ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນາຍພົນຕີ ອິສຣາແອລ ກ່າວວ່າ ການໂຈມຕີ ເຮັດໃຫ້ ອີຣ່ານ ບໍ່ສາມາດ ຕັ້ງທີ່ໝັ້ນ ໃນຊີເຣຍ


ນາຍພົນຕີ ໄມເກີລ ອີແດລສຕາຍນ໌ ຂອງອິສຣາແອລ ເຂົ້າຮ່ວມ ໃນງານ ຈັດໂດຍສູນກາງນະໂຍບາຍຂອງຊາວຢູ ຢູ່ທີ່ ຕຶກສຳນັກງານ ແຄນນັນ ໃນນະຄອນຫຼວງ ວໍຊິງຕັນ, ວັນທີ 11 ກໍລະກົດ 2018.
ນາຍພົນຕີ ໄມເກີລ ອີແດລສຕາຍນ໌ ຂອງອິສຣາແອລ ເຂົ້າຮ່ວມ ໃນງານ ຈັດໂດຍສູນກາງນະໂຍບາຍຂອງຊາວຢູ ຢູ່ທີ່ ຕຶກສຳນັກງານ ແຄນນັນ ໃນນະຄອນຫຼວງ ວໍຊິງຕັນ, ວັນທີ 11 ກໍລະກົດ 2018.

ນາຍພົນຄົນນຶ່ງຂອງອິສຣາແອລ ກ່າວວ່າ ການໂຈມຕີຕໍ່ກຳລັງອີຣ່ານໃນຊີເຣຍ ເມື່ອ
ບໍ່ ດົນມານີ້ ຂອງອິສຣາແອລ ເຮັດໃຫ້ອີຣ່ານຍັງອີກໄກ ທີ່ຈະຟື້ນໂຕໄດ້ຢູ່ທີ່ນັ້ນ ແຕ່
ອິສຣາແອລ ກໍຍັງຈຳເປັນທີ່ຈະຕ້ອງໄດ້ຮັບ ການສະໜັບສະໜູນເພື່ອຍຸຕິການມີ
ໜ້າຂອງອີຣ່ານໂດຍສິ້ນເຊີງ ຢູ່ທີ່ນັ້ນ.

ການໃຫ້ຄວາມເຫັນ ຂອງນາຍພົນຕີ ໄມເກີລ ອີແດລສຕາຍນ໌ ຢູ່ທີ່ພິທີແຫ່ງນຶ່ງໃນ
ນະຄອນຫຼວງ ວໍຊິງຕັນ ເມື່ອວັນພຸດວານນີ້ ແມ່ນໄດ້ສະແດງໃຫ້ເຫັນເຖິງການຊັ່ງຊາ
ແບບທີ່ບໍ່ຄ່ອຍໄດ້ຍິນ ກ່ຽວກັບຍຸດທະສາດ ຂອງອິສຣາແອລຢູ່ໃນຊີເຣຍຈາກນາຍ
ທະຫານຂັ້ນສູງ ຂອງອິສຣາແອລ.

ນາຍພົນອີແດລສຕາຍນ໌ ຊຶ່ງເປັນທູດທະຫານອິສຣາແອລປະຈຳວໍຊິງຕັນ ກ່າວຕໍ່
ຄະນະກຳມະການປຶກສາຫາລື ທີ່ຕຶກແຄນນອນຂອງສະພາຕ່ຳ ຊຶ່ງເປັນເຈົ້າພາບ
ໂດຍສູນກາງນະໂຍບາຍຂອງຊາວຢິວ ທີ່ເປັນກຸ່ມໃຫ້ຄຳແນະນຳ ໃນດ້ານນະໂຍ
ບາຍຂອງສະຫະລັດ ທີ່ອຽງໄປທາງອະນຸລັກນິຍົມນັ້ນ.

ໃນການຕອບຄຳຖາມ ຕໍ່ວີໂອເອພະແນກພາສາເປີເຊຍ ນາຍພົນອີແດລສຕາຍນ໌
ກ່າວວ່າ ການໂຈມຕີຂອງອິສຣາແອລຕໍ່ກິດຈະກຳທາງທະຫານຂອງອີຣ່ານໃນຊີ
ເຣຍ ເລບານອນ ແລະແຫ່ງອື່ນໆນັ້ນ ແມ່ນໄດ້ບັນລຸຜົນຕາມທີ່ຕັ້ງໃຈໄວ້.

ນາຍພົນອີແດລສຕາຍນ໌ ໄດ້ກ່າວ ໂດຍຍົກມື ຂຶ້ນເທິງຫົວຂອງທ່ານວ່າ “ຖ້າຂ້າ ພະເຈົ້າຈະແຕ້ມກຣາຟ ແລະອີຣ່ານຢາກມີໜ້າຢູ່ທີ່ນີ້ ໃນປີ 2018 ເຂົາເຈົ້າແມ່ນ
ຍັງໄກຢູ່ຈາກຈຸດນີ້.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG