ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ອິສຣາແອລ ວ່າ ຄົນຮ້າຍປາແລສໄຕນ໌ ແທງຜູ້ໂດຍສານ 9 ຄົນ ເທິງລົດບັສ


ຕຳຫລວດອິສຣາແອລຄົນນຶ່ງ ແລະນາຍແພດ ກຳລັງປິ່ນປົວ ຜູ້ໄດ້ຮັບບາດເຈັບ.
ຕຳຫລວດອິສຣາແອລຄົນນຶ່ງ ແລະນາຍແພດ ກຳລັງປິ່ນປົວ ຜູ້ໄດ້ຮັບບາດເຈັບ.

ຕຳຫລວດ​ອິສຣາ​ແອ​ລ ກ່າວ​ວ່າ ຜູ້​ຊາຍ​ປາ​ແລ​ສ​ໄຕ​ນ໌ຄົນ​ນຶ່ງ ​ໄດ້
​ແທງ​ຢ່າງ​ໜ້ອຍ​ເກົ້າ​ຄົນ​ຢູ່​ໃນ​ລົດ​ບັສ ​ໃນ​ນະຄອນ Tel Aviv ​ເຮັດ​
ໃຫ້​ຫລາ​ຍຄົນ​ໄດ້​ຮັບ​ບາດ​ເຈັບ​ໜັກ.

ບັນດາ​ເຈົ້າ​ໜ້າ​ທີ່ ກ່າວວ່າ ການ​ໂຈມ​ຕີ​ໃນ​ວັນ​ພຸດ​ມື້​ນີ້ ໄດ້​ເລີ້ມ​ຈາກ​
ຜູ້​ຊາຍ​ຄົນ​ນຶ່ງ ​ແທງ​ຄົນ​ຂັບ​ລົດ​ບັສ ​ແລະ​ຜູ້​ໂດຍສານ​ຫລາ​ຍຄົນ.

​ເຂົາ​ເຈົ້າ​ກ່າວ​ວ່າ ຫລັງ​ຈາກ​ນັ້ນ​ລາວ​ໄດ້​ແລ່ນ​ໜີ​ຈາກ​ລົດ​ບັສ ​ແຕ່​ວ່າ
​ໄດ້ຖືກ​ຕິດຕາມ​ໂດຍບັນດາ​ເຈົ້າ​ໜ້າ​ທີ່​ຍາມ​ຄຸກ ທີ່ຢູ່​ໃກ້ໆໃນ​ເວລາ​
ນັ້ນ.ບັນດາ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ພວກ​ເຈົ້າ​ໜ້າ​ທີ່​ຍິງຂາ ຜູ້ຕ້ອງ​ສົງ​ໄສ
ອາຍຸ​ 23 ປີ ​ແລະຈັບລາວໄດ້.

​ໂຄສົກ​ຕຳຫລວດ​ລະບຸວ່າ ​ຜູ້​ຊາຍ​ຄົນ​ນັ້ນ​ ມາ​ຈາກເຂດຝັ່ງຕາເວັນຕົກຂອງແມ່ ນ້ຳຈໍແດັນ
ຫລື West Bank ​ແລະ​ຮ້ອງ​ລາວ​ວ່າ ​ເປັນ “ຜູ້​ກໍ່​ການ​ຮ້າຍ.”

ຄວາມ​ຮຸນ​ແຮງ​ດັ່ງກ່າວ ແມ່ນ​ເທື່ອ​ລ້າ​ສຸດ ໃນ​ການ​ໂຈມ​ຕີ ທີ່ມີມາເປັນລຳດັບ ຫວ່າງມໍ່ໆ​ມາ​
ນີ້ ​ໂດຍ​ປາ​ແລ​ສ​ໄຕ​ນ໌ ​ໃນ​ນະຄອນ Jerusalem ​ແລະ Tel Aviv ຊຶ່ງຈຳນວນ​ນຶ່ງແມ່ນຮ້າຍ​
ແຮງ ​ໃນ​ຂະນະ​ທີ່ຄວາມ​ເຄັ່ງ​ຕືງລະຫວ່າງອິສຣາ​ແອ​ລ ແລະປາ​ແລ​ສ​ໄຕ​ນ໌ ຍັງ​ມີ​ຢູ່​ສູງ.

XS
SM
MD
LG