ອິສຣາແອລກຳລັງໄວ້ອາໄລມື້ນຶ່ງໃນຈຳນວນຫລາຍໆມື້ຂອງວັນທີ່ໂສກເສົ້າທີ່ສຸດປະ
ຈຳປີຂອງ ການລະນຶກເຖິງວັນໂຮໂລຄອສຕ໌ ພ້ອມດ້ວຍປະທານາທິບໍດີທີ່ໄດ້ເຕືອນລັດ
ຖະບານວ່າ ຢ່າໄດ້ວາງໂຕເສີຍເກີນໄປກັບຊາວຢູໂຣບຈຳນວນນຶ່ງ.
ທ່ານຣູເວີນ ຣິບລິນ ກ່າວໃນຕອນແລງວັນພຸດວານີ້ວ່າ “ແນວຄິດຂອງການມີອຳນາດ
ທີ່ຂາວສະອາດຂອງຊາດ ການແບ່ງແຍກຜິວພັນ ການໂຈມຕີຕ້ານຢິວ ຈາກຊ້າຍ ແລະ
ຂວາ ກຳລັງປົກຄຸມຢູ່ໃນທົ່ວຢູໂຣບ.”
ນາຍົກລັດຖະມົນຕີ ທ່ານເບັນຈາມິນ ເນຕັນຢາຮູ ໄດ້ເປັນເຈົ້າພາບຕ້ອນຮັບບັນດາຜູ້
ນຳຈາກຮັງກາຣີ ລິີທົວເນຍ ແລະໂປແລນ ທັງໝົດນີ້ ໄດ້ຢ້ຽມຢາມສຸສານໄວ້ອາໄລ Yad Vashem Holocaust ຂອງອິສຣາແອລ ແຕ່ວ່າລັດຖະບານຂວາຈັດ ຂອງເຂົາເຈົ້າໄດ້
ກ່າວຫາ ວ່າບໍ່ຫົວຊານຳບົດບາດຂອງປະເທດຊາດຂອງເຂົາເຈົ້າ ໃນການຂ້າລ້າງຜານ
ຊາວຢິວ ລະຫວ່າງສົງຄາມໂລກຄັ້ງທີສອງ.
ທ່ານຣິບລິນ ກ່າວວ່າ “ບໍ່ແມ່ນທຸກໆພັກຝ່າຍຂວາໃນຢູໂຣບຈະເຊື່ອໃນການຄວບຄຸມ
ຄົນເຂົ້າເມືອງ ຫຼືປ້ອງກັນນິໄສທີ່ປຽບເໝືອນບໍ່ໄດ້ທີ່ຕ້ານຊາວຢິວ ຫຼືແບ່ງແຍກຜິວພັນ.
ແຕ່ວ່າກຳລັງການເມືອງບ່ອນທີ່ຕ້ານຊາວຢິວ ແລະຜິວພັນນັ້ນເປັນພາກສ່ວນພາສາ
ຂອງເຂົາເຈົ້າ ແນວຄິດເຂົາເຈົ້າ ບໍ່ສາມາດທີ່ຈະເປັນພັນທະມິດຂອງພວກເຮົາໄດ້.
ທ່ານຣີລິນໄດ້ກ່າວເພີິ້ມວ່າ ການເມືອງບໍ່ແມ່ນການຍົກໂທດໃຫ້ແກ່ການເມີນເສີຍກັບ
ບັນດາຜູ້ທີ່ພະຍາຍາມດັດແປງບົດບາດຂອງເຂົາເຈົ້າຢູ່ໃນໂຮໂລຄອດຕ໌.
ທ່ານເນຕັນຢາຮູ ໄດ້ກ່າວເຖິງການຕ້ານຊາວຢິວຈາກທຸກທິດທາງ ຈາກຂວາ ຊ້າຍ
ແລະຫົວຮຸນແຮງອິສລາມ ດັ່ງທີ່ທ່ານໄດ້ໃຫ້ຂໍ້ສັງເກດຕໍ່ການໂຈມຕີທີ່ຮ້າຍກາດຕໍ່ບັນ
ດາວັດ ແລະທຳລາຍສຸສານຊາວຢິວຕ່າງໆຢູ່ໃນສະຫະລັດ.
ທ່ານຍັງໄດ້ປະນາມບົດບັນນາທິການຫວ່າງມໍໆມານີ້ ທີ່ເປັນຮູບກາຕູນ ຢູ່ໃນສະບັບ
ສາກົນ ຂອງໜັງສືພິມນິວຢອກໄທມ໌ ທີ່ແຕ້ມຮູບທ່ານທຣຳ ນຸ່ງເຄື່ອງຢິວໃສ່ໝວກປົກ
ກະມ່ອມ ນຳພາທ່ານເນຕັນຢາຮູ ທີ່ໄດ້ແຕ້ມເປັນໝາມີເຊືອກມັດ.