ພວກເຮືອບິນລົບອາຍພົ່ນ ຂອງອິສຣາແອລ ໄດ້ໂຈມຕີເປົ້າໝາຍ
ຕ່າງໆໃນແຫລມກາຊາ ໃນວັນພະຫັດມື້ນີ້ ໃນຂະນະທີ່ພວກຫົວ
ຮຸນແຮງສືບຕໍ່ຍິງຈະຫຼວດເຂົ້າໃສ່ໃນພາກໃຕ້ຂອງອິສຣາແອລ
ທ່າມກາງຄວາມເຄັ່ງຕຶງພວມເພີ່ມທະວີຂຶ້ນ ກ່ຽວກັບການສັງຫານ
ເດັກໄວລຸ່ນອາຮັບຄົນນຶ່ງໃນກ້ຳຕາເວັນອອກຂອງນະຄອນ Jeru
salem.
ທະຫານອິສຣາແອລ ກ່າວວ່າ ພວກເຮືອບິນລົບຂອງຕົນ ໄດ້ແນ
ເປົ້າໃສ່ 15 “ຈຸດ ຂອງກຸ່ມກໍ່ການຮ້າຍຮາມັສ” ໃນແຫຼມກາຊາ.
ບັນດາເຈົ້າໜ້າທີ່ປາແລສໄຕນ໌ ກ່າວວ່າ ພວກພົນລະເຮືອນ 10
ຄົນໄດ້ຮັບບາດເຈັບ ໃນນັ້ນ ມີນາຍ Ahmad al-Hatoum ຮວມຢູ່ນຳ.
ນາຍ Ahmad al-Hatoum ກ່າວວ່າ “ເມຍຂ້ອຍກຳລັງຄົວອາຫານເຊົ້າ ເວລາພວກເຮົາໄດ້ຍິນສຽງລະເບີດແຕກຂຶ້ນຄັ້ງໃຫຍ່ຢ່າງກະທັນຫັນ. ຂ້ອຍມີຄວາມຮູ້ສຶກວ່າແມ່ນສຽງປືນຢູ່ໃນເຮືອນຂ້ອຍທີ່ຍິງມາໃສ່ຂ້ອຍແລະພວກລູກສາວຂ້ອຍ. ພວກເຮົາພາກັນແລ່ນ ອອກໄປຂ້າງນອກ ແລະເຫັນລົດພວກເຮົາ ທີ່ໄດ້ຮັບຄວາມເສຍຫາຍ ທີ່ທ່ານໄດ້ເຫັນ ແລະພວກເຮືອນທັງໝົດຢູ່ອ້ອມເຮືອນພວກເຮົາໄດ້ຮັບຄວາມເສຍຫາຍ ມັນເສຍຫາຍທັງໝົດເລີຍ.”
ບັນດາເຈົ້າໜ້າທີ່ອິສຣາແອລ ກ່າວວ່າ ການໂຈມຕີດັ່ງກ່າວ ແມ່ນເປັນການຕອບໂຕ້ຕໍ່ການຍິງ ຈະຫຼວດ 20 ກວ່າລູກ ໄປໃສ່ອິສຣາແອລ ນັບແຕ່ວັນພຸດວານນີ້ເປັນຕົ້ນມາ. ພວກລູກຈະຫຼວດ ສ່ວນຫຼາຍ ຖືກສະກັດກັ້ນໄວ້ໄດ້ ແຕ່ຢ່າງໜ້ອຍ 2 ລູກໄດ້ຖືກເຮືອນ 2 ຫຼັງ ໃນເມືອງ Sderot ຊຶ່ງເປັນເມືອງຊາຍແດນ ແຕ່ບໍ່ມີລາຍງານແຈ້ງໃຫ້ຊາບກ່ຽວກັບຜູ້ບາດເຈັບ.
ໃນຂະນະດຽວກັນ ບັນດາເຈົ້າໜ້າທີ່ອິສຣາແອລ ດຳເນີນການສືບສວນສອບສວນຕໍ່ໄປ ກ່ຽວກັບການເສຍຊີວິດຂອງທ້າວ Mohammed Abu Khudair ໄວ 17 ປີ ທີ່ໄດ້ຖືກລັກພາໂຕໄປ ແລະເຫັນສົບຜູ້ກ່ຽວໃນປ່າແຫ່ງນຶ່ງ ໃນນະຄອນ Jerusalem ໃນວັນພຸດວານນີ້.