ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນ.ຍ. ອິສຣາແອລ ເຕືອນ ກ່ຽວກັບ ໄພຂົ່ມຂູ່ຈາກອິຣ່ານ ໃນກອງປະຊຸມສະມັດຊາໃຫຍ່


ນາຍົກລັດຖະມົນຕີອິສຣາແອລ Benjamin Netanyahu ກ່າວຄໍາປາໄສ ຕໍ່ກອງປະຊຸມ ປະຈໍາປີທີ 67 ຂອງສະມັດຊາໃຫຍ່ ສະຫະປະຊາຊາດ, ວັນທີ 27 ກັນຍາ 2012.
ນາຍົກລັດຖະມົນຕີອິສຣາແອລ Benjamin Netanyahu ກ່າວຄໍາປາໄສ ຕໍ່ກອງປະຊຸມ ປະຈໍາປີທີ 67 ຂອງສະມັດຊາໃຫຍ່ ສະຫະປະຊາຊາດ, ວັນທີ 27 ກັນຍາ 2012.
ທ່ານ Benjamin Netanyahu ນາຍົກລັດຖະມົນຕີອິສຣາແອລ
ຈະເນັ້ນ ຢໍ້າຄໍາເຕືອນຂອງທ່ານອີກຄັ້ງນຶ່ງກ່ຽວກັບໄພຂົ່ມຂູ່ທີ່
ອາດເກີດຂຶ້ນໄດ້ ຍ້ອນການມີອາວຸດນີວເຄຼຍຂອງອິຣ່ານ ເວລາ
ທ່ານກ່າວຄໍາປາໄສຕໍ່ກອງປະຊຸມສະມັດຊາໃຫຍ່ອົງການສະຫະ
ປະຊາຊາດ ໃນວັນພະຫັດມື້ນີ້.

ຄໍາປາໄສຂອງທ່ານ ເນຕັນຢາຮູ ມີຂຶ້ນທ່າມກາງທີ່ ມີການຄາດ
ການກັນວ່າ ອີສຣາແອລ ອາດທໍາການໂຈມຕີທາງທະຫານຕໍ່
ອິຣ່ານໄດ້. ນາຍົກລັດຖະ ມົນຕີອີສຣາແອລ ໄດ້ທວງໃຫ້ປະທາ
ນາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ ໃຫ້ຄໍາອະທິບາຍ
ຢ່າງແຈ່ມແຈ້ງ ເຖິງຈຸດທີ່ບໍ່ມີການຕໍ່ຮອງກັນ ຫຼື ເສັ້ນຕາຍ ທີ່ໃຊ້
ເປັນຂໍ້ອ້າງໃຫ້ເຫດຜົນຂອງການໂຈມຕີ. ຄໍາຮຽກຮ້ອງດັ່ງກ່າວ
ຂອງທ່ານເນຕັນຢາຮູ ແມ່ນໄດ້ຖືກປະຕິເສດປັດປ່າຍໄປແຕ່ທ່ານ
ໂອບາມາ ໄດ້ເນັ້ນຢໍ້າວ່າ ສະຫະລັດຈະກະທໍາທຸກຢ່າງ ທີ່ເຫັນວ່າຈໍາເປັນເພື່ອປ້ອງກັນບໍ່ໃຫ້
ອິຣ່ານມີອາວຸດນີວເຄຼຍໄດ້.
ເບິ່ງສະໄລດ໌ ບັນດາຜູ້ນໍາໂລກ ກ່າວຄໍາປາໄສ ຕໍ່ສະມັດຊາໃຫຍ່:


ໃນຄໍາປາໄສຂອງທ່ານຕໍ່ກອງປະຊຸມສະມັດຊາໃຫຍ່ອົງການສະຫະປະຊາ ຊາດເມື່ອວັນພຸດ
ວານນີ້ ທ່ານ Mahmoud Ahmadinejad ປະທານາທິ ບໍດີອິຣ່ານ ໄດ້ກ່າວປະນາມທາງ
ອ້ອມຕໍ່ອີສຣາແອລວ່າ ເປັນ ລັດທິຢິວທີ່ຂາດຄວາມສີວິໄລ. ທ່ານນາຍົກລັດຖະມົນຕີ ເນຕັນ
ຢາຮູ ໄດ້ອອກຖະແຫຼງການສະບັບນຶ່ງກ່ອນທ່ານຈະເດີນທາງອອກຈາກປະເທດຂອງທ່ານ
ທີ່ປະນາມຄວາມເຫັນຂອງທ່ານ Ahmadinejad ທີ່ມີຂຶ້ນໃນວັນ Yom Kippur ຊຶ່ງເປັນ
ວັນສັກສິດທີ່ສຸດວັນນຶ່ງຂອງປະຕິທິນຊາວຢິວ.

ທ່ານເນຕັນຢາຮູ ໄດ້ກ່າວເຖິງອິຣ່ານວ່າ ເປັນລະບອບການປົກຄອງແບບຜະເດັດການ
ທີ່ມຸ້ງໝັ້ນໃນທຸກໆໂອກາດ ເພື່ອລຶບພວກເຮົາອອກຈາກແຜນທີ່ໂລກ. ທ່ານເນຕັນຢາຮູ
ໃຫ້ຄໍາໝັ້ນສັນຍາວ່າ ທ່ານກໍາລັງດຳເນີນການໃນທຸກວິທີທາງ ເພື່ອປ້ອງກັນບໍ່ໃຫ້ອິຣ່ານ
ມີອາວຸດນີວເຄຼຍຢູ່ໃນຄອບຄອງ.
XS
SM
MD
LG