ບັນດາເຈົ້າໜ້າທີ່ອິສຣາແອລກ່າວວ່າ ນາຍົກລັດຖະມົນຕີ Benjamin Netanyahu ໄດ້ບັນ
ລຸການຕົກລົງ ຢ່າງບໍ່ຄາດຝັນກັບພັກຝ່າຍຄ້ານ Kadima ເພື່ອຈັດຕັ້ງລັດຖະບານສາມັກຄີ
ຊາດ ແລະຍົກເລີກ ການເລືອກຕັ້ງ ທີ່ທ່ານໄດ້ຮຽກໃຫ້ມີຂຶ້ນກ່ອນກຳນົດ.
ບັນດານັກການເມືອງຂອງອິສຣາແອລ ໃຫ້ການຢືນຢັນກ່ຽວກັບຂໍ້ຕົກລົງດັ່ງກ່າວໃນວັນອັງ
ຄານມື້ນີ້ຫລັງຈາກໄດ້ມີການໂຕ້ຖຽງກັນເປັນເວລາຫລາຍຊົ່ວໂມງ ຢູ່ໃນສະພາແຫ່ງຊາດອິສ
ຣາແອລ ທີ່ໄດ້ເລີ້ມແຕ່ຕອນແລງ ຂອງວັນຈັນວານນີ້. ເຂົາເຈົ້າກ່າວວ່າ ພາກສ່ວນນຶ່ງຂອງຂໍ້
ຕົກລົງນີ້ ທ່ານ Netanyahu ຈະແຕ່ງຕັ້ງ ໃຫ້ຫົວໜ້າພັກ Kadima ທ່ານ Shaul Mofaz
ເປັນຜູ້ຮອງນາຍົກລັດຖະມົນຕີ.
ໃນວັນອາທິດຜ່ານມາທ່ານ Netanyahu ໄດ້ຮຽກຮ້ອງໃຫ້ຍຸບລັດຖະບານປະສົມຂອງທ່ານ
ແລະຈັດການເລືອກຕັ້ງສະພາກ່ອນກຳນົດໃນເດືອນກັນຍາ. ການເລືອກຕັ້ງທີ່ໄດ້ມີສະເໜີໄປ
ນັ້ນຈະມີຂຶ້ນນຶ່ງປີກວ່າໆ ກ່ອນການປ່ອນບັດແຫ່ງຊາດທີ່ໄດ້ກຳນົດໃສ່ເດືອນຕຸລາປີ 2013.
ທ່ານ Netanyahu ກ່າວຕໍ່ບັນດາສະມາຊິກພັກ Likud ຂອງທ່ານໃນວັນອາທິດຜ່ານມານີ້
ວ່າ ທ່ານບໍ່ຢາກໃຫ້ເກີດການຂາດສະຖຽນລະພາບເປັນເວລາປີເຄິ່ງ ຊຶ່ງຈະເປັນອັນຕະລາຍ
ຕໍ່ຄວາມປອດໄພ ເສດຖະກິດ ແລະສັງຄົມ. ທ່ານກ່າວວ່າ ການໂຄສະນາຫາສຽງ ເປັນເວລາ
ສັ້ນໆສີ່ ເດືອນ ຈະໃຫ້ການຄໍ້າປະກັນຕໍ່ສະຖຽນລະພາບດ້ານການເມືອງ.
ການຢັ່ງສຽງຄັ້ງຫລ້າສຸດສະແດງໃຫ້ເຫັນວ່າຄວາມນິຍົມຊົມຊອບຕໍ່ນາ ຍົກລັດຖະມົນຕີ Ne-
tanyahu ຍັງສູງຢູ່ ໃນເວລານີ້.