ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ສະຫະພາບ ຢູໂຣບ ກ່າວວ່າ ການແກ້ໄຂ ບັນຫາຂັດແຍ່ງ ອີງໃສ່ ສອງປະເທດ ທີ່ມີ ເຈຣູເຊແລັມ ເປັນນະຄອນຫຼວງ

Trump Jerusalem Fallout
please wait

No media source currently available

0:00 0:02:32 0:00

ນາຍົກລັດຖະມົນຕີ ຂອງອິສຣາແອລ ທ່ານເບັນຈາມິນ ເນຕັນຢາຮູ້ ໄດ້ກ່າວໃນວັນຈັນ
ມື້ນີ້ ວ່າ ທ່ານເຊື່ອວ່າ ປະເທດສ່ວນຫລາຍ ຫຼື ປະເທດໃນຢູໂຣບທັງໝົດ ຈະຍ້າຍ
ສະຖານທູດຂອງພວກເຂົາເຈົ້າ ໄປຍັງນະຄອນ ເຈຣູຊາແລັມ ແລະ ຈະຮັບຮູ້ວ່າ ເປັນ
ນະຄອນຫຼວງ ຂອງອິສຣາແອລ ພາຍຫຼັງຈາກການເຄື່ອນໄຫວ ທີ່ຈະເຮັດເຊັ່ນນັ້ນ
ໂດຍ ປະທານາທິບໍດີ ສະຫະລັດ ທ່ານດໍໂນລ ທຣຳ.

Macron Urges Netanyahu to Make Gestures For Peace
please wait

No media source currently available

0:00 0:02:31 0:00

ໃນການກ່າວຖະແຫລງ ຢູ່ທີ່ນະຄອນຫຼວງ ບຣັສເຊີລສ໌ ຄຽງຂ້າງ ຫົວໜ້າດ້ານນະໂຍ-
ບາຍ ການຕ່າງປະເທດ ຂອງສະຫະພາບຢູໂຣບ ທ່ານນາງ ເຟເດີຣິກາ ໂມແກຣີນີ,
ທ່ານເນຕັນຢາຮູ້ ກ່າວວ່າ ການຮັບຮູ້ ເຈຣູຊາແລັມ ຂອງທ່ານທຣຳ ນັ້ນ “ນຳເອົາຄວາມ
ແທ້ຈິງ ຂຶ້ນມາ ຢູ່ໃນການເຈລະຈາ”
ແລະວ່າ “ສັນຕິພາບ ແມ່ນອີງໃສ່ຄວາມເປັນຈິງ.”

ທ່ານ ເນຕັນຢາຮູ້ ໄດ້ກ່າວຕື່ມວ່າ “ເຈຣູຊາແລັມ ແມ່ນນະຄອນຫຼວງຂອງອິສຣາແອລ.
ບໍ່ມີໃຜ ສາມາດປະຕິເສດໄດ້. ມັນຈະບໍ່ລົບລ້າງສັນຕິພາບ ມັນຈະເຮັດໃຫ້ ສັນຕິພາບ
ເປັນໄປໄດ້ ເພາະວ່າ ການຮັບຮູ້ເຖິງ ຄວາມເປັນຈິງ ແມ່ນສາລະສຳຄັນ ຂອງ
ສັນຕິພາບ ມັນເປັນພື້ນຖານຂອງສັນຕິພາບ.”

ຜູ້ປະທວງຄົນນຶ່ງ ໃສ່ໜ້າກາກ ແກວ່ງທຸກຊາດຂອງປາແລັສໄຕນ໌ ໃນລະຫວ່າງ ການເດີນຂະບວນປະທ້ວງເພື່ອປະນາມ ການຕັດສິນໃຈ ໂດຍປະທານາທິບໍດີ ທຣຳ ທີ່ຮັບຮູ້ ເຈຣູເຊແລັມ ເປັນນະຄອນຫຼວງຂອງ ອິສຣາແອລ ທີ່ຄົນສ່ວນໃຫຍ່ ວິພາກວິຈານ, ຢູາໃນນະຄອນ ເບຣູດ, ວັນທີ 8 ່ທັນວາ 2017.

ສ່ວນ ທ່ານນາງ ໂມແກຣີນີ ກ່າວວ່າ ສະຫະພາບຢູໂຣບ ຈະສືບຕໍ່ປະຕິບັດຕາມການ
ເຫັນດີເຫັນພ້ອມຂອງ ນາໆຊາດ ກ່ຽວກັບເລື່ອງ ເຈຣູຊາແລັມ ຈົນກວ່າວ່າ ຖານະຂອງ
ມັນນັ້ນ ຈະເປັນສ່ວນນຶ່ງຂອງການແກ້ໄຂບັນຫາ ສັນຕິພາບ ລະຫວ່າງ ອິສຣາແອລ ກັບ
ປາແລັສໄຕນ໌ ໃນການເຈລະຈາ ເຊິ່ງ ໃນເວລານີ້ ໝາຍຄວາມວ່າ ຈະບໍ່ເຂົ້າຮ່ວມນຳໃນ ຈຸດຢືນຂອງ ສະຫະລັດ ທີ່ທ່ານທຣຳ ໄດ້ປະກາດໄປ ເມື່ອສັບປະດາແລ້ວນີ້.

ທ່ານນາງ ໂມແກຣີນີ ເວົ້າວ່າ “ພວກເຮົາເຊື່ອວ່າ ພຽງແຕ່ການແກ້ໄຂທີ່ເປັນຈິງເທົ່ານັ້ນ
ຈະແກ້ໄຂບັນຫາຂັດແຍ່ງ ລະຫວ່າງ ອິສຣາແອລ ກັບ ປາແລັສໄຕນ໌ ໄດ້ ແມ່ນອີງໃສ່
ສອງປະເທດ ໂດຍມີ ເຈຣູຊາແລັມ ເປັນນະຄອນຫລວງ ຂອງທັງປະເທດ ອິສຣາແອລ
ແລະ ປະເທດປາແລັສໄຕນ໌.”

ປະທານາທິບໍດີ ຝຣັ່ງ ທ່ານເອັມແມນນູແອລ ມາຄຣົງ ແລະ ນາຍົກລັດຖະມົນຕີ ອິສຣາແອລ ທ່ານເບັນຈາມິນ ເນຕັນຢາຮູ້ ເຂົ້າຮ່ວມ ກອງປະຊຸມຖະແຫລງຂ່າວຮ່ວມ ຢູ່ທີ່ ວັງ ແອລລີເຊ້ ໃນນະຄອນຫຼວງ ປາຣີ, ວັນທີ 10 ທັນວາ 2017.
ປະທານາທິບໍດີ ຝຣັ່ງ ທ່ານເອັມແມນນູແອລ ມາຄຣົງ ແລະ ນາຍົກລັດຖະມົນຕີ ອິສຣາແອລ ທ່ານເບັນຈາມິນ ເນຕັນຢາຮູ້ ເຂົ້າຮ່ວມ ກອງປະຊຸມຖະແຫລງຂ່າວຮ່ວມ ຢູ່ທີ່ ວັງ ແອລລີເຊ້ ໃນນະຄອນຫຼວງ ປາຣີ, ວັນທີ 10 ທັນວາ 2017.

ທ່ານນາງ ໄດ້ປະຕິຍານ ວ່າຈະເຮັດວຽກເພີ່ມຂຶ້ນ ກັບຄູ່ພັນທະມິດ ຢູ່ໃນຂົງເຂດ ລວມທັງ
ອີຈິບ ແລະ ຈໍແດນ ພ້ອມດ້ວຍປະຊາຊົນຊາວ ອິສຣາແອລ ແລະ ປາແລັສໄຕນ໌ ເອງ ເພື່ອ
ຈະເລີ້ມຕົ້ນຂະບວນການສັນຕິພາບ ຄືນໃໝ່ອີກ “ເຖິງແມ່ນວ່າ ມັນປາກົດວ່າ ຫຍຸ້ງຍາກ
ຢູ່ໃນເວລານີ້ ກໍຕາມ.”

ທ່ານນາງ ໂມແກຣີນີ ໄດ້ກ່າວວ່າ ຢ່າງຂີ້ຮ້າຍທີ່ສຸດ ສິ່ງທີ່ສາມາດເກີດຂຶ້ນ ໃນເວລານີ້
ແມ່ນຄວາມຮຸນແຮງ ແລະ ຄວາມເຄັ່ງຕຶງ ທີ່ທະວີຂຶ້ນເລື້ອຍໆ ແລະ ທ່ານນາງ ໄດ້ປະນາມ
“ໃນທາງທີ່ແຮງທີ່ສຸດ” ການໂຈມຕີທັງຫຼາຍ ຕໍ່ ພວກຊາວຢິວ ແລະ ຊາວອິສຣາແອລ.

ກຳລັງຮັກສາຄວາມປອດໄພ ຂອງເລບານອນ ຍິງແກັສນ້ຳຕາ ໃສ່ພວກປະທ້ວງ ເພື່ອກະຈາຍພວກເຂົາ ອອກໄປ ໃນຂະນະທີ່ ໄຟກຳລັງລູກໄໝ້ ຖັງຂີ້ເຫຍື້ອ ຢູ່ດ້ານນອກຂອງສະຖານທູດ ສະຫະລັດ ໃນເມືອງ ອໍຄາຣ ຕັ້ງຢູ່ນອກນະຄອນຫຼວງ ເບຣູດຂອງເລບານອນ, ວັນທີ 10 ທັນວາ 2017.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG