ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ກອງທັບຊີເຣຍ ລາຍງານກ່ຽວກັບ ການໂຈມຕີໂດຍ ລູກສອນໄຟຂອງ ອິສຣາແອລ


ພວກທະຫານອິສຣາແອລ ກຳລັງຊ້ອມລົບຢູ່ເຂດຄຸ້ມຄອງ ໂກລານໄຮ.
ພວກທະຫານອິສຣາແອລ ກຳລັງຊ້ອມລົບຢູ່ເຂດຄຸ້ມຄອງ ໂກລານໄຮ.

ກອງທັບ​ຊີ​ເຣຍກ່າວ​ວ່າ ກຳລັງ​ອິສຣາ​ແອ​ລ ​ໄດ້​ຍິງ​ລູກ​ສອນ​ໄຟ​ຫລາຍ​ລູກ ​ໃນ​ວັນ​ອັງ
ຄານ​ມື້​ນີ້ ​ເຂົ້າ​ໃສ່ດິນ​ແດນ​ຂອງ​ຊີ​ເຣຍ ຮວມທັງ​ເຂດ​ພາກ​ຕາ​ເວັນ​ອອກ ສຽງເໜືອຂອງ
​ນະຄອນ​ດາ​ມັສກັສ.

ກອງທັບຊີເຣຍ​ກ່າວ​ວ່າ ຕົນ​ໄດ້​ຍິງທຳລາຍ​ລູກ​ສອນ​ໄຟ​ຈຳນວນ​ນຶ່ງ​ ​ໃນ​ຂະນະ​ທີ່​ຫລາຍໆ
ລູກ ​ໄດ້ສ້າງ​ຄວາມ​ເສຍ​ຫາຍ ​ຢູ່​ອ້ອມ​ແອ້ມ​ຄ້າ​ຍທະຫານ ຢູ່​ເຂດ​ກູ​ເຕ​ເຟ.

ຖະ​ແຫລ​ງການ​ກອງທັບ​ຍັງ​ກ່າວ​ວ່າ ກຳລັງ​ຊີ​ເຣຍ​ໄດ້​ຍິງຖືກເຮືອບິນ​ອິສຣາ​ແອ​ລ ລຳນຶ່ງ.
ກອງທັບ​ອິສຣາ​ແອ​ລ ​ບໍ່ຍອມໃຫ້ຄວາມເຫັນໃດໆກ່ຽວກັບຖະ​ແຫລ​ງການ​ນີ້. ອິສ ຣາ​ແອ​ລ
​ໄດ້​ທຳ​ການ​ໂຈມ​ຕີ​ເປັນບາງຄັ້ງບາງຄາວ​ຢູ່​ໃນ​ຊີ​ເຣຍ ນັບ​ແຕ່​ມີ​ການ​ຂັດແຍ້​ງຢູ່​ທີ່​ນັ້ນ ທີ່​ໄດ້
​ເລີ້ມຂຶ້ນ​ໃນ​ປີ 2011 ​ແຕ່​ທົ່ວ​ໄປແລ້ວບໍ່​ໄດ້​ຮັບ​ຮູ້ຢ່າງ​ເປີດ​ເຜີຍ ກຽວກັບການ​ປະຕິບັດ​ງານ
​ຂອງ​ຕົນ.

ບັນດາ​ເຈົ້າ​ໜ້າ​ທີ່​ອິສຣາ​ແອ​ລ​ ​ເຖິງ​ຢ່າງ​ໃດ​ກໍ​ດີ ໄດ້ຢືນຢັນ​ເຖິງການໂຈມຕີທີ່​ຜ່ານ​ມາ ​ຢູ່​ໃນ
​ຊີ​ເຣຍ ​ທີ່ໄດ້​ແນໃສ່​ເປົ້າ​ໝາຍ​ໃສ່ການ​ຂົນ​ສົ່ງ​ອາວຸດ ທີ່​ເຊື່ອ​ວ່າ​ນຳໄປ​ສູ່​ຄ້າຍ​ ຂອງກຸ່ມຫົວ
ຮຸນແຮງ​ເຮສ​ໂບລາ​ ຈາກ​ເລ​ບາ​ນອນ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG