ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຕຳຫຼວດ ອິສຣາແອລ ຈຳກັດ ການເຂົ້າ​ ​ເມືອງ​ Old City ຂອງ ເຈຣູເຊແລັມ

ມືປືນຂອງກອງກຳລັງ ອິສຣາແອລ ກຳລັງແນອາວຸດຂອງລາວ ໃສ່ພວກປະທ້ວງຊາວປາແລັສໄຕນ໌ ໃນລະຫວ່າງການປະທະກັນ ເມື່ອວັນທີ 4 ຕຸລາ 2015 ຢູ່ ໃນເຂດເຈຣູເຊແລັມ ຕາເວັນອອກ ຂອງໝູ່ບ້ານ Issawiya ບ່ອນທີ່ປາແລັສໄຕນ໌ຄົນນຶ່ງ ໄດ້ແທງ ຄົນຜູ້ທີ່ຍ່າງ ກາຍໄປມາ ແລະ ເຮັດໃຫ້ຄົນອືນໆບາດເຈັບ, ວັນທີ 4 ຕຸລາ 2015.

ເຈົ້າໜ້າ​ທີ່ຕຳຫຼວດອິສຣາ​ແອ​ລ ​ໄດ້ກ່າວ​ໃນ​ວັນ​ອາທິດ​ມື້​ນີ້ ​ວ່າ
ພວກເຂົາ​ເຈົ້າ​ໄດ້​ຈຳກັດ​ການ​ເຂົ້າ​ໄປ​ຫາ ​ເມືອງ​ເກົ່າ​ແກ່​ ຫຼື Old
City ຂອງ Jerusalem ຫຼັງຈາກ​ຊາຍ​ປາ​ແລັສ​ໄຕ​ນ໌ ຄົນ​ນຶ່ງ​ໄດ້​
ສັງຫານ ຊາວ​ອິສຣາ​ແອ​ລ 2 ຄົນ ​ແລະ ເຮັດ​ໃຫ້​ອີກ​ສອງ​ຄົນ​ໄດ້
​ຮັບ​ບາດ​ເຈັບ ​ໃນ​ການ​ໂຈມ​ຕີ ດ້ວຍ​ການ​ແທງ​ພວກ​ເຂົາ​ເຈົ້າ​ເມື່ອ
​ຕອນ​ກາງຄືນ​ວັນ​ເສົາ​ວານ​ນີ້. ການ​ຫ້າມ​ໄລຍະ​ສອງ​ມື້ ຈະ​ບໍ່​ມີ​ຜົນ
​ກະທົບ​ຕໍ່ຊາວ​ປາ​ແລັດ​ໄຕ​ນ໌ຜູ້​ທີ່​ອາ​ໄສ ​ເຮັດ​ວຽກ ​ແລະ ສຶກສາ
ຢູ່​ໃນ​ເມືອງ​ເກົ່າ​ແກ່ ​ແຕ່ຜູ້​ອື່ນ ຢູ່​ໃນເຂດເຈຣູຊາ​ແລັມຕາ​ເວັນ​ອອກ
ຈະ​ບໍ່​ໄດ້​ຮັບ​ອະນຸຍາດ ​ໃຫ້​ເຂົ້າ​ໄປ​ໄດ້. ​ແລະ​ການ​ຈຳກັດ​ອີກ​ອັນ
​ນຶ່ງ ​ແມ່ນ​ການຫ້າມ​ເຂົ້າ​ໄປ​ໃນ​ບໍລິ​ເວນ ວັດ​ມຸສລິ​ມ al-Aqsa ທີ່​ມີ​ຄວາມ​ລັບ ສຳ​ຫລັບ​ພວກ​ຜູ້​ຊາຍ​ອາຍຸ​ຕ່ຳ​ກວ່າ 50 ປີ.

​ເຈົ້າໜ້າ​ທີ່ຕຳຫຼວດ ​ເຈຣູ​ເຊ​ແລັມ ກ່າວ​ວ່າ ການ​ໂຈມ​ຕີ​ໃນ​ວັນ​ເສົາ​ຜ່ານ​ມານັ້ນ ​ເກີດ​ຂຶ້ນ ​ໃນ​
ຂະນະ​ທີ່ ສອງຜົວ​ເມຍ ​ແລະ ລູກນ້ອຍ ກຳລັງ​ຍ່າງ​ຢູ່​ໃກ້ໆ ວັດ​ມຸສລິ​ມດັ່ງກ່າວ​ນັ້ນ. ຜູ້​ທຳ​
ການ​ໂຈມ​ຕີ ​ໄດ້ແທງ​ພວກ​ເຂົາ ຫຼາຍໆ​ເທື່ອ ​ທີ່ໄດ້​ສັງຫານ​ຜູ້​ເປັນ​ພໍ່ ​ແລະຊາຍ​ອີກ​ຄົນ​ນຶ່ງ
​ທີ່ຢູ່​ໃກ້ໆ ​ແລະ ໄດ້ເຮັດໃຫ້ຜູ້​ເປັນ​ແມ່​ ແລະລູກນ້ອຍ​ເຂົ້າຮັກສາ​ບາດ​ແຜ​ຢູ່​ໂຮງໝໍ.

ບັນດານັກຊ່ຽວຊານວິເຄາະຫຼັກຖານ ອິສລາແອລ ກວດສອບ ຈຸດເກີດເຫດ ຂອງການໂຈມຕີ ໃນ ເມືອງເກົ່າແກ່ ຫຼື Old City ຂອງເຈຣູເຊແລັມ, ວັນທີ 3 ຕຸລາ 2015.
ບັນດານັກຊ່ຽວຊານວິເຄາະຫຼັກຖານ ອິສລາແອລ ກວດສອບ ຈຸດເກີດເຫດ ຂອງການໂຈມຕີ ໃນ ເມືອງເກົ່າແກ່ ຫຼື Old City ຂອງເຈຣູເຊແລັມ, ວັນທີ 3 ຕຸລາ 2015.

​ໂຄສົກ​ຍິງ​ຂອງຕຳຫຼວດ ​ກ່າວວ່າ ຜູ້​ທຳ​ການ​ໂຈມ​ຕີ ​ໄດ້​ຖືກ​ລະບຸ​ໂຕ​ວ່າ ​ແມ່ນທ້າວ
Mohannad Hallabi ອາຍຸ 19 ປີ ຈາກຝັ່ງ​ຕາ​ເວັນ​ຕົກ​ຂອງ​ແມ່ນ້ຳຈໍ​ແດນ ​ໄດ້ຍາດ​ເອົາ​
ປືນ​ຈາກ​ຜູ້​ເຄາະ​ຮ້າຍ​ຄົນ​ນຶ່ງ ​ແລະ ​ໄດ້​ເປີດ​ສາກ​ຍິງ​ໃສ່​ຕຳຫຼວດ ​ແລະ ພວກ​ນັກ​ທ່ອງ​ທ່ຽວ
​ຢູ່​ໃກ້ໆ​ບໍລິ​ເວນດ່ັງກ່າວ ກ່ອນຜູ້ກ່ຽວ​ຈະ​ຖືກ​ຍິງ​ຕາຍ.

ຊາວປາແລັສໄຕນ໌ ພາກັນຫາມເອົາ ຊາຍຜູ້ບາດເຈັບ ໃນລະຫວ່າງ ປະຕິບັດການຈູ່ໂຈມ ຂອງທະຫານອິສຣາແອລ ໃນເມືອງ Jenin ຢູ່ເຂດຝັ່ງຕາເວັນຕົກຂອງແມ່ນ້ຳຈໍແດນ, ວັນທີ 4 ຕຸລາ 2015.
ຊາວປາແລັສໄຕນ໌ ພາກັນຫາມເອົາ ຊາຍຜູ້ບາດເຈັບ ໃນລະຫວ່າງ ປະຕິບັດການຈູ່ໂຈມ ຂອງທະຫານອິສຣາແອລ ໃນເມືອງ Jenin ຢູ່ເຂດຝັ່ງຕາເວັນຕົກຂອງແມ່ນ້ຳຈໍແດນ, ວັນທີ 4 ຕຸລາ 2015.

Israel Palestinians
please wait
Embed

No media source currently available

0:00 0:02:06 0:00

XS
SM
MD
LG