ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນາຍົກ ອິສຣາແອລ ກ່າວວ່າ ການເຈລະຈາ ຂໍ້ຕົກລົງ ນີວເຄລຍ ກັບອິຣ່ານ ເປັນ ເລື້ອງບໍ່ດີ


Netanyahu Makes His Case to Congress
please wait

No media source currently available

0:00 0:03:23 0:00

ທ່ານ​ Benjamin Netanyahu ນາ​ຍົກ​ລັດຖະມົນຕີອິສຣາ
​ແອ​ລ ກ່າວ​ວ່າ ການ​ເຈລະຈາ​ທີ່​ພວມ​ດຳ​ເນີນ​ໄປ​ ລະຫວ່າງ​
ສະຫະລັດ ​ແລະ​ອີຣ່ານຈະ “ຮັບປະກັນ” ວ່າ​ລັດຖະບານ​
ເຕຫະຣ່ານຈະ​ໄດ້​ຮັບ​ອາວຸດ​ນີວ​ເຄລຍຊຶ່ງ​ຈະ​ເປັນ​ໄພ​ຂົ່ມຂູ່
ບໍ່​ພຽງ​ແຕ່ ​ຕໍ່​ພາກ​ຕາ​ເວັນ​ອອກ​ກາງ​ເທົ່າ​ນັ້ນ ​ແຕ່​ຕໍ່ໂລກ​ນຳ
ດ້ວຍ.

​ໃນ​ການ​ໄປ​ປາກົດ​ໂຕ​ຕໍ່​ສະພາ​ກົງ​ແກຣສ ຂອງ​ສະຫະລັດ ທີ່​
ໄດ້​ເກີດ​ບັນຫາ​ໂຕ້​ແຍ້​ງກັນ​ຂຶ້ນ​ມາທ່ານ​ເນ​ທັນ​ຢາ​ຮູກ່າວ​ເນັ້ນ
​ຕໍ່​ພວກ​ສະມາຊິກ​ລັດຖະສະພາ ກ່ຽວ​ກັບໄພ​ອັນຕະລາຍ​ ທີ່​
ຮ້າຍ​ກາດ​ວ່າ ​ອິຣ່ານ ທີ່ມີ​ອາວຸດ​ນີວ​ເຄລຍ ຈະ​ເປັນ​ໄພ​ຕໍ່​ປະ
​ເທດ​ຂອງ​ທ່ານ.

ທ່ານ​ເນ​ທັນ​ຢາ​ຮູ ກ່າວ​ວ່າ ອິຣ່ານ​ເປັນ​ຜູ້​ອຸບປະຖຳ​ການ​ກໍ່​ການ​ຮ້າຍ​ໃນ​ທົ່ວ​ໂລກໂດຍ​ກ່າວ
ຕື່ມ​ວ່າ ອຳນາດ​ປົກຄອງເຕຫະຣ່ານ​ໄດ້ "​ເປັນ​ພວກ​ຫົວ​ຮຸນ​ແຮງ​ທີ່​ສຸດ​ເທົ່າທີ່ເຄີຍ​ມີ​ມາ​”
ບໍ່​ສາມາດ​ເປັນ​ທີ່​ໄວ້​ໃຈ​ໄດ້ ​ແລະ​ການ​ດຳ​ເນີນ​ຄວາມ​ພະຍາຍາມ​ເພື່ອ​ໃຫ້​ມີ​ຂໍ້​ຕົກລົງ​ກັນ​ກັບ
​ສະຫະລັດ​ໃນ​ເວລາ​ນີ້ ຈະ​ບໍ່​ກີດ​ກັນ​ທາງ​ຂອງ​ອິຣ່ານ​ເພື່ອ​ໃຫ້​ມີ​ລະ​ເບີດ “ແຕ່​ຈະ​ແຜ້ວ​ທາງ​
ໃຫ້​ອິຣ່ານມີ​ລະ​ເບີດ​ດັ່ງກ່າວ.”

​ໃນແລງ​ວັນ​ອັງຄານ​ວານ​ນີ້ ປະທານາທິບໍດີ ບາຣັກ ​ໂອ​ບາ​ມາ ທີ່​ກ່າວ​ວ່າ ທ່ານ​ບໍ່​ໄດ້​ເບິ່ງ
ການກ່າວ​ຄຳ​ປາ​ໄສ​ຂອງ​ທ່ານ​ເນ​ທັນ​ຢາ​ຮູນັ້ນ ​ແຕ່ໄດ້​ອ່າ​ນບົດ​ປາ​ໄສ​ຂອງ​ທ່ານ ກ່າວວ່າ
“ບໍ່​ມີ​ຫຍັງ​ໃໝ່” ​ໃນ​ຖ້ອຍ​ຖະ​ແຫຼ​ງ ຂອງ​ທ່ານ​ເນ​ທັນ​ຢາ​ຮູ​ໃນ​ວັນ​ອັງຄານ​ວານ​ນີ້ ​ໂດຍ​ຢືນ​
ຢັດ​ວ່າ ຜູ້ນຳ​ອິສຣາ​ແອ​ລບໍ່​ໄດ້​ສະ​ເໜີ​ໃຫ້​ທາງ​ເລືອກ​ທີ່​ດີ​ຂຶ້ນ​ສຳລັບ​ການ​ເຈລະຈາ​ກັນ​ນັ້ນ.

ທ່ານ​ໂອ​ບາ​ມາ ທີ່ກ່າວ​ຈາກ​ທຳນຽບຂາວ ​ເວົ້າ​ວ່າ ທ່ານ​ເນ​ທັນ​ຢາ​ຮູ “ບໍ່​ໄດ້​ສະ​ເໜີ​ທາງ​ເລືອກທີ່​ສຳຄັນ​ໃດໆ” ​ແລະກ່າວ​ຕື່ມ​ວ່າ “ພວກ​ເຮົາ​ຍັງ​ບໍ່​ທັນ​ໄດ້​ບັນລຸ​ຂໍ້​ຕົກລົງ​ກັນ​ເທື່ອ ​ແຕ່​ຖ້າ​ພວກ​ເຮົາ​ສຳ​ເລັດ​ຜົນ ອັນ​ນີ້​ຈະ​ເປັນ​ຂໍ້​ຕົກລົງ​ທີ່​ດີ​ທີ່​ສຸດ​ທີ່​ເປັນ​ໄປ​ໄດ້ ກັບ​ອິຣ່ານ ​ເພື່ອ​ປົກ​ປ້ອງ​ບໍ່​ໃຫ້​ອິຣ່ານມີ​ອາວຸດ​ນີວ​ເຄລຍນັ້ນ.”

ທ່ານ​ໂອ​ບາ​ມາ ກ່າວ​ວ່າ ທາງ​ເລືອກ​ຂອງ​ທ່ານ​ເນ​ທັນ​ຢາ​ຮູ​ຕໍ່​ການ​ເຈລະຈາ​ກັນ​ນີ້ແມ່ນ​ທໍ່ກັບ
ບໍ່​ໃຫ້​ມີ​ຂໍ້​ຕົກລົງ​ກັນ​ໃດໆ​ເລີຍໂດຍ​ກ່າວ​ຕື່ມ​ວ່າ ຈະ​ພາ​ໃຫ້​ອິຣ່ານໃຊ້​ຄວາມ​ພະຍາຍາມ​ຂອງ​
ຕົນເພີ້ມ​ຂຶ້ນ​ເປັນ​ສອງ​ເທົ່າເພື່ອ​ຜະລິດ​ອາວຸດ​ນີວ​ເຄລຍນັ້ນ.

US Israel politics
please wait
Embed

No media source currently available

0:00 0:03:17 0:00

XS
SM
MD
LG