ນາຍົກລັດຖະມົນຕີ ອິສຣາແອລ ທ່ານ ເບັນຈາມິນ ເນທັນຢາຮູ ໄດ້ກ່າວໃນວັນຈັນວານນີ້
ວ່າ ທ່ານເຊື່ອວ່າ ສ່ວນໃຫຍ່ຂອງບັນດາປະເທດຢູໂຣບ ຈະພາກັນຍົກ ຍ້າຍສະຖານທູດ
ຂອງຕົນໄປຍັງນະຄອນເຈຣູຊາແລັມ ແລະຮັບຮູ້ນະຄອນນີ້ວ່າ ເປັນເມືອງຫຼວງຂອງ
ປະເທດອິສຣາແອລ ຫຼັງຈາກທີ່ໄດ້ມີການປະກາດຂອງປະ ທານາທິບໍດີສະຫະລັດ
ທ່ານດໍໂນລ ທຣຳ ກໍຈະເຮັດແບບນັ້ນເຊັ່ນກັນ.
ໃນການຖະແຫຼງການນະຄອນບຣັສແຊລສ໌ ຄຽງຂ້າງກັບຫົວໜ້ານະໂຍບາຍການຕ່າງ
ປະເທດຂອງສະຫະພາບຢູໂຣບ ທ່ານນາງເຟເດີຣິກາ ໂມກາຣີນີ, ທ່ານເນທັນຢາຮູ
ໄດ້ກ່າວວ່າການທີ່ທ່ານທຣຳ ໄດ້ຮັບຮູ້ນະຄອນເຈຣູຊາແລັມ “ແມ່ນໄດ້ເອົາຫຼັກຖານ
ຄວາມຈິງມາວາງໄວ້ເທິງໂຕະ” ແລະວ່າ “ສັນຕິພາບນັ້ນ ແມ່ນຢູ່ບົນພື້ນຖານຂອງ
ຄວາມເປັນຈິງ.”
“ນະຄອນເຈຣູຊາແລັມ ແມ່ນເປັນເມືອງຫຼວງຂອງປະເທດອິສຣາແອລ. ບໍ່ມີຜູ້ໃດ
ກ້າປະຕິເສດໄດ້ ມັນບໍ່ໄດ້ພາໃຫ້ມີການຫຼີກລ່ຽງສັນຕິພາບ ມັນເຮັດໃຫ້ສັນຕິພາບ
ເປັນໄປໄດ້ ເພາະວ່າ ການຮັບຮູ້ເຖິງຄວາມເປັນຈິງ ແມ່ນແກ່ນສານຂອງສັນຕິພາບ.
ມັນແມ່ນພື້ນຖານຂອງສັນຕິພາບ,” ນັ້ນຄືຄຳເວົ້າຂອງທ່ານເນທັນຢາຮູ ໄດ້ກ່າວໄວ້.
ທ່ານນາງໂມກາຣີນີ ເຖິງຢ່າງນັ້ນກໍຕາມ ໄດ້ບອກປະຕິເສດ ຕໍ່ທ່ານເນທັນຢາຮູ
ໂດຍກ່າວວ່າ ສະຫະພາບຢູໂຣບ ຈະບໍ່ເຂົ້າຮ່ວມກັບການຮັບຮູ້ນະຄອນເຈຣູຊາແລັມ
ວ່າເປັນເມືອງຫຼວງຂອງປະເທດອິສຣາແອລ ຄືກັບທ່ານ ທຣຳ.
“ພວກເຮົາເຊື່ອວ່າ ມີພຽງທາງອອກ ທີ່ເປັນຄວາມຈິງ ຕໍ່ບັນຫາຂັດແຍ້ງລະຫວ່າງ
ອິສຣາແອລ ແລະປາແລສໄຕນ໌ ແມ່ນບົນພື້ນຖານ ການແກ້ໄຂ ແບບສອງລັດ ໂດຍມີ
ນະຄອນເຈຣູຊາແລັມ ເປັນເມືອງຫຼວງຂອງທັງອິສຣາແອລ ແລະປາແລສໄຕນ໌,” ນັ້ນຄືຄຳເຫັນຂອງທ່ານນາງໂມກາຣີນີ.
ທ່ານນາງ ໄດ້ປະຕິຍານ ທີ່ຈະເຮັດວຽກເພີ່ມຂຶ້ນ ກັບພາຄີໃນຂົງເຂດ ທີ່ຮວມທັງອີຈິບ
ແລະຈໍແດນ ຕະຫລອດທັງອິສຣາແອລ ແລະປາແລສໄຕນ໌ນຳດ້ວຍ ເພື່ອລິເລີ່ມຂັ້ນ
ຕອນສັນຕິພາບຄືນໃໝ່. “ເຖິງແມ່ນວ່າ ມັນຈະມີຂຶ້ນໃນເວລາທີ່ຫຍຸ້ງ ຍາກລຳບອກ
ກໍຕາມ.”
ປະທານາທິບໍດີຣັດເຊຍ ທ່ານ ວລາດິເມຍ ປູຕິນ ຢູ່ໃນຄຳຖະແຫຼງ ລະຫວ່າງ ການຢ້ຽມ
ຢາມອີຈິບ ຍັງໄດ້ກ່າວຢ້ຳເຖິງຄວາມຈຳເປັນທີ່ຈະເລີ້ມການເຈລະຈາລະຫວ່າງ
ປາແລສໄຕນ໌ ແລະອິສຣາແອລຄືນໃໝ່ໃນທັນທີ ກ່ຽວກັບບັນຫາຂັດແຍ້ງທັງໝົດ,
ຮວມທັງຖານະຂອງນະຄອນເຈຣູຊາແລັມ.
ທ່ານນາງໂມກາຣີນີ ໄດ້ກ່າວວ່າ ສິ່ງທີ່ຂີ້ຮ້າຍທີ່ສຸດ ທີ່ຈະເກີດຂຶ້ນ ໃນເວລານີ້ແມ່ນ
ການເພີ່ມຄວາມຮຸນແຮງ ແລະຄວາມເຄັ່ງຕຶງ ແລະທ່ານນາງ ຍັງໄດ້ປະນາມ
“ໃນທາງທີ່ແຮງທີ່ສຸດ” ຕໍ່ການໂຈມຕີຊາວຢິວ ແລະອິສຣາແອລ.
ພວກປະທ້ວງຕໍ່ຕ້ານການຕັດສິນໃຈຂອງທ່ານທຣຳ ແມ່ນຍັງໄດ້ສືບຕໍ່ມາຈົນເຖິງວັນຈັນ
ວານນີ້ ບ່ອນທີ່ມີຜູ້ຄົນຫຼາຍສິບພັນຄົນ ອອກມາຊຸມນຸມປະທ້ວງ ໂດຍກຸ່ມ ເຮສໂບລາ
ໃນນະຄອນເບຣຸຕ ປະເທດເລບານອນ ແລະໂຮຮ້ອງວ່າ “ອາເມຣິກາຈົ່ງຕາຍຫູງ
ຕາຍຫ່າ” ແລະ “ອິສຣາແອລ ຈົ່ງຕາຍຫ່າ!” ພວກປະທ້ວງພາກັນຖືປ້າຍ “ເຈຣູຊາແລັມ
ແມ່ນເມືອງຫຼວງຂອງປາແລສໄຕນ໌ຕະຫລອດໄປ.”
ອ່ານຂ່າວນີ້ເພີ່ມຕື່ມເປັນພາສາອັງກິດ