານ​ມາຫລັງ​ ຈາກຜູ້ກ່ຽວ​
ໄດ້​ສັງຫານ ນັກ​ສາສະໜາອິສຣາ​ແອ​ລຄົນ​ໜຶ່ງ ຢູ່​ໃນ​ນະຄອນ Jerusalem.

​ໃນ​ວັນ​ພະຫັດ​ທີ່​ຜ່ານ​ມານີ້ ພວກ​ທະຫານ​ອິສຣາ​ແອລ ​ໄດ້​ສັງຫານ​ຊາວ​ປາ​ແລ​ສ​ໄຕ​ນ໌
ສາມ​ຄົນ ​ທີ່​ພະຍາຍາມ​ແທງ​ເຂົາ​ເຈົ້າ ຢູ່ນອກ​ບ່ອນ​ຕັ້ງ​ຖິ່ນ​ຖານຂອງ​ຊາວ​ຍີວ ​ແຫ່ງ​ນຶ່ງ
ໃກ້​ກັບນະຄອນ Jerusalem.

ບ່ອນ​ຕັ້ງ​ຖິ່ນ​ຖານ Gush Etzion ​ໄດ້​ເປັນ​ຈຸດ​ເປົ້າ​ໝາຍ​ຂອງ​ຊາວປາ​ແລ​ສ​ໄຕ​ນ໌ ທີ່​ໂກດ
​ແຄ້ນ ​ໃນ​ຄື້ນຟອງ​ຄວາ​ມຮຸນ​ແຮງ​ ລະຫວ່າງ​ຊາວອິສຣາ​ແອ​ລ ​ແລະ​ປາ​ແລ​ສ​ໄຕ​ນ໌ ທີ່​ໄດ້
​ເລີ້ມຂຶ້ນ ​ໃນ​ຕົ້ນ​ເດືອນ​ຕຸລາ​ທີ່​ຜ່ານ​ມາ.

ຄວາ​ມຮຸ​ນ​ແຮງ​ທີ່​ຍັງ​ດຳ​ເນີນ​ຢູ່​ຕໍ່​ໄປ ​ໄດ້​ເລີ້ມ​ຂື້ນ​ຈາກ​ຂ່າວລື​ທີ່​ວ່າ ອິສຣາ​ແອ​ລ ກຳລັງວາງ​
ແຜນ ທີ່​ຈະ​ເຂົ້າ​ຄວບ​ຄຸມ​ ສະຖານ​ທີ່​ສັກສິດທັງຂອງ​ພວກຊາວ​ຢີວ ​ແລະຊາວ​ປາ​ແລ​ສ​ໄຕ​ນ໌
ຢູ່ທາງ​ກ້ຳ​ຕາ​ເວັນ​ອອກ​ຂອງນະຄອນ Jerusalem.

ບັນຫາ​ຂັດ​ແຍ້​ງນີ້​ໄດ້​ເຮັດ​ໃຫ້ຊາວອິສຣາ​ແອ​ລ 22 ຄົນ​ເສຍ​ຊີວິດ ພ້ອມ​ກັບຊາວ​ອາ​ເມຣິ
ກັນ ຄົນ​ນຶ່ງ ​ແລະ​ເອ​ຣິ​ເທຣຍຄົນ​ນຶ່ງ. ຊາວ​ປາແລ​ສ​ໄຕ​ນ໌ຢ່າ​ງໜ້ອຍ 138 ຄົນ ​ໄດ້​ເສຍ​ຊີວິດ​
ໃນ​ການ​ປະ​ທະ​ກັນ​ກັບກຳລັງ​ທະຫານ​ອິສຣາ​ແອ​ລ ຫລື​ຖືກ​ຍິງ​ຕາຍ ​ໃນ​ຂະນະ​ທີ່​ພະ​ຍາ
ຍາມ​ແທງ​ຕຳຫລວດ ທະຫານ​ແລະ​ພວກພົນລະເຮືອນ.

Israel Palestinian
please wait
Embed

No media source currently available

0:00 0:00:20 0:00

XS
SM
MD
LG