ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບັນດາຜູ້ນຳ ອິສຣາແອລ ຕຳໜິຕິຕຽນ ຄຳເຕືອນຂອງທ່ານ Kerry (ວີດີໂອ )


Israel - US
please wait
Embed

No media source currently available

0:00 0:01:18 0:00

Israel - US

ບັນດາ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ສຸດ​ຂອງ​ອິສຣາ​ແອ​ລ​ໄດ້​ເຕືອນທ່ານ
John Kerry ລັດຖະມົນຕີ​ຕ່າງປະ​ເທດ​ສະຫະລັດ​ວ່າ ພວກ
​ເຂົາ​ເຈົ້າ​ຈະ​ບໍ່ຍອມ​ຖືກ​ຂູ່​ເຂັນ ​ໃຫ້ເຊັນ​ສັນຍາ​ສັນຕິພາບ​ກັບ
​ພວກປາ​ແລ​ສ​ໄຕ​ນ໌ນັ້ນ.

ພວກ​ຜູ້ນຳ​ອິສຣາ​ແອ​ລ ​ໄດ້ສະ​ແດງ​ປະຕິກິລິຍາ​ແບບ​ໂມ​ໂຫ ​ໃນ
​ວັນ​ອາທິດ​ວານ​ນີ້ ຫຼັງ​ຈາກ​ທ່ານ Kerry ​ເຕືອນ​ວ່າ ຖ້າ​ການເຈລະ
ຈາ​ສັນຕິພາບ ​ກັບ​ພວກ​ປາ​ແລ​ສ​ໄຕ​ນ໌ ປະສົບ​ກັບ​ຄວາມ​ລົ້ມ​ແຫຼວ
ອິສຣາ​ແອ​ລສາມາດ​ປະ​ເຊີນ​ກັບ​ການຖືກ​ນາໆ​ຊາດ ​ຮວມຫົວ​ກັນ
​ຂວ້ຳບາດ ​ຫຼາຍ​ຂຶ້ນ.

​ໃນ​ກອງ​ປະຊຸມ​ປະຈຳ​ສັບປະດາ​ຂອງ​ຄະນະລັດຖະບານ ຢູ່ Jerusalem ບັນດາ​ເຈົ້າ​ໜ້າ​ທີ່​ອິສຣາ​ແອ​ລ ຖື​ຄຳ​ເຕືອນ​ຂອງ​ທ່ານ Kerryວ່າ ​ເປັນ​ການ​ຂົ່ມຂູ່​ໂດຍ​ກົງ ​ໃຫ້​ອິສຣາ​ແອ​ລທຳ​ການ​ຍິນ​ຍອມ​ຕໍ່​ພວກ​ປາ​ແລ​ສ​ໄຕ​ນ໌ ຖ້າບໍ່​ດັ່ງ​ນັ້ນ ກໍ​ຈະ​ປະ​ເຊີນ​ກັບ​ຄວາມ​ເສຍ​ຫາຍ​ຢ່າງ​ໜັກ.

ນາຍົກລັດຖະມົນຕີ Benjamin Netanyahu ກ່າວ​ວ່າ ຄວາມ​ກົດ​ດັນ​ຂອງ​ນາໆ​ຊາດຕໍ່​ອິສ
ຣາ​ແອ​ລນັ້ນ ສ້າງ​ຄວາມ​ເສຍ​ຫາຍ​ໃຫ້​ແກ່​ຄວາມ​ພະຍາຍາມສ້າງສັນຕິພາບ​ ​ເພາະວ່າ ມັນ
ເຮັດ​ໃຫ້​ຝ່າຍ​ປາ​ແລ​ສ​ໄຕ​ນ໌​ເອົາ​ທ່າ​ທີ​ແຂງກະດ້າງ​ຂຶ້ນ ​ແລະທ່ານ​ເອີ້ນ ຄວາມ​ພະຍາຍາມທີ່
​ຈະ​ຂວ້ຳບາດອິສຣາ​ແອ​ລນັ້ນ​ວ່າ ຜິດ​ສີນ​ລະ​ທຳ​ແລະ​ບໍ່​ຍຸຕິ​ທຳ.

ກະຊວງ​ການ​ຕ່າງປະ​ເທດ​ສະຫະລັດໄດ້​ອອກ​ຖະ​ແຫຼ​ງການ​ ​ໃຫ້​ຄວາມ​ກະຈ່າງ​ແຈ້ງ​ກ່ຽວ​ກັບ​ເລື້ອງ​ນີ້ ໂດຍ​ກ່າວ​ວ່າ ຖ້ອຍ​ຖະ​ແຫຼ​ງຂອງ​ທ່ານ Kerry ນັ້ນ​ແມ່ນ​ໄດ້ຖືກຕີ​ຄວາມ​ໝາຍອອກ​ນ​ອກ​ເລື້ອງ. ຖະ​ແຫລ​ງການ​ເວົ້າວ່າ ລັດຖະມົນຕີ​ຕ່າງປະ​ເທດແຄຣີ ​ຄັດຄ້ານ​ຢ່າງ​ແຂງ​ແຮງ​ຕໍ່
ການຂວ້ຳບາດ​ໃດໆ​ຕໍ່​ອິສຣາ​ແອ​ລ ​ແລະ​ເວົ້າ​ວ່າ ທ່ານ​ເອີ່ຍ​ເຕື້ອງເຖິງ​ການ​ເຄື່ອນ​ໄຫວ ​ທີ່​ປະ​ເທດ​ອື່ນໆ​ໄດ້​ສະ​ແດງ​ອອກ​ມາ​ ​ເທົ່ານັ້ນ.
XS
SM
MD
LG