ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເນຕັນຢາຮູ: ອິສຣາແອລ 'ພຽງແຕ່ເລີ້ມຕົ້ນ' ຕອບໂຕ້ ຕໍ່ການໂຈມຕີ ຂອງກຸ່ມຮາມາສ


ຄວັນໄຟ ແລະແປວໄຟ ພຸ່ງຂຶ້ນ ຫລັງຈາກອິສຣາແອລ ໂຈມຕີກາຊາ ໃນວັນທີ 9 ຕຸລາ 2023.
ຄວັນໄຟ ແລະແປວໄຟ ພຸ່ງຂຶ້ນ ຫລັງຈາກອິສຣາແອລ ໂຈມຕີກາຊາ ໃນວັນທີ 9 ຕຸລາ 2023.

ອິສຣາແອລ ກ່າວໃນວັນອັງຄານມື້ນີ້ວ່າ ກອງທັບຂອງຕົນໄດ້ໂຈມຕີຫລາຍຮ້ອຍເປົ້າໝາຍ ຢູ່ໃນແຫລມກາຊາໃນຕອນຂ້າມຄືນ ​ບໍ່​ເທົ່າ​ໃດຊົ່ວໂມງ ຫລັງຈາກນາ ຍົກລັດຖະມົນຕີເບັນຈາມິນ ເນຕັນຢາຮູ ໄດ້ກ່າວວ່າ ກຳລັງປະເທດຂອງທ່ານ “ພຽງແຕ່ຫາກໍເລີ້ມ” ເພື່ອຕໍ່ສູ້ຕ້ານຄືນ ພວກຫົວຮຸນແຮງຮາມາສ.

ໂຄ​ສົກ​ຂອງກອງ​ທັບ ທ່ານ​ຣິ​ເຈີດ ເຮັກ (Richard Hecht) ສົບ​ຂອງ​ພວກ​ນັກ​ລົບ​ຮາ​ມາ​ສ 1,500 ຄົນ ໄດ້​ຖືກ​ພົບ​ເຫັນ​ໃນ​ດິນ​ແດນອິ​ສ​ຣາ​ແອ​ລ ຫຼັງ​ຈາກ​ການ​ບຸກ​ເຂົ້າ​ໄປ​ຂອງ​ພວກ​ເຂົາ​ໃນ​ວັນ​ເສົາ​ແລ້ວ ແລະ​ບໍ່​ມີ​ພວກ​ຫົວ​ຮຸນ​ແຮງ​ຄົ​ນ​ໃດ​ໄດ້​ຂ້າມ​ຊາຍ​ແດນ​ນັບ​ແຕ່​ວັນ​ຈັນ​ນີ້​ເປັນ​ຕົ້ນ​ມາ.

ບັນດາເປົ້າໝາຍຫລ້າສຸດຂອງການໂຈມຕີທາງອາກາດ ໄດ້ຮວມທັງຄຸ້ມຣີມາລ ຢູ່ໃນເມືອງກາຊາ ບ້ານເຮືອນທີ່ຢູ່ອາໄສຂອງບັນດາລັດຖະມົນຕີຮາ​ອາສ ແລະຕຶກລັດຖະບານ.

“ອັນທີ່ພວກເຮົາຈະເຮັດຕໍ່ສັດຕູຂອງພວກເຮົາ ໃນຫລາຍມືີ້ຈະມາເຖິງນີ້ຈະມີສຽງດັງກ້ອງຢູ່ກັບເຂົາເຈ້າເປັນເວລາຫລາຍຊົ່ວຄົນ” ທ່ານເນຕັນຢາຮູ ໄດ້ກ່າວຢູ່ໃນຖະແຫລງການ ໃນຕອນແລງວັນຈັນວານນີ້.

ກອງທັບອິສຣາແອລ ກ່າວວ່າ ຕົນໄດ້ລະດົມທະຫານກອງ​ໜຸນ 300,000 ຄົນ ກ່ອນໜ້າ “ດຳເນີນການສູ້ລົບ” ໃນການ​ບຸກ​ໂຈມ​ຕີຕອບໂຕ້ ທີ່ບໍ່ຄາດຝັນໃນວັນເສົາແລ້ວນີ້ ໂດຍຮາມາສ ໄດ້​ບຸກເຂົ້າສູ່ດິນ​ແດນຂອງອິສຣາແອລ ຢູ່ຕາມ​ເຂດ​ຊາຍ​ແດນແຫລມກາຊາ.

ໂຄສົກຮາມ​າສ ຄົນນຶ່ງໄດ້ຂົ່ມຂູ່ວ່າ ພວກນັກລົບເຂົາເຈົ້າຈະສັງຫານນຶ່ງຂອງໂຕ​ປະ​ກັນຈຳນວນປະມານ 150 ພົນລະເຮືອນທີ່ຖືກຄຸມຂັງທຸກ ເວລາໃດທີ່ອິສຣາແອລ ແນເປົ້າໝາຍໃສ່ພົນລະເຮືອນເຂດກາຊາປາດສະຈາກການເຕືອນ.

ລັດຖະມົນຕີປ້ອງກັນປະເທດອິສຣາແອລ ທ່ານຢອຍ ກາລັນ ໄດ້ກ່າວຢູ່ໃນຖະ ແຫລງການຜ່ານທາງວີດີໂອວ່າ ອິສຣາແອລຈະ​ຈັດ​ຕັ້ງປະຕິບັດ “​ປິດ​ລ້ອມ​ເຂດກາຊາທັງໝົດ” ຕັດດິນແດນປາແລສໄຕນ໌ ອອກຈາກການສົ່ງ​ໄຟຟ້າໃຊ້ ອາ ຫານ ນໍ້າ ແລະແກັສ ໄປ​ໃຫ້.

ຄຳຖະແຫງເຫລົ່ານັ້ນໄດ້ພາ​ໃຫ້​ມີການເຕືອນຈາກບັນດາກຸຸ່ມປົກ​ປ້ອງສິດທິມະນຸດທີ່ກ່າວວ່າ ການລົງໂທດຕໍ່ກຸ່ມຂອງຄົນ ທີ່ຢູ່ໃນເຂດກາຊາ ຈະເປັນການລະເມີດຕໍ່ກົດໝາຍສິດທິມະນຸດ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG