ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະພາ ອິສຣາແອລ ຮັບຜ່ານ ກົດໝາຍ ທີ່ເປັນ ຂ່າວນອງນັນ ສະບັບນຶ່ງ


ນາຍົກລັດຖະມົນຕີອິສຣາແອລ ທ່ານເບັນຈະມິນ ເນຕັນຢາຮູ ເຂົ້າຮ່ວມໃນກອງປະຊຸມ ລັດຖະບານ ປະຈຳສັບປະດາ ໃນຫ້ອງການຂອງທ່ານ ຢູ່ເຈຣູຊາແລັມ, 8 ກໍລະກົດ
2018.
ນາຍົກລັດຖະມົນຕີອິສຣາແອລ ທ່ານເບັນຈະມິນ ເນຕັນຢາຮູ ເຂົ້າຮ່ວມໃນກອງປະຊຸມ ລັດຖະບານ ປະຈຳສັບປະດາ ໃນຫ້ອງການຂອງທ່ານ ຢູ່ເຈຣູຊາແລັມ, 8 ກໍລະກົດ 2018.

ລັດຖະສະພາອິສຣາແອລ ໃນເຊົ້າວັນພະຫັດມື້ນີ້ ໄດ້ຮັບຜ່ານກົດໝາຍທີ່ເປັນ
ຂ່າວນອງນັນສະບັບນຶ່ງ ທີ່ກ່າວວ່າ ມີພຽງແຕ່ຊາວຢິວໃນອິສຣາແອລເທົ່ານັ້ນ ທີ່ມີສິດທີ່ຈະຊີ້ຊະຕາກຳຂອງຕົວເອງ ແລະໃຫ້ການສະໜັບສະໜຸນ ຕໍ່ການຕັ້ງ
ຖິ່ນຖານຊາວຢິວ.

ອັນທີ່ເອີ້ນວ່າ ກົດໝາຍຂອງປະເທດ ໄດ້ຖືກຮັບຜ່ານ ດ້ວຍຄະແນນສຽງ 62
ຕໍ່ 55 ຫຼັງຈາກໃຊ້ເວລາໃນການອະພິປາຍເກືອບ 8 ຊົ່ວໂມງ ແລະຕຳໜິຕິຕຽນ
ທີ່ຮຸນແຮງ ໂດຍສະເພາະຈາກ ບັນດາສະມາຊິກລັດຖະສະພາ ຊາວອາຣັບ.

ສະມາຊິກລັດຖະສະພາ ຊາວອາຣັບ ບາງທ່ານ ແມ່ນໄດ້ຈີກກົດໝາຍຢ່າງ
ໂກດແຄ້ນແລະເອີ້ນວ່າ “ນີ້ແມ່ນການຕາຍຂອງປະຊາທິປະໄຕ” ແລະ
“ເປັນການແບ່ງແຍກຜິວພັນສຸດຂີດ” ໃນອິສຣາແອລ.

ແຕ່ນາຍົກລັດຖະມົນຕີອິສຣາແອລ ທ່ານເບັນຈະມິນ ເນຕັນຢາຮູ ໄດ້ຍົກຍ້ອງ
ກົດໝາຍດັ່ງກ່າວນີ້ວ່າເປັນ “ໂອກາດຍິ່ງໃຫຍ່ໃນການຈຳກັດຄວາມກ່ຽວກັບ
ປະຫວັດຂອງລັດທິ ໄຊອອນນິສມ໌ ແລະປະຫວັດສາດຂອງປະເທດອິສຣາ
ແອລ
.”

ເຈັດສິບປີ ຫຼັງຈາກປະເທດຢິວ ໄດ້ຖືກກໍ່ຕັ້ງຂຶ້ນມາ, ກົດໝາຍນີ້ໄດ້ປະກາດວ່າ
“ອິສຣາແອລ ແມ່ນເປັນປະເທດແມ່ຂອງຊາວຢິວ ແລະພວກເຂົາເຈົ້າມີສິດ
ພິເສດໃນການ ຊີ້ຊະຕາກຳ ຂອງປະເທດນີ້.”

ແຕ່ນອກນັ້ນ ຍັງໃຫ້ການຄ້ຳປະກັນສິດ ຕໍ່ສິດທິຂອງຊາວອິສຣາແອລທຸກຄົນທີ່
ອາໄສຢູ່ນັ້ນ ໃຫ້ປົກປັກຮັກສາ ມູນເຊື້ອຂອງພວກເຂົາເຈົ້າ ໂດຍປາສະຈາກ
ການພິຈາລະນາທາງດ້ານສາສະໜາ.

“ດ້ວຍກົດໝາຍໃໝ່ນີ້ ພວກເຮົາໄດ້ພິຈາລະນາເຖິງຫລັກການກໍ່ຕັ້ງ ໃນການຄົງ
ຕົວຢູ່ຂອງພວກເຮົາ. ອິສຣາເອລແມ່ນປະເທດຂອງຊາວຢິວ ແລະນັບຖືສິດຂອງ
ປະຊາຊົນຂອງຕົນທັງມວນ,”
ນັ້ນຄືຄຳເວົ້າຂອງທ່ານເນຕັນຢາຮູ ໄດ້ກ່າວໄວ້.

ແຕ່ເຖິງແມ່ນວ່າ ໄດ້ມີການຄ້ຳປະກັນຂອງທ່ານເນຕັນຢາຮູ ທີ່ວ່າ ສິດທິພົນລະ
ເມືອງ ຊາວອາຣັບ ຈະບໍ່ຖືກລະເມີດ, ບັນດາສະມາຊິກລັດຖະສະພາອາຣັບ​
ກ່າວວ່າ ກົດໝາຍນີ້ແມ່ນຮວມທັງ ຂໍ້ກຳນົດທີ່ໃຫ້ຄວາມສຳຄັນຂອງພາສາ
ອາຣັບຫລຸດລົງ ຈາກການເປັນພາສາທາງການ ໃຫ້ເປັນນຶ່ງຂອງພາສາທີ່ມີ
“ຖານະພິເສດ.” ພວກເຂົາເຈົ້າກ່າວວ່າ ມັນໄດ້ອະນຸຍາດໃຫ້ຊາວຢິວ ມີສິດ ທີ່ຈະສ້າງປະຊາຄົມສະເພາະຊາວຢິວເທົ່ານັ້ນ.

ສະມາຊິກລັດຖະສະພາທ່ານນຶ່ງເອີ້ນມັນວ່າ ແມ່ນກົດໝາຍຂອງການ “ແບ່ງ
ແຍກຜິວພັນ.”
ແລະໄດ້ກ່າວຫາລັດຖະບານວ່າ ຢ້ານກົວພາສາອາຣັບ.

ຊາວອິສຣາແອລ ເຊື້ອສາຍອາຣັບ ແມ່ນໄດ້ຮັບການຄ້ຳປະກັນ ກ່ຽວກັບ ສິດທິ
ພົນລະ ເມືອງໂດຍເຕັມ. ແຕ່ກໍຈົ່ມກ່ຽວກັບການແບ່ງແຍກກີດກັນ, ໂດຍສະເພາະ ເວລາທີ່ໄດ້ຮັບການໃຫ້ບໍລິການຂອງລັດຖະບານ.

ອ່ານ​ຂ່າວ​ນີ້​ເພີ່ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG