ທ່າມກາງການຜັກດັນຈາກສາກົນ ສຳລັບການຢຸດຍິງຊົ່ວຄາວຄັ້ງໃໝ່ໃນເຂດກາຊາ, ກອງກຳລັງ ອິສຣາແອລ ໄດ້ດຳເນີນການໂຈມຕີທາງອາກາດໃນພາກເໜືອ ແລະ ພາກໃຕ້ຂອງ ກາຊາ ເມື່ອວັນພຸດວານນີ້.
ການໂຈມຕີຂອງ ອິສຣາແອລ ລວມມີເມືອງ ກາຊາ, ບ່ອນທີ່ກອງທັບກ່າວວ່າເຂົາເຈົ້າຍັງໄດ້ສັງຫານພວກຫົວຮຸນແຮງ ຮາມາສ 15 ຄົນໃນລະຫວ່າງການປະຕິບັດການຢູ່ພື້ນດິນ.
ໃນເມືອງ ຄານ ຢູນິສ, ເຊິ່ງເປັນຕົວເມືອງຫຼັກໃນພາກໃຕ້ຂອງ ກາຊາ ນັ້ນ, ຜູ້ເຫັນເຫດການຫຼາຍຄົນໄດ້ລາຍງານການຕໍ່ສູ້ຢ່າງໜັກນອກຈາກການໂຈມຕີທາງອາກາດຫຼາຍຄັ້ງ. ອົງການຊ່ວຍເຫຼືອເພື່ອຊາວ ປາແລັສໄຕນ໌ ຂອງສະຫະປະຊາຊາດໄດ້ກ່າວວ່າ ດ້ວຍການເຮັດສົງຄາມທີ່ດຸເດືອນໃນພາກພື້ນ, ປະຊາຊົນ 184,000 ຄົນໄດ້ລົງທະບຽນສຳລັບການຊ່ວຍເຫຼືອດ້ານມະນຸດສະທຳໃນບໍ່ເທົ່າໃດວັນທີ່ຜ່ານມາ, ແລະ ໄດ້ຫຼົບໜີໄປຊາຍຝັ່ງທະເລເມດີເທີເຣນຽນ.
ກະຊວງສາທາລະນະສຸກທີ່ດຳເນີນການໂດຍກຸ່ມຮາມາສໃນເຂດ ກາຊາ ໄດ້ກ່າວວ່າຕົວເລກຂອງປະຊາຊົນທີ່ໄດ້ເສຍຊີວິດໃນການໂຈມຕີຕອບໂຕ້ຂອງ ອິສຣາແອລ ໄດ້ເພີ່ມຂຶ້ນເປັນ 26,900 ຄົນ, ເຊິ່ງເປັນຕົວເລກທີ່ລວມມີທັງພົນລະເຮືອນ ແລະ ພວກຫົວຮຸນແຮງ.
ຫົວໜ້າກຸ່ມ ຮາມາສ ທ້າວ ອິສເມລ ຮານິເຢ ແມ່ນຄາດວ່າຈະເດີນທາງໄປນະຄອນຫຼວງ ໄຄໂຣ ຂອງ ອີຈິບ ເພື່ອປຶກສາຫາລື ກ່ຽວກັບ ຂໍ້ສະເໜີຢຸດຍິງ, ເຊິ່ງຈະລວມມີທັງການຢຸດຕໍ່ສູ້ໃນ ກາຊາ ແລະ ປ່ອຍຕົວປະກັນທີ່ຖືກຈັບໂດຍກຸ່ມຮາມາສ.
ທ້າວ ຮານິເຢ ໄດ້ກ່າວໃນວັນອັງຄານທີ່ຜ່ານມາວ່າ ກຸ່ມຮາມາສ ໄດ້ສຶກສາແຜນການຢຸດຍິງ ແລະ ໄດ້ເນັ້ນຢ້ຳເຖິງຄວາມຮຽກຮ້ອງຕ້ອງການທີ່ຢືນຢັດຂອງກຸ່ມຫົວຮຸນແຮງສຳລັບການຢຸດຍິງຖາວອນ ແລະ ການຖອນກຳລັງຂອງ ອິສຣາແອລ ອອກຈາກເຂດ ກາຊາ.
ທ້າວ ຮານິເຢ ໄດ້ກ່າວວ່າ “ບູລິມະສິດສູງສຸດແມ່ນສິ້ນສຸດການຮຸກຮານທີ່ບໍ່ເປັນທຳຕໍ່ ກາຊາ ແລະ ຖອນກອງກຳລັງທີ່ເຂົ້າຄອບຄອງອອກໄປທັງໝົດ.”
ຟໍຣັມສະແດງຄວາມຄິດເຫັນ