ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກອງ​ກຳ​ລັງ ອິ​ສ​ຣາ​ແອ​ລ ຕໍ່​ສູ້​ເພື່ອ​ຂັບ​ໄລ່​ພວກ​ຫົວ​ຮຸນ​ແຮງ ຮາ​ມາ​ສ


ຊາວ ປາ​ແລັ​ສ​ໄຕ​ນ໌ ກວດ​ກາ​ຄວາມ​ເສຍ​ຫາຍ​ຫຼັງ​ຈາ​ກ​ການ​ໂຈມ​ຕີ​ຂອງ ອິ​ສ​ຣາ​ແອ​ລ, ລຸນຫຼັງ​ການ​ໂຈມ​ຕີ​ທີ່ບໍ່​ຄາດ​ຄິດ​ຂອງ​ກຸ່ມ ຮາ​ມາ​ສ, ຢູ່​ສູນ​ອົບ​ພະ​ຍົບ ບີ​ດ​ຈ໌ (Beach), ເມືອງ ກາ​ຊາ, 9 ຕຸ​ລາ 2023.
ຊາວ ປາ​ແລັ​ສ​ໄຕ​ນ໌ ກວດ​ກາ​ຄວາມ​ເສຍ​ຫາຍ​ຫຼັງ​ຈາ​ກ​ການ​ໂຈມ​ຕີ​ຂອງ ອິ​ສ​ຣາ​ແອ​ລ, ລຸນຫຼັງ​ການ​ໂຈມ​ຕີ​ທີ່ບໍ່​ຄາດ​ຄິດ​ຂອງ​ກຸ່ມ ຮາ​ມາ​ສ, ຢູ່​ສູນ​ອົບ​ພະ​ຍົບ ບີ​ດ​ຈ໌ (Beach), ເມືອງ ກາ​ຊາ, 9 ຕຸ​ລາ 2023.

ອິ​ສ​ຣາ​ແອ​ລ ໄດ້​ກ່າວ​ໃນ​ວັນ​ຈັນ​ມື້ນີ້​ວ່າ​ເຂົາ​ເຈົ້າ​ໄດ້​ດຳ​ເນີນ​ການ​ໂຈມ​ຕີ​ທາງ​ອາ​ກາດຫຼາຍ​ຮ້ອຍ​ຄັ້ງ​ໃສ່​ເປົ້າ​ໝາຍ​ກຸ່ມ ຮາ​ມາ​ສ ໃນ​ເຂດ ກາ​ຊາ, ໃນ​ຂະ​ນະ​ທີ່ກອງ​ທະ​ຫານ ອິ​ສ​ຣາ​ແອ​ລ ໄດ້​ທຳ​ການ​ປະ​ຕິ​ບັດ​ການ​ເພື່ອ​ຂັບ​ໄລ່​ພວກ​ຫົວ​ຮຸນ​ແຮງ ຮາ​ມາ​ສ ທີ່​ຍັງ​ຕໍ່​ສູ້​ໃນ​ພາກ​ໃຕ້​ຂອງ ອິ​ສ​ຣາ​ແອ​ລ.

ໂຄ​ສົກ​ກອງ​ທັບ ອິ​ສ​ຣາ​ແອ​ລ ພັນ​ໂທ ຣິ​ເຈີດ ເຮັກ​ທ໌ ໄດ້​ກ່າວ​ຕໍ່​ບັນ​ດາ​ນັກ​ຂ່າວ​ວ່າ​ການ​ຕໍ່​ສູ້​ແມ່ນ​ຍັງ​ດຳ​ເນີນ​ຢູ່​ໃນ 7 ຫາ 8 ບ່ອນ​ໃນ ອິ​ສ​ຣາ​ແອ​ລ ແລະ ວ່າ​ມັນ​ຈະ​ໃຊ້​ເວ​ລາ​ດົນ​ກວ່າ​ທີ່​ຄາດ​ໄວ້​ເພື່ອ​ຂັບ​ໄລ່​ການ​ບຸກ​ລຸກ​ທີ່​ໄດ້​ເລີ່ມ​ຂຶ້ນ​ເມື່ອ​ວັນ​ເສົາ​ທີ່​ຜ່ານ​ມາ.

ໂຄ​ສົກ​ອີກ​ຄົນ​ນຶ່ງ ພັນ​ໂທ ໂຈ​ນາ​ທານ ຄອນ​ຣິ​ຄັ​ສ ໄດ້​ກ່າວ​ວ່າ ອິ​ສ​ຣາ​ແອ​ລ ໄດ້​ເອີ້ນ​ທະ​ຫານ​ເສີມມາ​ຕື່ມອີກ 100,000 ຄົນ.

ທ່ານ ຄອ​ນ​ຣິ​ຄັ​ສ ໄດ້​ກ່າວ​ໃນ​ວິ​ດີ​ໂອ​ທີ່​ໄດ້​ເອົາ​ລົງ​ໃນ X ວ່າ “ໜ້າ​ທີ່​ຂອງ​ພວກ​ເຮົາ​ແມ່ນ​ເພື່ອ​ຮັບ​ປະ​ກັນ​ວ່າ​ໃນ​ຕອນ​ທ້າຍ​ຂອງ​ສົງ​ຄາມນີ້, ກຸ່ມ ຮາມ​າ​ສ ຈະ​ບໍ່​ມີ​ຄວາມ​ສາ​ມາດ​ທາງ​ທະ​ຫານ​ເພື່ອ​ຂົ່ມ​ຂູ່​ພົນ​ລະ​ເຮືອນ ອິ​ສ​ຣາ​ແອ​ລ ອີ​ກ​ຕໍ່​ໄປ. ນອກ​ຈາກ​ນັ້ນ, ພວກ​ເຮົາ​ຍັງ​ຈ​ະ​ຮັບ​ປະ​ກັນ​ວ່າກຸ່ມ ຮາ​ມາ​ສ ຈ​ະ​ບໍ່​ສາ​ມາດ​ປົກ​ຄອງ​ເຂດ​ ກາ​ຊາ ໄດ້​ອີກ.”

ທ່ານ ຄອນ​ຣິ​ຄັ​ສ ໄດ້​ກ່າວ​ວ່າ​ກາ​ນ​ໂຈມ​ຈີ​ຂອງກຸ່ມ ຮາ​ມາ​ສ ໃສ່​ເຂດ​ຕ່າງໆ​ຂອງ ອິ​ສ​ຣາ​ແອ​ລ ທີ່​ມີ​ຊາຍ​ແດນ​ຕິດ​ກັບ​ເຂດ ກາ​ຊາ ປະ​ກອບ​ມີ​ພວກ​ຫົວ​ຮຸນ​ແຮງ​ປະ​ມານ 1,000 ຄົນ​ຜູ້​ທີ່​ໄດ້​ເຂົ້າ​ໄປ​ໃນ ອິ​ສ​ຣາ​ແອ​ລ. ກາ​ນ​ໂຈມ​ຕີ​ດັ່ງ​ກ່າວ​ໄດ້​ສັງ​ຫານ​ພົນ​ລະ​ເຮືອນ ແລະ ທະ​ຫານ 700 ຄົນ ແລະ ບາດ​ເຈັບຫຼາຍກວ່າ 2,100 ຄົນ.

ທ່ານ ຄອນ​ຣິ​ຄັ​ສ ໄດ້​ກ່າວ​ວ່າ “ເຫັນ​ໄດ້​ຊັດ​ວ່າ​ມັນ​ເປັນ​ວັນ​ທີ່​ໂຫດ​ຮ້າຍ​ທີ່​ສຸດ​ໃນ​ປະ​ຫວັດ​ສາດ​ຂອງ ອິ​ສ​ຣາ​ແອ​ລ.”

ຜູ້​ນຳ​ສຽງ​ສ່ວນຫຼາຍ​ສະ​ພາ​ສູງ ສະ​ຫະ​ລັດ ທ່ານ ຈັກ ຊູ​ເມີ ໄດ້​ກ່າວ​ວ່າ​ປະ​ຊາ​ຊົນ ອາ​ເມ​ຣິ​ກັນ ຢ່າງ​ໜ້ອຍ 4 ຄົນ​ແມ່ນ​ລວມ​ຢູ່​ໃນ​ຜູ້​ເສຍ​ຊີ​ວິດ​ນັ້ນ, ແລະ ວ່າ​ຈຳ​ນວນ​ຜູ້​ເສຍ​ຊີ​ວິດ​ສູງ​ສຸດ​ແມ່ນ​ຄາດ​ວ່າ​ຈະ​ເພີ່ມ​ຂຶ້ນ.

ທ່ານ ຊູ​ເມີ ໄດ້​ກ່າວຫຼັງ​ຈາກກອງ​ປະ​ຊຸມ​ລາຍ​ງານ​ຈາກ​ບັນ​ດາ​ຜູ້​ນຳ​ດ້ານ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ ສະ​ຫະ​ລັດ ວ່າ “ຄວາມ​ຊົ່ວ​ຮ້າຍ ແລະ ຄວາມ​ໂຫດ​ຮ້າຍ​ຂອງ​ການ​ໂຈມ​ຕີ​ທີ່ບໍ່​ເຄີຍ​ມີ​ມາ​ກ່ອນນີ້​ຈາກ​ກຸ່ມ ຮາ​ມາ​ສ ທີ່​ແນ​ເປົ້າ​ໃສ່​ພົນ​ລະ​ເຮືອນ​ຜູ້​ບໍ​ລິ​ສຸດ, ເດັກ​ນ້ອຍ, ຄອບ​ຄົວ, ຜູ້​ອາ​ວຸ​ໂສ ແມ່ນ​ຮຸນ​ແຮງຫຼາຍ ແລະ ໂສກ​ເສົ້າເປັນ​ຢ່າງ​ຍິ່ງ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG