ນາຍົກລັດຖະມົນຕີອິສຣາແອລ ທ່ານ Benjamin Netanyahu
ໄດ້ຮຽກຮ້ອງໃຫ້ມີການສືບສວນສອບສວນໂດຍໄວ ກ່ຽວກັບການ
ຕາຍຂອງຂອງເດັກຊາຍຄົນນຶ່ງ ທີ່ເຊື່ອວ່າເປັນຄົນປາແລສໄຕນ໌
ແລະໄດ້ຖືກລັກພາໂຕໄປ ໃນການກະທຳທີ່ສົງໄສວ່າ ເປັນການ
ແກ້ແຄ້ນຕໍ່ການຕາຍຂອງໄວລຸ້ນອິສຣາແອລສາມຄົນ ທີ່ມີ ການ
ພົບເຫັນສົບ ໃນຕົ້ນອາທິດນີ້.
ບັນດາເຈົ້າໜ້າທີ່ກ່າວວ່າ ໄດ້ມີລາຍງານວ່າ ຊາວໜຸ່ມປາແລສ
ໄຕນ໌ຄົນນຶ່ງໄດ້ຖືກບັງຄັບໃຫ້ຂຶ້ນລົດໄປໃນຕອນເຊົ້າວັນພຸດມື້ນີ້
ໃນເຂດທີ່ຊາວອາຫຣັບອາໄສຢູ່ ໃນນະຄອນເຈຣູຊາແລມ. ຕໍ່ມາ
ໄດ້ພົບເຫັນສົບຄົນຕາຍຜູ້ນຶ່ງ ຢູ່ໃນເຂດນຶ່ງຂອງເມືອງ ແລະຕຳ ຫລວດກຳລັງພະຍາຍາມສືບສວນວ່າ ແມ່ນຊາວໜຸ່ມຜູ້ທີ່ຖືກລັກພາໂຕໄປນັ້ນຫລືບໍ່.
ທ່ານ Netanyahu ກ່າວວ່າ ທ່ານໄດ້ຂໍຮ້ອງໃຫ້ທາງຕຳຫລວດສືບໃຫ້ຮູ້ວ່າແມ່ນໃຜຢູ່ເບື້ອງຫລັງ ອັນທີ່ທ່ານເອີ້ນວ່າ ເປັນການຄາດຕະກຳທີ່ຊົ່ວຮ້າຍນັ້ນ.
ຫລັງຈາກທີ່ມີການພົບເຫັນສົບດັ່ງກ່າວໃນວັນພຸດມື້ນີ້ ຊາວປາແລສໄຕນ໌ຫລາຍຮ້ອຍຄົນ ໄດ້ພາກັນຕອບໂຕ້ ໂດຍການປະທ້ວງຢູ່ໃນເຂດກ້ຳຕາເວັນອອກຂອງ ນະຄອນເຈຣູຊາແລມ ແລະແກວ່ງກ້ອນຫີນ ໃນຂະນະທີ່ປະທະກັບກຳລັງຮັກສາຄວາມປອດໄພອິສຣາແອລ ທີ່ຕອບໂຕ້ດ້ວຍການລູກປືນຢາງເຂົ້າໃສ່.
ໄດ້ມີການປະທະກັນຂະໜາດນ້ອຍ ທີ່ເມືອງ Jenin ໃນເຂດ West Bank ຫລັງຈາກ
ກຳລັງຮັກສາຄວາມປອດໄພອິສຣາແອລ ໄດ້ບຸກເຂົ້າໄປກວດຄົ້ນຢູ່ໃນເຂດດັ່ງກ່າວ.