ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພວກຕັ້ງຖິ່ນຖານ ຊາວອິສຣາແອລ ກ່າວສະແດງຄວາມເປັນຫ່ວງ ແລະໂມໂຫ ກ່ຽວກັບການຫ້າມເດີນທາງຂອງສະຫະລັດ


ແຟ້ມພາບ - ພວກທະຫານອິສຣາແອລ ຢືນຢູ່ຂ້າງລົດສຸກເສີນຂອງທະຫານ ຢູ່ຫົນທາງສາຍນຶ່ງໃກ້ກັບເຂດຕັ້ງຖິ່ນຖານຂອງຊາວຢິວ ໃນເມືອງແອລການາ ເຂດແວັສແບ້ງ, ວັນທີ 15 ພະຈິກ 2022.
ແຟ້ມພາບ - ພວກທະຫານອິສຣາແອລ ຢືນຢູ່ຂ້າງລົດສຸກເສີນຂອງທະຫານ ຢູ່ຫົນທາງສາຍນຶ່ງໃກ້ກັບເຂດຕັ້ງຖິ່ນຖານຂອງຊາວຢິວ ໃນເມືອງແອລການາ ເຂດແວັສແບ້ງ, ວັນທີ 15 ພະຈິກ 2022.

ພວກຕັ້ງຖິ່ນຖານໃໝ່ຊາວອິສຣາແອລສະ​ແດງຄວາມວິຕົກກັງວົນ ຫຼັງຈາກທີ່ສະຫະລັດ ໄດ້ປະກາດການຫ້າມອອກວີຊາເດີນທາງໃຫ້ແກ່ຜູ້ທີ່ຖືກສົງໄສເປັນພວກຕັ້ງຖິ່ນຖານໃໝ່ທີ່ກໍ່ຄວາມຮຸນແຮງຕໍ່ຊາວປາແລັສໄຕນ໌ ໃນເຂດຝັ່ງຕາ ເວັນຕົກຂອງແມ່ນ້ຳຈໍແດນ ຫຼື ແວັສແບ້ງ (West Bank). ນັກຂ່າວ ເຮັນຣີ ວີລກິນສ໌ ໄດ້ເດີນທາງໄປຍັງເມືອງແອລການາ ທີ່ເປັນເຂດຕັ້ງຖິ່ນຖານໃໝ່ ໃນແວັນແບ້ງ ແລະໄດ້ໂອ້ລົມກັບ​ປະ​ຊາ​ຊົນ​ທີ່ນັ້ນ ຊຶ່ງ ໄຊຈະເລີນສຸກ ຈະນຳເອົາລາຍລະອຽດມາສະເໜີທ່ານ.

ຢູ່ທີ່ເມືອງແອລການາ ເຂດຕັ້ງຖິ່ນຖານໃໝ່ແຫ່ງນີ້ ຊຶ່ງເປັນບ່ອນຕັ້ງບ້ານທີ່ຢູ່ອາໄສຂອງຊາວອິສຣາແອລ ຫຼາຍກວ່າ 4,000 ຄົນ ຊຶ່ງມີຄວາມເປັນຫ່ວງວ່າ ມາດຕະການຂອງສະຫະລັດ ອາດລົງໂທດພວກຄົນຜູ້ທີ່​ຖືກກ່າວວ່າ ພວກເຂົາ ເຈົ້າພຽງແຕ່ປ້ອງກັນຕົນເອງເທົ່ານັ້ນ.

ທ້າວອາຟິກ ມານຊົວ ເປັນປະ​ຊາ​ຊົນເມືອງແອລການາ ຊາວອິສຣາແອລທີ່ຍັງໜຸ່ມນ້ອຍ ຜູ້ທີ່ກ່າວວ່າ ຖ້າຜູ້ຕັ້ງຖິ່ນຖານຄົນນຶ່ງທຳຮ້າຍຄົນອາຣັບ ໃນກໍລະນີສ່ວນໃຫຍ່ ກໍມີເຫດຜົນບາງສິ່ງບາງຢ່າງໃນການກະທຳນັ້ນ - ເຊັ່ນກໍລະນີບ່ອນທີ່ວ່າ ການທຳຮ້າຍສ່ວນຕົວ ຫຼື ທາງສັງຄົມ ໄດ້ເກີດຂຶ້ນແກ່ລາວ. ທ້າວມານຊົວ ກ່າວວ່າ ເຫດການຕ່າງໆ ບາງເທື່ອມາຈາກຄວາມໂມໂຫ ຫຼື ຍ້ອນອາລົມທາງປະສາດ ກ່ຽວກັບສະຖານະການ ທີ່ວ່າ ໄດ້ເກີດຂຶ້ນໃນເມື່ອກ່ອນຜ່ານມາ.

ໃນວັນທີ 5 ທັນວາ ລັດຖະມົນຕີການຕ່າງປະເທດສະຫະລັດ ແອນໂທນີ ບລິງເກັນ ໄດ້ປະກາດການຫ້າມເດີນທາງ ຈະຖືກວາງຕໍ່ພວກຕັ້ງຖິ່ນຖານໃໝ່ ຊາວ ອິສຣາແອລ ຊຶ່ງໄດ້ຖືກອະທິບາຍວ່າ ເປັນ “ພວກຫົວຮຸນແຮງ” ທີ່ເປັນຜູ້ຕ້ອງສົງໄສກໍ່ຄວາມຮຸນແຮງຕໍ່ຊາວປາແລັສໄຕນ໌ ໃນແວັສແບ້ງ. ມັນບໍ່ເປັນທີ່ຈະແຈ້ງວ່າ ທາງການສະຫະລັດ ຈະຕັດສິນໄດ້ວ່າ ຜູ້ໃດຈະຖືກຕັດສິດ ບໍ່ໃຫ້ເຂົ້າປະເທດ ແນວໃດ.

ກຸ່ມປົກ​ປ້ອງສິດທິມະນຸດຕ່າງໆກ່າວວ່າ ຈຳນວນການເສຍຊີວິດ ຂອງຊາວປາແລັສໄຕນ໌ ທີ່ເກີດຍ້ອນພວກຕັ້ງຖິ່ນຖານ ໄດ້ສູງຂຶ້ນເປັນສອງເທົ່າ ນັບຕັ້ງແຕ່ສົງຄາມຕໍ່ຕ້ານຮາມາສ ຂອງອິສຣາແອລ ໄດ້ເລີ້ມຂຶ້ນໃນເດືອນຕຸລາ. ສະຫະລັດ ກໍໄດ້ກົດດັນຕໍ່ລັດຖະບານອິສຣາແອລໃຫ້ຢຸດຄວາມຮຸນແຮງໂດຍພວກຕັ້ງຖິ່ນຖານຊາວອິສຣາແອລ.

ການຕັ້ງຖິ່ນຖານໃໝ່ທີ່ເມືອງແອລການາ ໄດ້ຖືກຕັ້ງຂຶ້ນໃນປີ 1977 ຢູ່ໃນພື້ນທີ່ຢຶດເອົາຈາກຊາວບ້ານປາແລັສໄຕນ໌ ທີ່ເອີ້ນວ່າ ມາສ-ຮາ (Mas-ha).​ທຸກມື້ນີ້ ສະຖານທີ່ຕັ້ງຖິ່ນຖານແຫ່ງນີ້ ມີຕຶກທີ່ຢູ່ອາໄສທີ່ທັນສະໄໝລຽນກັນຫຼາຍຄຸ້ມ ເຮືອນວິນລາ ຮ້ານຂາຍເຄື່ອງ ແລະຮ້ານຊັບພະສິນຄ້າໃຫຍ່ ບ່ອນທີ່ພວກຕັ້ງຖິ່ນຖານຊາວອິສຣາແອລພາກັນໄປໃນການດຳລົງຊີວິດແຕ່ລະວັນຂອງເຂົາເຈົ້າ.

ພວກຕັ້ງຖິ່ນຖານອິຣາແອລ ຖືກຕີຄວາມໝາຍເປັນຈຳພວກ ຜູ້ທີ່ໄດ້ສ້າງຕັ້ງທີ່ຢູ່ອາໄສໃນອານາເຂດທີ່ອິສຣາແອລຄອບຄອງ ຫຼັງຈາກສົງຄາມປີ 1967 ໄລຍະ 6 ວັນ ທີ່ລວມທັງໃນເຂດແວັສແບ້ງ ແລະເຈຣູເຊແລັມຕາເວັນອອກ. ອີງຕາມອົງການສະຫະປະຊາຊາດ ພວກຕັ້ງຖິ່ນຖານເກີນກວ່າ 700,000 ຄົນ ດຽວນີ້ ດຳລົງຊີວິດຢູ່ໃນເຂດແວັສແບ້ງ ຢ່າງຜິດກົດໝາຍ ພາຍໃຕ້ກົດໝາຍສາກົນ.

ຊາວປາແລັສໄຕນ໌ ກ່າວຫາພວກຕັ້ງຖິ່ນຖານຢູ່ເລື້ອຍໆໃນການຢຶດເອົາດິນແດນຈາກພວກເຂົາເຈົ້າດ້ວຍກຳລັງ ແລະການປະທິກັນຢ່າງຮຸນແຮງລະຫວ່າງທັງສອງຝ່າຍ ເກີດຂຶ້ນຫຼາຍຄັ້ງຫຼາຍຫົນ.

ທ່ານນາງກ່າວເປັນພາສາຮີບຣູ ວ່າ:

ທ່ານນາງ ແອສຕີ ນາດາບ ຊາວອິສຣາແອລ ກຳລັງເລາະຊື້ເຄື່ອງຕົບແຕ່ງ ສຳ ລັບບຸນ ຮານນຸກາ (Hannukah) ຢູ່ໃນເມືອງແອລການາ ກັບລູກເຕົ້າຂອງທ່ານນາງ ກ່າວວ່າ ທ່ານນາງຄິດວ່າ ໃນທີ່ສຸດແລ້ວ ພວກຄົນຮ້າຍ ບໍ່ຄວນອະນຸຍາດໃຫ້ເຂົ້າມາໃນບາງແຫ່ງຕ່າງໆ. ຄຳຖາມ ທີ່ທ່ານນາງຖາມ ກໍແມ່ນວ່າ ຄົນຜູ້ນຶ່ງຮູ້ໄດ້ແນວໃດວ່າ ຜູ້ໃດເປັນຄົນຮ້າຍ? ອັນນີ້ແມ່ນສຳຄັນ ທ່ານນາງກ່າວ ເພາະ ວ່າ ມີພວກຄົນຜູ້ທີ່ເປັນຄົນບໍລິສຸດແລະໃນທີ່ສຸດໄດ້ຖືກປະຕິເສດບໍ່ໃຫ້ເຂົ້າສະຫະ ລັດ.

ຜູ້ຕັ້ງຖິ່ນຖານອີກຄົນນຶ່ງ ຜູ້ທີ່ໄດ້ບອກຊື່ພຽງແຕ່ວ່າ ເອມີເລຍ ໄດ້ກ່າວວ່າ ນາງໂມໂຫກ່ຽວກັບການຫ້າມອອກວີຊາ.

ນາງກ່າວເປັນພາຮີບຣູ ວ່າ:

ນາງກ່າວວ່າ ພວກຕັ້ງຖິ່ນຖານຊາວຢິວ ເປັນຜູ້ເຄາະຮ້າຍຂອງການໃສ່ຮ້າຍປ້າຍສີເປັນບາງຄັ້ງບາງຄາວ. ນາງກ່າວວ່າ ພວກຝ່າຍຊ້າຍ ພວມຊອກຫາຫົວຂໍ້ ແລະພະຍາຍາມໃສ່ຮ້າຍປ້າຍສີປະຊາຊົນຢູ່ໃນເຂດຕັ້ງຖິ່ນຖານ. ນາງກ່າວວ່າ ນາງບໍ່ເຂົ້າໃຈເລີຍວ່າ ສະຫະລັດ ຕັດສິນໃຈຫ້າມຊາວອິສຣາແອລບາງສ່ວນໄດ້ແນວໃດ ໃນຂະນະດຽວກັນ ອະນຸຍາດໃຫ້ພວກອົບພະຍົບຊາວຊີເຣຍເຂົ້າໄດ້.

ອີງຕາມອົງການສະຫະປະຊາຊາດ ການເສຍຊີວິດຂອງ ຊາວອິສຣາແອລ 26 ຄົນ ແລະຊາວປາແລັສໄຕນ໌ ຢ່າງໜ້ອຍ 200 ຄົນ ໄດ້ເກີດຂຶ້ນຍ້ອນຄວາມຮຸນແຮງຢູ່ໃນເຂດແວັສແບ້ງໃນປີນີ້.

ພວກຕັ້ງຖິ່ນຖານອິສຣາແອລບາງສ່ວນ ແມ່ນເກີດຢູ່ໃນສະຫະລັດ ໂດຍມີສອງສັນຊາດ ແລະສະນັ້ນ ບໍ່ຕ້ອງມີວີຊາ ເພື່ອເດີນທາງໄປສະຫະລັດ.

ອ່ານລາຍງານີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG