ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໑໗ ເມສາ ໒໐໒໔

ຜູ້ນຳອິສຣາແອລແລະປາແລສໄຕນ໌ ປະທະກັນ ຢູ່ກອງປະຊຸມ ສະມັດຊາໃຫຍ່


ປະທານາທິບໍດີ ອຳນາດການປົກຄອງ ປາແລສໄຕນ໌ ທ່ານ Mahmoud Abbas ພວມກ່າວຄຳປາໄສ ຕໍ່ກອງປະຊຸມ ສະມັດຊາໃຫຍ່ ອົງການສະຫະປະຊາຊາດ. (22 ກັນຍາ 2016)
ປະທານາທິບໍດີ ອຳນາດການປົກຄອງ ປາແລສໄຕນ໌ ທ່ານ Mahmoud Abbas ພວມກ່າວຄຳປາໄສ ຕໍ່ກອງປະຊຸມ ສະມັດຊາໃຫຍ່ ອົງການສະຫະປະຊາຊາດ. (22 ກັນຍາ 2016)

ປະທານາທິບໍດີ​ປາ​ແລ​ສ​ໄຕ​ນ໌ ທ່ານ Mahmoud Abbas ກ່າວ​ຕໍ່​ກອງ​ປະຊຸມ​ ສະມັດຊາ​ໃຫຍ່ ​ອົງການ​ສະຫະ​ປະຊາ​ຊາດ​ ໃນ​ວັນ​ພະຫັດນີ້ວ່າ ການ​ຂະຫຍາຍ ການ​ຕັ້ງຖິ່ນ​ຖານ​ຂອງ​ອິສຣາ​ແອ​ລ​ໃນ​ເຂດ​ຍຶດຄອງ​ຢູ່​ຝັ່ງ​ຕາ​ເວັນຕົກ​ຂອງ​ແມ່​ນ້ຳ​ຈໍ​ແດັນກຳລັງ​ທຳລາຍ​ທຸກ​ຄວາມ​ຫວັງ ​ໃນ​ການ​ແກ້​ໄຂ​ແບບ​ມີ​ສອງ​ລັດສອງ​ປະ​ເທດ​ຄຽງ​ຄູ່​ກັນ ຕໍ່ບັນຫາ​ຂັດ​ແຍ້​ງທີ່​ມີ​ມາ​ເປັນ​ເວລາ​ດົນ​ນານ ​ລະຫວ່າງອິສຣາ​ແອ​ລ​ແລະ​ບັນດາ​ປະ​ເທດ​ເພື່ອນ​ບ້ານ​ອາຣັບ.

ທ່ານ Abbas ກ່າວ​ວ່າ “ອັນ​ທີ່ ລັດຖະບານ​ອິສຣາ​ແອ​ລ ກຳລັງ​ດຳ​ເນີນ​ຢູ່ ​ໃນ​ການສືບ​ຕໍ່ແຜນ​ການຂະຫຍາຍ​ການ​ຕັ້ງຖິ່ນ​ຖານຈະ​ທຳລາຍ​ຕໍ່​ແມ່ນ​ຫຍັງ​ກໍ​ຕາມ​ທີ່​ອາດຍັງ​ຫຼົງ​ເຫຼືອ ຢູ່ສຳລັບການ​ແກ້​ໄຂ​ ແບບ​ມີ​ສອງ​ລັດ​ສອງ​ປະ​ເທດ​ຄຽງ​ຄູ່​ກັນ ​ຢູ່​ຕາມຊາຍ​ແດນ​ປີ 1967 ນັ້ນ.”

ນາຍົກລັດຖະມົນຕີອິສຣາ​ແອ​ລ ທ່ານ Benjamin Netanyahu ​ໄດ້​ປະຕິ​ເສດ ຕໍ່​ການ​ກ່າວ​ອ້າງ​ຂອງ​ທ່ານ Abbas ​ແລະ​ເວົ້າວ່າ “ຂ້າພະ​ເຈົ້າພ້ອມ​ແລ້ວ ​ທີ່​ຈະ​ເຈລະ​ຈາ​ ກ່ຽວ ​ກັບລາຍ​ລະອຽດ​ຂອງ​ສະຖານະ​ພາບ​ຂັ້ນສຸດ​ທ້າຍ ​ແຕ່​ສິ່ງ​ນຶ່ງ​ທີ່​ຂ້າພະ​ເຈົ້າຈະ​ບໍ່​ຍອມ​ເຈ ລະຈາ ກໍ​ຄື​ສິດທິໃນ​ການມີ​ລັດ​ອິສຣາ​ແອ​ລ ພຽງ​ປະ​ເທດ​ດຽວ​ເທົ່າ​ນັ້ນ.”

Palestinian Authority's Abbas Speaks to UN General Assembly
please wait

No media source currently available

0:00 0:01:11 0:00

ທ່ານ Netanyahu ໄດ້​ເຊື້ອ​ເຊີນໃຫ້​ທ່ານ Abbas ​ໄປ​ກ່າວ​ຄຳ​ປາ​ໄສ​ຕໍ່​ສະພາ​ແຫ່ງຊາດ Knesset ຂອງ​ອິສຣາ​ແອ​ລ​ແລະ​ກ່າວ​ວ່າ ​ເພື່ອ​ເປັນ​ການ​ຕອບ​ແທນທ່ານຢາກ​ຈະ​ໂອ້​ລົມໂດຍ​ກົງ​ກັບ​ສະພາ​ນິຕິບັນ​ຢັດ​ຂອງ​ປາ​ແລ​ສ​ໄຕ​ນ໌.”

ຊາວ​ປາແລ​ສ​ໄຕ​ນ໌ ​ໄດ້​ປະຕິ​ເສດ​ຕໍ່​ການ​ສະ​ເໜີ​ໃນ​ຄັ້ງຜ່ານ​ມາ ​ຂອງ​ທ່ານ Netanyahu ກ່ຽວ​ກັບ​ການ​ພົບ​ປະ​ໃນ​ທຳນອງ​ນີ້ ​ໂດຍ​ກ່າວ​ວ່າ ທ່າ​ທີ​ແບບ​ຫົວ​ແຂງ​ກະດ້າງ​ຂອງ​ທ່ານ ກ່ຽວ​ກັບ​ບັນຫາ​ໃຈກາງ​ຕ່າງໆເຮັດ​ໃຫ້ການ​ໂອ້​ລົມ​ກັນ​ເປັ​ນ​ໄປ​ບໍ່​ໄດ້.

ທ່ານ Netanyahu ​ໄດ້​ປະຕິ​ເສດ​ ຕໍ່​ແຜນການ​ທີ່​ຈະ​ໂຈະ​ການ​ຕັ້ງຖິ່ນ​ຖານ​ຂອງ​ຊາວ​ຢິວ ​ໃສ່​ດິນ​ອາຣັບຢູ່​ໃນ​ເຂດ​ຝັ່ງ​ຕາ​ເວັນ​ຕົກ​ຂອງ​ແມ່​ນ້ຳ​ຈໍ​ແດັນ. ນອກ​ນັ້ນແລ້ວທ່ານ​ຍັງ​ໄດ້​ປະ ຕິເສດບໍ່​ຮັບ​ຮູ້​ດິນ​ແດນ​ອິສຣາ​ແອ​ລ ກ່ອນ​ສົງຄາມ​ອາຣັບ ກັບ​ອິສຣາ​ແອ​ລ ປີ 1967 ​ເພື່ອ​ເປັນ​ຈຸດ​ເລີ້ມຕົ້ນ​ໃນ​ການ​ເຈລະຈາ​ຊຶ່ງ​ນັ້ນອາດ​ຈະ​ໝາຍ​ຄວາມ​ວ່າການ​ຄວບ​ຄຸມ​ນະຄອນ​ເຈຣູຊາ​ແລັມຮ່ວມ​ກັນ​ກັບ​ຊາວ​ປາ​ແລ​ສ​ໄຕ​ນ໌ ​ແລະ​ການ​ປັບປ່ຽນ ທີ່​ສຳຄັນ​ອື່ນໆ​ ກ່ຽວ​ກັບ​ເລື້ອງ​ເຂດ​ນ້ຳ​ແດນ​ດິນ.

Israel's Netanyahu Speaks at UN General Assembly
please wait

No media source currently available

0:00 0:01:48 0:00

ນາຍົກລັດຖະມົນຕີອິສຣາ​ແອ​ລກ່າວ​ວ່າ ການ​ແບ່ງ​ແຍ​ກ​ໃດໆ​ກໍ​ຕາມ​ຂອງ​ນະຄອນເຈຣູ ຊາແລັມ ​ແມ່ນ​ເປັນ​ທີ່​ຮັບ​ເອົາ​ບໍ່​ໄດ້ ​ແລະ​ທ່ານ​ໄດ້​ປະຕິ​ເສດ​ທີ່​ຈະ​ພິຈາລະນາຖອນ​ການ​ຕັ້ງຖິ່ນ​ຖານ​ໃດໆ​ຂອງຊາວ​ຢິວຢູ່​ໃນ​ດິນ​ແດນ​ຂອງ​ປ​າ​ແລ​ສ​ໄຕ​ນ໌.

ທ່ານ Ban Ki-moon ​ເລຂາທິການ​ໃຫຍ່​ຂອງ​ອົງການ​ສະຫະ​ປະຊາ​ຊາດ​ທີ່​ກຳລັງ​ຈະ​ພົ້ນ ຈາກ​ຕຳ​ແໜ່​ງ ​ແລະ​ປະທານາທິບໍດີ​ສະຫະລັດ ທ່ານ​ບາຣັກ ​ໂອ​ບາ​ມາ ຕ່າງ​ກໍ​ໄດ້​ກ່າວອ້າງ​ວ່າ ການ​ຕັ້ງບ້ານ​ໃໝ່​ຂອງ​ອິສຣາ​ແອ​ລເປັນ​ໄພ​ຂົ່ມຂູ່​ຕໍ່​ການ​ແກ້​ໄຂ​ແບບ​ມີ​ສອງ​ລັດ​ສອງ​ປະ​ເທດ​ຄຽງ​ຄູ່​ກັນຢູ່​ໃນ​ຄຳ​ປາ​ໄສ​ຂອງ​ພວກ​ທ່ານ​ຕໍ່​ກອງ​ປະຊຸມ​ສະມັດຊາ​ໃຫຍ່​ໃນ​ອາທິດ​ນີ້.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG