ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດຖະມົນຕີການຕ່າງປະເທດສະຫະລັດ ຢູ່ໃນອິສຣາແອລ ໃນຂະນະທີ່ກອງກຳລັງອິສຣາແອລ ປິດລ້ອມເມືອງກາຊາ


ຮູບພາບນີ້ ຖ່າຍຈາກຊາຍແດນເບື້ອງອິສຣາແອລ ຕິດກັບເຂດກາຊາ ໃນວັນທີ 2 ພະຈິກ 2023, ສະແດງໃຫ້ເຫັນການໂຈມຕີຂອງອິສຣາແອລໃນແຫຼມກາຊາ.
ຮູບພາບນີ້ ຖ່າຍຈາກຊາຍແດນເບື້ອງອິສຣາແອລ ຕິດກັບເຂດກາຊາ ໃນວັນທີ 2 ພະຈິກ 2023, ສະແດງໃຫ້ເຫັນການໂຈມຕີຂອງອິສຣາແອລໃນແຫຼມກາຊາ.

ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ທ່ານ ແອນໂທນີ ບລິງເກັນ ໄດ້​ເດີນ​ທາງ​ໄປ​ເຖິງ ອິ​ສ​ຣາ​ແອລ ໃນ​ວັນ​ສຸກ​ມື້​ນີ້ ໃນ​ຂະ​ນະ​ທີ່​ທະ​ຫານ​ອິດສ​ຣາແອລ ໄດ້ປິດລ້ອມ​ເມືອງກາຊາ. ຄາດ​ກັນ​ວ່າ ນັກ​ການ​ທູດ​ລະດັບ​ສູງ​ຂອງ​ສະຫະລັດ ຈະ​ກົດ​ດັນ​ລັດຖະບານ​ອິສຣາ​ແອລ ​ໃຫ້​ຢຸດຊົ່ວຄາວການ​ບຸກ​ໂຈມ​ຕີໃນ​ເຂດ ກາຊາ ​ເພື່ອ​ໃຫ້​ການ​ຊ່ວຍ​ເຫລືອ​ດ້ານ​ມະນຸດສະທຳ ສາມາດ​ເຂົ້າ​ໄປ​ ໃນ​ພາກພື້ນດັ່ງກ່າວໄດ້. ທ່ານ ບລິງເກັນ ​ໄດ້​ພົບ​ປະ​ກັບ​ ນາຍົກລັດຖະມົນຕີອິສຣາ​ແອ​ລ ທ່ານ ເບັນຈາມິນ ເນທັນຢາຮູ ​ແລະ​ສະມາຊິກ​ຄະນະ​ລັດຖະບານ ​ໃນ​ວັນ​ສຸກນີ້.

ການຢ້ຽມຢາມຄັ້ງນີ້ ມີຂຶ້ນ ໃນຂະນະທີ່ກຳລັງທະຫານບົກຂອງ ອິສຣາແອລ ໄດ້ປິດລ້ອມເມືອງ ກາຊາ ທ່າມກາງຄວາມພະຍາຍາມທາງດ້ານການທູດ ເພື່ອຍຸຕິຊົ່ວຄາວ ການສູ້ລົບກັບກຸມຮາມາສ ແລະວິກິດການດ້ານມະນຸດສະທຳຢູ່ໃນເຂດ ກາຊາ ທີ່ຮ້າຍແຮງຂຶ້ນກວ່າເກົ່າ.

ປະທານາທິບໍດີ​ສະຫະລັດ ທ່ານໂຈ ໄບເດັນ ​ໃນ​ວັນ​ພຸດ​ທີ່ຜ່ານມາ ​ໄດ້​ຮຽກຮ້ອງ​ໃຫ້ “ຢຸດ​ຊົ່ວຄາວ​ເພື່ອ​ມະນຸດສະທຳ” ​ໃນ​ສົງຄາມ​ລະຫວ່າງ ອິສຣາແອລ ແລະ ກຸ່ມຮາມາສ. “ການຢຸດຊົ່ວຄາວໝາຍເຖິງການໃຫ້ເວລາເພື່ອເອົານັກໂທດອອກໄປ. ຈົ່ງໃຫ້ເວລາ,” ທ່ານກ່າວ.

ກຸ່ມຮາມາສ ໄດ້ຈັບຕົວປະກັນຫຼາຍກວ່າ 240 ຄົນ ໃນລະຫວ່າງການໂຈມຕີ ອິສຣາແອລ ໃນວັນທີ 7 ຕຸລາ ຜ່ານມາ ເຊິ່ງເຮັດໃຫ້ມີຜູ້ເສຍຊີວິດ 1,400 ຄົນ. ອິສຣາແອລໄດ້ປະກາດສົງຄາມກັບກຸ່ມ ຮາມາສ ຫຼັງການໂຈມຕີ ແລະໄດ້ຖິ່ມລະເບີດໃສ່ເຂດກາຊາຢ່າງຕໍ່ເນື່ອງ ທີ່ໄດ້ສັງຫານຊາວປາແລັສໄຕນ໌ ຫຼາຍພັນຄົນ. ກະ​ຊວງ​ສາ​ທາ​ລະ​ນະ​ສຸກ​ຂອງ​ປາ​ແລັ​ສ​ໄຕ​ນ໌ ທີ່​ບໍລິຫານ​ໂດຍ ກຸ່ມຮາມາສ ກ່າວ​ວ່າ ຈຳ​ນວນ​ຜູ້​ເສຍ​ຊີ​ວິດ​ຢູ່​ໃນ​ເຂດ​ດັ່ງ​ກ່າວ ໄດ້​ກາຍ 9,000 ຄົນແລ້ວ.

ຄົນຕ່າງປະເທດກຸ່ມທຳອິດ ທີ່ຕິດຢູ່ໃນເຂດກາຊາ ຕັ້ງແຕ່ການເລີ່ມຕົ້ນສົງຄາມ ກໍໄດ້ເລີ່ມເຂົ້າໄປໃນອີຈິບ ໃນວັນພຸດທີ່ຜ່ານມາ. ແລະຈຳນວນທີ່ເຫຼືອຕື່ມອີກ ກໍໄດ້ອອກໄປ ໃນວັນພະຫັດ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG