ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດຖະສະພາຂອງອິສຣາແອລ ອະນຸມັດພາກສ່ວນສຳຄັນ ຂອງການປະຕິຮູບ ລະບົບຍຸຕິທຳ ທີ່ທ່ານເນທັນຢາຮູ ໜຸນຫຼັງ


ຕຳຫຼວງອິສຣາແອລ ໃຊ້ປືນນໍ້າ ເພື່ອຂັບໄລ່ພວກປະທ້ວງທີ່ກີດຂວາງຖະໜົນຫົນທາງ ໃນລະຫວ່າງການປະທ້ວງຕໍ່ຕ້ານແຜນການຂອງລັດຖະບານຂອງນາຍົກລັດຖະມົນຕີເບ້ນຈາມິນ ເນທັນຢາຮູ ທີ່ຈະປະຕິຮູບລະບົບຍຸຕິທຳ ໃນນະຄອນເຈຣູຊາແລັມ ວັນທີ 24 ກໍລະກົດ 2023
ຕຳຫຼວງອິສຣາແອລ ໃຊ້ປືນນໍ້າ ເພື່ອຂັບໄລ່ພວກປະທ້ວງທີ່ກີດຂວາງຖະໜົນຫົນທາງ ໃນລະຫວ່າງການປະທ້ວງຕໍ່ຕ້ານແຜນການຂອງລັດຖະບານຂອງນາຍົກລັດຖະມົນຕີເບ້ນຈາມິນ ເນທັນຢາຮູ ທີ່ຈະປະຕິຮູບລະບົບຍຸຕິທຳ ໃນນະຄອນເຈຣູຊາແລັມ ວັນທີ 24 ກໍລະກົດ 2023

ລັດຖະສະພາ​ຂອງ​ອິສຣາ​ແອ​ລ ​ໃນ​ວັນ​ຈັນ​ວານ​ນີ້ ​ໄດ້​ອະນຸມັດ​ພາກສ່ວນ​ສຳຄັນ​ຂອງ​ແຜນການ​ປະຕິຮູບລະບົບຍຸຕິທຳ ​ທີ່​ໄດ້​ຮັບ​ການ​ສະໜັບສະໜູນ​ໂດຍ​ນາຍົກລັດຖະມົນ​ຕີ ເບັນຈາມິນ ເນທັນຢາຮູ (Benjamin Netanyahu) ຊຶ່ງເປັນຈຸດຊະນວນ​ກໍ່​ໃຫ້​ເກີດ​ການ​ປະ​ທ້ວງ​ຢູ່ຕາມ​ຖະໜົນ​ຫົນທາງ​ຫຼາຍ​ເດືອນ.

ການ​ລົງ​ຄະ​ແນນ​ສຽງ​ໄດ້​ມີ​ຂຶ້ນ​ຫລັງ​ຈາກ​ກອງ​ປະ​ຊຸມ​ນິ​ຕິ​ບັນ​ຍັດ​ທີ່​ດຸເດືອດ ຊຶ່ງ​ສະ​ມາ​ຊິກ​ລັດ​ຖະ​ສະ​ພາ​ຝ່າຍ​ຄ້ານ​ໄດ້​ຮ້ອງ​ໂຮ​ວ່າ “ໜ້າ​ອັບ​ອາຍ” ​ຕໍ່ສຽງ​ສ່ວນ​ໃຫຍ່​ທີ່​ເຫັນ​ດີ​ນຳ​ການ​ປ່ຽນ​ແປງ ແລະ​ຕໍ່ຈາກນັ້ນ​ໄດ້​ຍ່າງ​ອອກ​ຈາກ​ສະພາເພື່ອປະທ້ວງ.

ບັນດາສະມາຊິກສະພາທີ່ຍັງເຫຼືອໄດ້ລົງຄະແນນສຽງ 64 ຕໍ່ 0 ສໍາລັບການປ່ຽນແປງຄັ້ງທໍາອິດທີ່ຮຽກຮ້ອງໃຫ້ມີການຄວບຄຸມອໍານາດຂອງສານ, ຈາກການຈໍາກັດຄວາມສາມາດຂອງສານສູງສຸດໃນການຄັດຄ້ານ ການຕັດສິນໃຈຂອງສະພາໄປເປັນການປ່ຽນວິທີການເລືອກຜູ້ພິພາກສາ.

ໃນ​ການ​ລົງ​ຄະ​ແນນ​ສຽງ​ໃນ​ວັນ​ຈັນ​ນີ້, ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ສະ​ພາ​ໄດ້​ອະ​ນຸ​ມັດບົດບັນຍັດ ​ທີ່​ຈະ​ປ້ອງ​ກັນ​ບໍ່​ໃຫ້​ຜູ້​ພິ​ພາກ​ສາ ລົບລ້າງ​ການ​ຕັດ​ສິນ​ໃຈ​ຂອງ​ລັດ​ຖະ​ບານ​ ບົນພື້ນຖານທີ່ອ້າງວ່າ “ບໍ່​ສົມ​ເຫດ​ສົມ​ຜົນ.” ການເຄື່ອນໄຫວ ເພື່ອລັດຖະບານທີ່ມີຄຸນນະພາບໃນອິສຣາແອລ, ເຊິ່ງ​ເປັນກຸ່ມສັງຄົມພົນລະເຮືອນ, ກ່າວທັນທີທັນໃດ ວ່າຈະຄັດຄ້ານກົດຫມາຍໃຫມ່ໃນສານສູງສຸດແລະມີແຜນການຈະປະທ້ວງຢູ່ຕາມຖະຫນົນຫົນທາງຫຼາຍກວ່າເກົ່າ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG