ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຕຳຫຼວດ ອິສຣາແອລ ພວກຫົວຮຸນແຮງ ປາແລສໄຕນ໌ ປະຕິເສດ ການກ່າວອ້າງ ຂອງກຸ່ມລັດອິນລາມ


ໜ່ວຍສຸກເສີນ ອິສຣາແອລ ນຳພາສົບນຶ່ງໃນຈຳນວນສາມຄົນ ຂອງຊາວປາແລສໄຕນ໌ ທີ່ໄດ້ຍິງ ແລະເອົາມິດແທງ ຕຳຫລວດ ຊາຍແດນແມ່ຍິງອິສຣາແອລຕາຍ.
ໜ່ວຍສຸກເສີນ ອິສຣາແອລ ນຳພາສົບນຶ່ງໃນຈຳນວນສາມຄົນ ຂອງຊາວປາແລສໄຕນ໌ ທີ່ໄດ້ຍິງ ແລະເອົາມິດແທງ ຕຳຫລວດ ຊາຍແດນແມ່ຍິງອິສຣາແອລຕາຍ.

ພວກ​ຫົວ​ຮຸນ​ແຮງ​ປາ​ແລ​ສ​ໄຕ​ນ໌ ​ແລະ​ຕຳຫລວດ​ອິສຣາ​ແອ​ລ ຕ່າງກໍໄດ້​ປະຕິ​ເສດໃນ​
ການ​ກ່າວ​ອ້າງ ໂດຍກຸ່ມ​ລັດ​ອິສລາມ​ວ່າ ຕົນ​ເປັນ​ຜູ້​ຮັບຜິ​ດຊອບ ຕໍ່​ການ​ໂຈມ​ຕີ​ ຂອງ
ພວກຜູ້​ຊາຍ​ປາ​ແລ​ສ​ໄຕ​ນ໌ສາມ​ຄົນໃກ້​ກັບ​ເຂດ​ເມືອງເກົ່າຂອງນະຄອນ​Jerusalem
ທີ່​ສິ້ນ​ສຸດ​ລົງ ​ດ້ວຍ​ການເສຍ​ຊີວິດ​ ຂອງຕຳຫລວດ​ແມ່ຍິງ​ອິສຣາ​ແອ​ລຄົນ​ນຶ່ງ ພວກ​ຜູ້​
ຊາຍ​ໄດ້​ຖືກຍິງ​ຕາຍ ​ໂດຍ​ກຳລັງ​ຮັກສາ​ຄວາມ​ປອດ​ໄພອິສຣາ​ແອ​ລ.

ຕຳຫລວດ ​ແລະ​ພວກ​ຫົວ​ຮຸນ​ແຮງ​ກ່າວ​ວ່າ ພວກໂຈມ​ຕີ​ແມ່ນ​ສ່ວນ​ບຸກຄົນ​ໃນ​ທ້ອງ​ຖິ່ນ
​ທີ່​ບໍ່​ໄດ້ພົວພັນ​ກັບ​ກຸ່​ມກໍ່​ການ​ຮ້າຍ.

ບັນດາ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ​ໄດ້​ມີ​ການ​ໂຈມ​ຕີ​ສອງ​ເທື່ອ​ຕໍ່​ເນື່ອງ​ກັນ ​ໃນວັນ​ສຸກ​ວານ​ນີ້ ​ໃກ້
​ກັບ​ປະຕູ​ໂຂງ Damascus ທີ່ເປັນ​ຈຸດ​ອະນຸຍາດ​ໃຫ້​ເຂົ້າ​ໄປໃນ​ເຂດເມືອງ​ເກົ່າ ​ຂອງ
ນະ​ຄອນ Jerusalem ສຳລັບ​ພວກ​ຜູ້​ຊາຍ ທີ່​ໃຫຍ່ແລ້ວຊາວ​ປາ​ແລ​ສ​ໄຕ​ນ໌ ​ເພື່ອ​ຮ່ວມ
​ສູດ​ມົນໃນ​ວັນ​ສຸກ. ຄວາມຮຸນ​ແຮງ​ໄດ້​ເກີດ​ຂຶ້ນ ​ໃນ​ຂະນະ​ທີ່​ຊາວ​ມຸສລິ​ມ ​ໄດ້ສະຫຼອງ
ວັນ​ສຸກທີ​ສາມ ຂອງເດືອນ​ສັກສິດ Ramadan.

ຢູ່​ໃນ​ເຫດ​ຮ້າຍ​ນຶ່ງ​ນັ້ນ ຊາວ​ປາ​ແລ​ສ​ໄຕ​ນ໌ສອງ​ຄົນ​ໄດ້ເປີດ​ສາກ​ຢິງ​ໃສ່ກຸ່ມ​ເຈົ້າ​ໜ້າທີ່​
ຕຳ​ຫຼວດ​ ​ແລະ​ຍັງໄດ້​ເອົາ​ມີດ ​ແລ່ນ​ເຂົ້າໄປຫາ​ເຂົາ​ເຈົ້າ. ຢູ່​ໃນ​ການ​ໂຈມຕີອີກ​ ບ່ອນ​
ນຶ່ງ ຊາວ​ປາ​ແລ​ສ​ໄຕ​ນ໌ຄົນ​ນຶ່ງ​ໄດ້ເອົາ​ມີດ​ແທງ​ຕຳຫລວດ​ແມ່ຍິງອິສຣາ​ແອ​ລ​ ທີ່​ເຮັດ
ວຽກ​ເປັນ​ເຈົ້າ​ໜ້າ​ທີ່​ຕຳ​ຫລວດ​ຊາຍ​ແດນ. ມີ​ການລະບຸວ່າ​ ນາງ​ຊື່ Hadas Malka
ອາ​ຍຸ 23 ປີ.

ອົງການ​ຮັກສາ​ຄວາມ​ປອດ​ໄພ Shin Bet ຂອງ​ອິສຣາ​ແອ​ລ ກ່າວ​ວ່າ​ ຜູ້​ຊາຍ​ປາ​ແລ​ສ​
ໄຕ​ນ໌ສາມ​ຄົນ ມີ​ອາຍຸ 18 ຫລື 19 ປີ. ທັງ​ໝົດ​ມາ​ຈາກ​ໝູ່​ບ້ານ​ດຽວ​ກັນ​ໃກ້​ກັບເມືອງ
Ramallah ​ໃນເຂດ​ແຄມ​ຝັ່ງ​ຕາ​ເວັນຕົກຂອງ​ແມ່​ນໍ້າຈໍ​ແດນ ​ແລະ​ໄດ້​ຖືກ​ກັກ​ຂັງ​ມາ​
ກ່ອນ​ໃນ​ຖານ​ສົງ​ໄສພົວພັນ​ກັບ​ການ “ກໍ່​ການ​ຮ້າຍ.”

ມີ​ອີກສີ່​ຄົນ​ໄດ້​ຮັບ​ບາດ​ເຈັບ​ໃນ​ການ​ໂຈມຕີໃນວັນ​ສຸກ​ວານ​ນີ້ ຮວມທັງ​ເຈົ້າ​ໜ້າ​ທີ່​ຕຳ​
ຫລວດ​ອິສຣາ​ແອ​ລ ​ແລະ​ຊາວ​ປາ​ແລ​ສ​ໄຕ​ນ໌ທີ່​ໄດ້​ຜ່ານ​ໄປມາ ທີ່​ບໍ່​ໄດ້​ພົວພັນກັບ​
ເຫດ​|ຮ້າຍ.

ພວກຕຳຫລວດອິສຣາແອລ ຮັກສາບ່ອນເກີດເຫດຍິງກັນ ແລະໃຊ້ມີດແທງ ຢູ່ປະຕູໂຂງເມືອງ Damascus ຢູ່ໃນເມືອງເກົ່າ Jerusalem.
ພວກຕຳຫລວດອິສຣາແອລ ຮັກສາບ່ອນເກີດເຫດຍິງກັນ ແລະໃຊ້ມີດແທງ ຢູ່ປະຕູໂຂງເມືອງ Damascus ຢູ່ໃນເມືອງເກົ່າ Jerusalem.

ການ​ໂຈມ​ຕີ​ຂອງ​ຊາວ​ປາແລ​ສ​ໄຕ​ນ໌ຕໍ່​ພົນລະ​ເຮືອນ​ອິສຣາ​ແອ​ລ ​ແລະ​ເຈົ້າໜ້າ​ທີ່​ຮັກ
ສາ​ຄວາມ​ປອດ​ໄພ​ໄດ້​ເພີ່​ມຂຶ້ນ​ນັບ​ແຕ່​ປີ 2015 ເປັນຕົ້ນມາ ເຖິງ​ແມ່ນ​ວ່າມີ ການ​ໂຈມ​
ຕີນຶ່ງ​ເທື່ອ​ຕໍ່​ມື້ໄດ້​ຊັກ​ຊ້າ​ລົງ​ຫວ່າງມໍ່​ໆ​ມາ​ນີ້. ນັບ​ແຕ່​ເດືອນ​ຕຸລາ 2015 ​ເຫດ​ຮ້າຍ ຄວາມ
​ຮຸນ​ແຮງ​ ແລະ​ຄວາມ​ບໍ່​ສະຫງົບ​ອື່ນໆ​ໄດ້​ເຮັດ​ໃຫ້​ຊາວ​ປາ​ແລ​ສ​ໄຕ​ນ໌ ຫລາຍ​ກວ່າ 270
ຄົນ ຊາວ​ອິສຣາ​ແອ​ລຫລາຍ​ກວ່າ 40 ຄົນ​ແລະຊາວ ​ຕ່າງປະ​ເທດ​ອີກ​ຈຳນວນ​ນຶ່ງໄດ້
​ເສຍ​ຊີວິດ.

ອິສຣາ​ແອ​ລ​ໄດ້​ຖິ້ມ​ໂທດ ​ໃສ່ຄະນະ​ນຳພາ​ຂອ​ງປາ​ແລ​ສ​ໄຕ​ນ໌ ທີ່ຍຸ​ແຍ່​ໃຫ້​ເກີດ​ຄວາມ​
ຮຸນ​ແຮງ. ບັນດາ​ເຈົ້າ​ໜ້າ​ທີ່​ປາ​ແລ​ສ​ໄຕ​ນ໌​ໄດ້ປະຕິ​ເສດ​ຕໍ່ການ​ກ່າວ​ຫານີ້ ​ແລະ​ກ່າວ​ວ່າ
ຄວາມ​ຮຸນ​ແຮງ​ເກີດ​ມາ​ຈາ​ກຄວາມ​ໂກດ​ແຄ້ນ​ຍ້ອນ​ການ​ຢຶດຄອງ
​ດິ​ນ​ແດນ​ທີ່​ຕ້ອງການ​ໂດຍຊາວ​ປາ​ແລ​ສ​ໄຕ​ນ໌.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG