ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບັນດາທ່ານໝໍອິສຣາແອລ ນັດຢຸດງານເພື່ອປະທ້ວງການປະຕິຮູບລະບົບຍຸຕິທຳ


ພວກປະທ້ວງປິດທາງຫຼວງ Ayalon ລະຫວ່າງການເດີນຂະບວນ ຫຼັງການລົງມະຕິຂອງລັດຖະສະພາ ຕໍ່ຮ່າງກົດໝາຍທີ່ຈຳກັດອຳນາດສານສູງສຸດໃນການດຳເນີນການ ເຮັດໃຫ້ການຕັດສິນໃຈຂອງລັດຖະບານເປັນໂມຄະບາງສ່ວນ, ນະຄອນເທລ ອາວິບ ວັນທີ 25 ກໍລະກົດ 2023
ພວກປະທ້ວງປິດທາງຫຼວງ Ayalon ລະຫວ່າງການເດີນຂະບວນ ຫຼັງການລົງມະຕິຂອງລັດຖະສະພາ ຕໍ່ຮ່າງກົດໝາຍທີ່ຈຳກັດອຳນາດສານສູງສຸດໃນການດຳເນີນການ ເຮັດໃຫ້ການຕັດສິນໃຈຂອງລັດຖະບານເປັນໂມຄະບາງສ່ວນ, ນະຄອນເທລ ອາວິບ ວັນທີ 25 ກໍລະກົດ 2023

ບັນດາທ່ານໝໍຊາວອິສຣາແອລ ໄດ້ເລີ່ມຕົ້ນການນັດຢຸດງານປະທ້ວງເປັນເວລາ 24 ຊົ່ວໂມງໃນວັນອັງຄານ, ໃນຂະນະທີ່ການໂຄສະນາສີດຳ ໄດ້ປົກປິດໜ້າທີ່ນຶ່ງຂອງໜັງສືພິມ ເພື່ອປະທ້ວງການລົງຄະແນນສຽງຂອງລັດຖະສະພາ ທີ່ໃຫ້ສັດຕະຍາບັນຕໍ່ພາກສ່ວນທຳອິດຂອງການເຄື່ອນໄຫວໂດຍກຸ່ມພັນທະມິດຝ່າຍນິຕິບັນຍັດຂວາຈັດຂອງນາຍົກລັດຖະມົນຕີເບັນຈາມິນ ເນທັນຍາຮູ (Benjamin Netanyahu) ເພື່ອອອກກົດໝາຍຄວບຄຸມການພິຈາລະນາຄະດີຕໍ່ການກະທຳຂອງລັດຖະບານ.

ການປະທ້ວງນັດຢຸດງານ ຂອງບັນດາແພດໝໍ ໄດ້ກວມເອົາສ່ວນໃຫຍ່ຂອງປະເທດ, ເຖິງແມ່ນວ່າຈະບໍ່ແມ່ນນະຄອນເຢຣູຊາເລັມ, ບ່ອນທີ່ຫລາຍພັນຄົນໄດ້ອອກມາເດີນຂະບວນຢູ່ຕາມຖະໜົນຫົນທາງ ໃນຄືນວັນຈັນ ແລະໄດ້ປະທະກັນກັບ ຕຳຫຼວດ. ເຈົ້າ​ໜ້າ​ທີ່​ໄດ້​ຕອບ​ໂຕ້ ​ດ້ວຍ​ການ​ສີດນ້ຳ​ແລະ​ສີດສະເປ​ກິ່ນ​ເໝັນ​ໃສ່​ພວກ​ປະ​ທ້ວງ, ໂດຍ​ມີ​ຜູ້​ປະ​ທ້ວງ​ເກືອບ 40 ຄົນ​ຖືກ​ຈັບ​ຕົວ. ເຈົ້າຫນ້າທີ່ສິບຄົນໄດ້ຮັບບາດເຈັບ, ພວກເຂົາໄດ້ກ່າວ.

ຫລາຍ​ແສນ​ຄົນ​ໄດ້​ເດີນ​ຂະ​ບວນ​ໄປ​ຕາມ​ຖະໜົນ​ຫົນທາງ​ໃນ​ນະ​ຄອນເທລ ອາວິບ (Tel Aviv), ​ໂດຍ​ມີ​ການຈູດ​ຢາງລົດ, ຈູດ​ບັ້ງ​ໄຟ​ດອກ​ແລະ​ໂບກ​ທຸງຊາດ.

ໂຄສະນາເທິງໜ້າເຈ້ຍສີດຳລ້ວນຂອງ 4 ໜັງສືພິມໃຫຍ່ ໄດ້ປະກາດການລົງຄະແນນສຽງຂອງລັດຖະສະພາໃນວັນຈັນນີ້ວ່າ “ເປັນມື້ສີດຳສຳລັບປະຊາທິປະໄຕອິສຣາແອລ.” ການໂຄສະນາດັ່ງກ່າວໄດ້ຮັບຄ່າຈ້າງໂດຍກຸ່ມທີ່ອະທິບາຍຕົນເອງວ່າ ເປັນພະນັກງານເທັກໂນໂລຈີຊັ້ນສູງ ທີ່ເປັນຫ່ວງ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG